ທາງລົດໄຟລາວ-ຈີນ ນໍາເອົາຄວາມຫວັງໃໝ່ມາໃຫ້ພວກເຮົາ

ທາງລົດໄຟລາວ-ຈີນ ນໍາເອົາຄວາມຫວັງໃໝ່ມາໃຫ້ພວກເຮົາ

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ບຸນໄຊ ປະຊາຊົນ ເມືອງ​ໄຊ ​ແຂວງ​ອຸ​ດົມ​ໄຊ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກດີ​ໃຈ​ທີ່​ສຸດ, ນັບ​ແຕ່​ທາງ​ລົດ​ໄຟ​ລາວ-ຈີນ​ ເປີດດຳ​ເນີນ​ງານ​ເປັນ​ຕົ້ນ​ມາ, ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາຍ​ແດນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ມີຫຼາຍ​ປະ​ເພດ​ຂຶ້ນ, ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ກໍຫຼາຍ​ຂຶ້ນ​ເຊັ່ນ​ກັນ. ທ່ານ​ກ່າວ​ວ່າ: “ແຕ່​ກ່ອນ, ມີ​ແຕ່​ທາງ​ເສັ້ນ​ນ້ອຍໆ​ທີ່​ຄົດ​ລ້ຽວ​ກ້ຽວກອດ​ເຂົ້າ​ບ້ານ​ເທົ່າ​ນັ້ນ, ການ​ຂົນ​ສົ່ງ​ສິນ​ຄ້າ​ຕ້ອງ​ໃຫ້​ຄົນ​ເປ້ ຫຼື ມ້າ​ຕ່າງ. ປັດ​ຈຸ​ບັນ, ມີ​ທາງ​ດິນ​ປູ​ກ້ອນ​ຫີນ​ນ້ອຍ​ທີ່​ຮາບ​ພຽງ, ພວກ​ເຮົາ​ສາ​ມາດ​ຂັບ​ລົດ​ແທັກ​ເຕີ​ຂົນ​ສົ່ງ​ເຂົ້າ​ສານ​ໄປ​ຂາຍ​ຢູ່​ເມືອງ​ໄຊ, ສະ​ດວກ​ສະ​ບາຍ​ທີ່​ສຸດ.

ທ່ານ ​ວັນຄຳ ປະຊາຊົນບ້ານ​ຫ້ວຍ​ຮຸ່ງ ​ເມືອງ​ງາ​ ກໍ​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ. ທ່ານ​ກ່າວ​ວ່າ: “ປັດ​ຈຸ​ບັນ, ​ຂ້າ​ພະ​ເຈົ້າ​ສາ​ມາດ​ຂັບ​ລົດ​ຂົນ​ສົ່ງ​ງົວ​​ໄປ​ເຖິງ​ສະ​ຖາ​ນີ​ລົດ​ໄຟ​ເມືອງ​ງາ, ແລ້ວ​ຈະ​ສົ່ງ​ໄປ​ຂາຍ​ຢູ່​ຈີນ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ.”

ທາງ​ລົດ​ໄຟ​ລາວ-ຈີນ​ ທີ່​ເປີ​ດ​ດຳ​ເນີນ​ງານ​ໃນ​ເດືອນ​ທັນວາ​ປີ 2021 ໄດ້​ເຊື່ອມ​ຕໍ່​ນະຄອນຫຼວງວຽງ​ຈັນ​ກັບ​ນະ​ຄອນ​ຄຸ​ນ​ໝິງ​ຂອງ ສ​ປ ຈີນ, ແມ່ນ​ເສັ້ນ​ທາງ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ ແລະ ຜູ້​ໂດຍ​ສານ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ສີ​ຂຽວທີ່​ປ່ອຍ​ກາກບອນ​ຕ່ຳ, ກໍ​ແມ່ນ​ເສັ້ນ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ດີ​ສາຍ​ໜຶ່ງ. ໃນ​ນັ້ນ, ໂຄງ​ການ​ສະ​ໜອງ​ໄຟ​ຟ້າ​ພາຍນອກ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນໄດ້​ເປັນ​ສິ່ງ​ຄ້ຳ​ປະ​ກັນ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ ທີ່​ຂາດ​ບໍ່​ໄດ້​ໃຫ້​ແກ່​ການ​ດຳ​ເນີນ​ງານ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ, ກໍ​ໄດ້​ເປັນ​ສິ່ງ​ຄ້ຳ​ປະ​ກັນ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ສະ​ໜອງ​ໄຟ​ຟ້າ​ຢູ່​ເຂດ​ລຽບ​ຕາມ​ທາງ​ລົດ​ໄຟ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນຊຶ່ງ​ໄດ້​ຊ່ວຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ.

ໂຄງ​ການ​ສະ​ໜອງ​ໄຟ​ຟ້າ​ພາຍນອກ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ມີ​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ​ໄດ້​ຕິດ​ຕັ້ງ​ຢູ່​ຕາມ​ເຂດ​ພູ​ດອຍ, ໃນ​ເວ​ລາ​ກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ, ກໍ​ໄດ້​ສ້າງ​ເສັ້ນ​ທາງ​ໄປ​ພ້ອມ​ກັນຊຶ່ງ​ໄດ້​ປັບ​ປຸ​ງ​ສະ​ພາບ​ຄົມ​ມະ​ນາ​ຄົມ​ຂອງ​ເຂດ​ພູ​ດອຍ​ທາງ​ພາກ​ເໜື​ອ​ຂອງ​ປະ​ເທດ​ລາວ. ທ່ານ​ ຮວງ​ເວີນ​ ກ່າງ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ລົງ​ທຶນ​ພະ​ລັງງານ​ໄຟ​ຟ້າ​ລາວ-ຈີນ​ຈຳ​ກັດ, ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ສະ​ໜອງ​ໄຟ​ຟ້າ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ ຊ່ວງຜ່ານ​ປະ​ເທດ​ລາວ​ກ່າວ​ວ່າ: “ໃນ​ຂະ​ນະ​ທີ່​ພວກ​ຂ້າ​ພະ​ເຈົ້າ​ກໍ່​ສ້າງ​ເສັ້ນ​ທາງ​ໄປ​ຫາ​ໂຄງ​ການ​ສະ​ໜອງ​ໄຟ​ຟ້າ, ພວກ​ເຮົາ​ກໍ​ໄດ້​ສ້າງ​ທາງ​ໄປ​ເຖິງ​ບ້ານ​ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ໃກ້​ຄຽງ ຊຶ່ງ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່ ແລະ ການ​ຂົນ​ສົ່ງ​ສິນຄ້າ​ຂອງ​ປະ​ຊາ​ຊົນ​ທ້ອງຖິ່ນ.”

ນອກ​ຈາກ​ປັບ​ປຸງ​ສິ່ງ​ກໍ່​ສ້າງ​ທາງ​ຄົມ​ມະ​ນ​າ​ຄົມ​ໃຫ້​ດີ​ຂຶ້ນ​ແລ້ວ, ວັນ​ທີ 13 ເມ​ສາ​ 2023, ທາງລົດ​ໄຟ​ລາວ-ຈີນ ​ໄດ້​ເປີດ​ຂະບວນລົດ​ໄຟ​ໂດຍ​ສານ​ສາ​ກົນ​ຢ່າງ​ຮອບ​ດ້ານ ຊຶ່ງ​ໄດ້​ນຳ​ເອົາຄວາມ​ຫວັງ​ໃໝ່​ໃຫ້​ແ​ກ່ ທ່ານສີສະຫຼຽວ ແລະ ​ຄອບ​ຄົວຂອງທ່ານທີ່​ໄດ້​ເປີດ​ຮ້ານ​ອາ​ຫານ​ ແລະ ໂຮງ​ແຮມແຫ່ງໜື່ງ​​ຢູ່​ນະ​ຄອນ-ຫຼວງ​ພະ​ບາງ​ປະ​ເທດ​ລາວ.

ທ່ານ​ກ່າວ​ວ່າ: “ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄດ້​ເພີ່ມ​ຂຶ້ນຫຼາຍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ສອງ​ປີ​ກ່ອນທີ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໂດຍ​ສະ​ເພາະ​ແມ່ນ​ ​ວັນ​ພັກ​, ວັນ​ບຸ​ນ​ຕ່າງ​ໆ, ຜູ້​ບໍ​ລິ​ການ​ໃນ​ຮ້ານ​ອາ​ຫານ​ແມ່ນ​ບໍ່​ພຽງ​ພໍ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ສອງ​ປີ​ຜ່ານ​ມາ​ໄດ້​ສ້າງ​ຜົນ​ກະ​ທົບ​ອັນ​ໃຫຍ່ຫຼວງ​ຕໍ່​ເສດ​ຖະ​ກິດ​ນະ​ຄອນ-ຫຼວງ​ພະ​ບາງ, ຄຽງ​ຄູ່​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສິ້ນ​ສຸດ​ລົງ​ ແລະ ການ​ເປີດ​ດຳ​ເນີນ​ງານ​ຂະ​ບວນ​ລົດ​ໄຟ​ໂດຍ​ສານສາກົນ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ, ນັກ​ທ່ອງ​ທ່ຽວ​ໄດ້​ມາ​ທ່ຽວ​​ນະ​ຄອນ​​ແຫ່ງນີ້​ຄືນ​ໃໝ່ ແລະ ສະ​ພາບ​ທຸ​ລະ​ກິດ​ຂອງ​ຮ້ານ​ທ່ານກໍ​ນັບ​ມື້​ນັບ​ດີ​ຂຶ້ນ.

ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ເຊື່ອມ​ຕໍ່​ນະ​ຄອນ​ຄຸນ​ໝິງ, ນະ​ຄອນ​ຢູ້​ຊີ, ນະ​ຄອນ​ພູເອີ ແລະ ກິ່ງ​ແຂ​ວງ​ສິບ​ສອງ​ພັນ​ນາ​ຂອງ​ຈີນ ແລະ ນະ​ຄອນ-ຫຼວງ​ພະ​ບາງ, ເມືອງວັງ​ວຽງ ແລະ ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ, ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ມີ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ອຸ​ດົມ​ສົມ​ບູນ ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ, ເປັນ​ຊ່ອງ​ທາງ​ທ່ອງ​ທ່ຽວ​ທີ່​ດີ​ເລີດ. ປັດ​ຈຸ​ບັນ​ນີ້, ຖ້າ​ທ່ານ​ຂຶ້ນ​ລົດ​ໄຟ​ຈາກ​ນະ​ຄອນ​ຄຸນ​ໝິງ​​ໃນຕອນ​ເຊົ້າ, ຕອນ​ແລງ​ກໍ​ຈະ​ສາ​ມາດ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ ຊຶ່ງ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ທ້ອງ​ຖິ່ນ, ຂະ​ແໜງ​​ການ​ຄ້າ, ຮ້ານ​ອາ​ຫານ ແລະ ການ​ທ່ອງ​ທ່ຽວກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກການ​ເປີດ​ດຳ​ເນີນ​ງານ​ຂອງ​ທາງ​ລົດ​ໄຟ​ສາຍ​ນີ້.

ບົດໂດຍ: ຊູທາຍລິນ ພາບໂດຍ: ຫວັງຢູ, ຫຼົງລີ້ຊົງ ບັນນນາທິການ: Yang Chunmei

 

 

 

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ