ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເຂົ້າຮ່ວມ ແລະ ເປັນປະທານການພົບປະບັນດາຜູ້ແທນສະພາແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ແລະ ກ້າວໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດ ຄັ້ງທຳອິດ (1945 - 2026).

 

ທ່ານ ໂຕເລິມ ຢັ້ງຢືນວ່າ: 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍຮ່ວມເດີນທາງພ້ອມກັບຊົນຊາດ ແລະ ວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ຊຶ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ ແລະ ຜັນຂະຫຍາຍຢ່າງຂ້ຽວຂາດ.

ໂດຍແຈ້ງໃຫ້ຜູ້ແທນ 2.200 ກວ່າທ່ານທີ່ເຂົ້າຮ່ວມກອງປະຊຸມຮັບຊາບ, ທ່ານເລຂາທິການໃຫຍ່ ໄດ້ຍົກໃຫ້ເຫັນເປົ້າໝາຍຂອງປະເທດຊາດໃນໄລຍະຈະມາເຖິງຢ່າງຈະແຈ້ງ. ນັ້ນແມ່ນຮັບປະກັນສິດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພັດທະນາປະເທດຊາດຢ່າງໄວ ແລະ ຍືນຍົງ, ຍົກສູງ, ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນກ່ຽວກັບຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ໂດຍເນັ້ນໜັກກ່ຽວກັບວຽກງານຄັດເລືອກບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່.

ທ່ານ ໂຕເລິມ ຊີ້ແຈ້ງວ່າ: ແຜນການຂອງພັກແມ່ນເອົາໃຈໃສ່ເປັນພິເສດຕໍ່ຄຸນນະພາບຂອງຖັນແຖວກຳມະການສູນກາງ ຊຸດທີ XIV. ມີຈຳນວນ, ມີໂຄງປະກອບທີ່ເໝາະສົມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການນຳຢ່າງຮອບດ້ານ, ເອົາໃຈໃສ່ ໃຫ້ບຸລິມະສິດເພີ່ມທະວີກຳມະການສູນກາງພັກຢູ່ບັນດາຕຳແໜ່ງ, ບໍລິເວນ, ຂົງເຂດທີ່ສຳຄັນ.

ເນື່ອງໃນໂອກາດນີ້, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນກຽດປະດັບຫຼຽນກາທີ່ລະນຶກ “ເພື່ອພາລະກິດ ສະພາແຫ່ງຊາດ ຫວຽດນາມ” ໃຫ້ທ່ານ ໂຕເລິມ ເລຂາທິການໃຫຍ່ , ທ່ານ ເລືອງເກື່ອງປະທານປະເທດ , ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະ ບັນດາອະດີດການນຳພັກ, ລັດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ ແລະ ການນຳສະພາແຫ່ງຊາດ ກໍໄດ້ປະດັບຫຼຽນກາທີ່ລະນຶກ ເພື່ອພາລະກິດສະພາແຫ່ງຊາດ ຫວຽດນາມ ໃຫ້ບັນດາສະມາຊິກສະພາແຫ່ງຊາດຊຸດຕ່າງໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂ່າວສານຊີອາໄອລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ແຫຼ່ງຂ່າວຈາກສະມາຄົມການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນໃຫ້ຮູ້ວ່າ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນໄດ້ຮັກສາການພັດທະນາຢ່າງໝັ້ນທ່ຽງ. ປີ 2025, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວສັງຄົມຈີນຈະບັນລຸເຖິງ 380,000 ຕື້ຢວນ, ໄດ້ເພີ່ມຂຶ້ນປະມານ 80,000 ຕື້ຢວນໃນຮອບ 5 ປີ. ຂະໜາດລາຍຮັບລວມຈາກອຸດສາຫະກຳຈໍລະຈອນສິນຄ້າຂອງຈີນໄດ້ຂະຫຍາຍກວ້າງອອກຢ່າງຕໍ່ເນື່ອງ, ໄດ້ເພີ່ມຂຶ້ນປະມານ 4,000 ຕື້ຢວນໃນຮອບ 5 ປີ ແລະ ຄາດວ່າຈະມີຫຼາຍກວ່າ 14,000 ຕື້ຢວນໃນປີ 2025, ຂະໜາດຕະຫຼາດອາດຈະສາມາດຄອງອັນດັບໜຶ່ງຂອງໂລກເປັນປີທີ 10 ຕິດຕໍ່ກັນ.
ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ສິງຫາ ຜ່ານມາວ່າ: ສ ເກົາຫຼີ ໄດ້ຜ່ານຮ່າງກົດໝາຍໃໝ່ ຫ້າມໃຊ້ໂທລະສັບມືຖື ແລະ ອຸປະກອນອັດສະລິຍະ ໃນເວລາຮຽນໃນໂຮງຮຽນທົ່ວປະເທດ. ໂດຍຈະມີຜົນບັງຄັບໃຊ້ນັບແຕ່ສົກຮຽນໃໝ່ ເດືອນມີນາ 2026 ເປັນຕົ້ນໄປ, ຖືເປັນຄວາມພະຍາຍາມຂອງທັງຝ່າຍລັດຖະບານ ແລະ ຝ່າຍຄ້ານ ເພື່ອແກ້ໄຂບັນຫາການຕິດໂທລະສັບມືຖື ຊຶ່ງຜົນການສຶກສາຫຼາຍຄັ້ງໄດ້ລະບຸວ່າ: ມີຜົນກະທົບທາງລົບຕໍ່ການພັດທະນາ ແລະ ການຮຽນຮູ້ຂອງເດັກນ້ອຍ ແລະ ໄວໜຸ່ມ.
ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (ສປຊ)ໄດ້ສ້າງຕັ້ງອົງການທີ່ປຶກສາກ່ຽວກັບປັນຍາປະດິດ (AI) ເພື່ອໃຫ້ປະເທດຕ່າງໆສາມາດຕັດສິນໃຈ ແລະ ເຈລະຈາກ່ຽວກັບເຕັກໂນໂລຊີດັ່ງກ່າວ.
ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ພິທີເປີດງານວາງສະແດງຜົນງານແຫ່ງຊາດ "80 ປີແຫ່ງເອກະລາດ - ເສລີພາບ-ຄວາມສຸກ" ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 28 ສິງຫານີ້ ທີ່ສູນວາງສະແດງແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ; ມີ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ອະດີດການນໍາຂັ້ນສູງຂອງພັກ-ລັດ ຫວຽດນາມ, ບັນດາແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມປະມານ 6,000 ຄົນ.
ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະພາສູງຂອງລັດຖະສະພາອິນເດຍ ໄດ້ຜ່ານຮ່າງກົດໝາຍສົ່ງເສີມ ແລະ ຄວບຄຸມເກມອອນລາຍ ປີ 2025 ຊຶ່ງຫ້າມການບໍລິການເກມອອນລາຍທີ່ກ່ຽວຂ້ອງກັບເງິນ, ລວມທັງການໂຄສະນາ ແລະ ທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງ. ຫຼັງຈາກສະພາຕໍ່າຂອງລັດຖະສະພາອິນເດຍ​ຜ່ານ​ຮ່າງ​ກົດ ໝາຍ​ດັ່ງກ່າວ​ ​ໃນ​ວັນທີ 20 ສິງຫາ ຜ່ານມາ.
WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບສົມບູນ ​ແລະ ຄຳແນະນຳທາງ​ດ້ານ​ເຕັກນິກ ​ຊຶ່ງ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ (WMO) ​ໄດ້​ປະກາດ​ຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຂອງ​ຄື້ນຄວາມ​ຮ້ອນ​ທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນ​ຕໍ່​ແຮງ​ງານ​ໃນ​ທົ່ວ​ໂລກ. ພາຍຫຼັງ ​ປີ 2024, ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ສະຖິຕິ, ດ້ວຍ​ອຸນຫະພູມ​ໃນ​ຕອນ​ກາງ​ເວັນ​ສູງ​ເຖິງ 40 ອົງສາ ​ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.
ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ໂຮງງານຫັດຖະກຳ Gwat Gwat ຢູ່ນະຄອນຢາງກຸ້ງ ປະເທດມຽນມາ, ວາງສະແດງຜະລິດຕະພັນຈາກຄວາມຄິດສ້າງສັນຫຼາກຫຼາຍຊະນິດທີ່ເຮັດຈາກກະໂປະໝາກພ້າວທີ່ເຫຼືອຖິ້ມ ຊຶ່ງສະແດງໃຫ້ເຫັນວ່າຂີ້ເຫຍື້ອສາມາດປ່ຽນມາເປັນທັງສິລະປະ ແລະ ວັດຖຸທີ່ເປັນປະໂຫຍດໃຊ້ສອຍ.
ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ເນື່ອງໃນໂອກາດຈະມີກອງປະຊຸມສຸດຍອດອົງການຮ່ວມມືຊາງໄຮ້ (shanghai cooperation organization; SCO) ໃນປີ 2025 ນີ້. ໃນວັນທີ 25 ສິງຫາ ຜ່ານມາ, ສະຖານີໂທລະພາບສາກົນແຫ່ງປະເທດຈີນ (CGTN) ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດງານແນະນຳລາຍການ ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຜ່ານທາງໂທລະພາບ ຊຶ່ງຈະອອກອາກາດໃນສື່ຫຼັກຂອງບັນດາປະເທດສະມາຊິກ SCO, ໂດຍການເຂົ້າຮ່ວມ ຂອງທ່ານ ເສິ່ນໃຫ່ສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ-ໂທລະພາບສູນກາງ ແຫ່ງ ສປ ຈີນ, ທ່ານ ເຢີເມັກບາເຢຟ ເລຂາທິການໃຫຍ່ SCO ແລະ ທ່ານ ຈີເລບາເຢຟ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດກຽກກິດສະຖານ ພ້ອມດ້ວຍບັນດາສື່ຈາກສູນການສື່ສານຂ່າວສານສາກົນແຫ່ງ ສປ ຈີນ (CIPCC) ເຂົ້າຮ່ວມ.
ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 24 ສິງຫາ ຜ່ານມາ, ຢູ່ສະໜາມຫຼວງບາດິ່ງ ທີ່ນະຄອນຫຼວງຮ່າໂນ້ຍ, ອານຸກຳມະການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໄດ້ຈັດການຝຶກຊ້ອມກຳລັງປະກອບອາວຸດເຂົ້າຮ່ວມການເດີນຂະບວນສວນສະໜາມສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ 80 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ໂດຍເອີ້ນຫຍໍ້ວ່າ: A80.
ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ພວມຈັດຕັ້ງປະຕິບັດຕາມແນວທາງການເມືອງ (ປັບປຸງ ແລະ ພັດທະນາປີ 2011), ລັດຖະທຳມະນູນປີ 2013, ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ແລະ ບັນດາມະຕິຂອງສູນກາງພັກ ໂດຍສຸມໃສ່ "ສາມຍຸດທະສາດການປະຕິຮູບຫຼັກ, 6ພາລະກິດສຳຄັນ ແລະ 12 ກຸ່ມມາດຕະການໃຫຍ່" ເພື່ອຊຸກຍູ້ການປະຕິຮູບຢ່າງຮອບດ້ານ ເຂົ້າກັບພາລະກິດການປ່ຽນແປງໃໝ່, ຮັກສາໄວ້ຢ່າງເດັດຂາດເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ເດັດດ່ຽວຮັກສາຄວາມເປັນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ. ຮັກສາສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງ, ນໍາໃຊ້ຊັບພະຍາກອນ ແລະ ກໍາລັງຂັບເຄື່ອນທຸກດ້ານ ໂດຍສະເພາະ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນປ່ຽນສູ່ດີຈີຕອນ ເພື່ອການພັດທະນາທີ່ວ່ອງໄວ ແລະ ຍືນຍົງ. ຍົກສູງລະດັບຄຸນນະພາບຊີວິດການເປັນຢູ່ປະຊາຊົນ, ຫຼຸດຜ່ອນຄວາມແຕກໂຕນກັບປະເທດທີ່ກ້າວໜ້າໃນພາກພື້ນ. ຍົກສູງຖານະບົດບາດຂອງປະເທດ ໃນເວທີສາກົນ ແລະ ມຸ່ງໝັ້ນໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກໍາທັນສະໄໝ ໃນກາງສະຕະວັດທີ XXI.
ເພີ່ມເຕີມ