ທ່ານຮອງນາຍົກຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ

ທ່ານຮອງນາຍົກຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ
ໃນວັນທີ 22 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຈູລໍນີເຕ (Ms. Ina Marciulionyte) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ (Dr. Pia Rebello Britto) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳລາວ ພ້ອມດ້ວຍຄະນະ.
​ ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສະຫະພາບເອີຮົບ ແລະ ອົງການອຸຍນີເຊັບ ທີ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາໂດຍສະເພາະ ໃນຂົງເຂດວຽກງານໂພຊະນາການ ຊຶ່ງໄດ້ປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ຊ່ວຍຍົກລະດັບຄຸນນະພາບດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ດ້ານວຽກງານໂພຊະນາການ ແລະ ການຄໍ້າປະກັນດ້ານສະບຽງອາຫານ ໂດຍໄດ້ແຕ່ງຕັ້ງ ຄະນະກໍາມະການດ້ານໂພຊະນາການຂັ້ນສູນກາງ ຮອດທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ພ້ອມທັງ ໄດ້ມີການຈັດກອງປະຊຸມແຫ່ງຊາດ ດ້ານໂພຊະນາການແຫ່ງຊາດ ຄັ້ງທີ VIII ແລະ ກອງປະຊຸມຄະນະກໍາມະການແຫ່ງຊາດດ້ານໂພຊະນາການ ປະຈໍາປີ ເພື່ອປຶກສາຫາລືເຖິງສິ່ງທ້າທາຍ ແລະ ທົບທວນຄືນ ເຖິງຄວາມຄືບໜ້າໃນການແກ້ໄຂບັນຫາການຂາດໂພຊະນາການໃນ ສປປ ລາວ ແລະ ເອກະພາບແຜນບຸລິມະສິດສໍາລັບປີ 2023. ພ້ອມກັນນີ້ ກໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງຕໍ່ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊັບ ຄົບຮອບ 50 ປີ ແຕ່ປີ 1973-2023 ແລະ ໃນຕໍ່ໜ້າ ຫວັງຢ່າງຍິ່ງວ່າ ສະຫະພາບເອີຮົບ ແລະ ອົງການອຸຍນີເຊັບ ຈະສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານຕ່າງໆໃນຂອບການຮ່ວມມືທີ່ໄດ້ຕົກລົງກັນ ໂດຍສະເພາະດ້ານເຕັກນິກວິຊາການ ເພື່ອຖ່າຍທອດຄວາມຮູ້ ແລະ ສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານຂອງພາກສ່ວນກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ໃນແຕ່ລະໄລຍະ; ສະເໜີສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະສານສົມທົບກັບຄູ່ຮ່ວມພັດທະນາອື່ນ ໃນການຈັດຕັ້ງປະຕິບັດແຜນງານໃນແຕ່ລະໄລຍະ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້. ພ້ອມນີ້, ຈະຊີ້ນຳໃຫ້ກະຊວງກ່ຽວຂ້ອງ ໃນການປັບປຸງກົນໄກການປະສານງານ ໃຫ້ໂລ່ງລ່ຽນ ແລະ ການຄຸ້ມຄອງການຈັດຕັ້ງປະຕິ ບັດໂຄງການ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໂປ່ງໃສ.
ໃນໂອກາດດຽວກັນ, ທ່ານ ນາງ ອີນາ ມາຈູລໍນີເຕ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ, ພ້ອມທັງລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີຊາບກ່ຽວກັບຈຸດປະສົງຂອງການເຂົ້າພົບ ແລະ ໄດ້ລາຍງານກ່ຽວກັບຜົນສຳເລັດອັນພົ້ນເດັ່ນ ໃນການປະຕິບັດພາລະບົດບາດຂອງຕົນ ເຂົ້າໃນການປະກອບສ່ວນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ ເພື່ອໃຫ້ວຽກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ ນັບມື້ໄດ້ຮັບການພັດທະນາຢ່າງມີປະສິດທິ ພາບ ແລະ ປະສິດທິຜົນຫຼາຍຂຶ້ນ.
(ຂ່າວ: ຫສນຍ, ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ