ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ ແຂວງອັດຕະປື

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ ແຂວງອັດຕະປື
ໃນວັນທີ 3 ເມສາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງອັດຕະປື, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍບັນດາການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ໃນໂອກາດນີ້, ທ່ານເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 1 ປີຜ່ານມາ ເຫັນວ່າ ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ໃນລະດັບ 6,77%. ໄລຍະ 3 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 153,8 ຕື້ກີບ ເທົ່າກັບ 22,2% ຂອງແຜນການ, ການປະຕິບັດແຜນລາຍຈ່າຍ ໄດ້ 56,4 ຕື້ກີບ ເທົ່າກັບ 18% ຂອງແຜນການ, ການຊຸກຍູ້ປະຊາຊົນຜະລິດພືດລະດູແລ້ງ ປີ 2024 ປະຕິບັດສຳເລັດແລ້ວ 635,5 ເຮັກຕາ ເທົ່າກັບ 50,1% ຂອງແຜນການ, ປັດຈຸບັນ ທົ່ວແຂວງ ສາມາດບັນລຸຄາດໝາຍອັດຕາການປົກຄຸມປະກັນສຸຂະພາບ, ລວມທັງການມີສ່ວນຮ່ວມຂອງປະຊາຊົນ ໃນການເຝົ້າລະວັງປ້ອງກັນພະຍາດ, ການຮັກສາສຸຂະພາບ ແລະ ບໍລິການດ້ານສາທາລະນະສຸກຊຶ່ງທຸກເມືອງພາຍໃນແຂວງ ໄດ້ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍແລ້ວ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ ໂດຍໄດ້ຍົກໃຫ້ເຫັນ ສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງຜົນສຳເລັດອັນພົ້ນເດັ່ນ ພາຍໃຕ້ການນຳພາຊີ້ນຳ ຂອງພັກ, ລັດ ແລະ ອົງການປົກຄອງທຸກຂັ້ນ ຕະຫຼອດຮອດ ຂໍ້ຈຳກັດ ແລະ ສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ທັງໄລຍະຜ່ານມາ ແລະ ປັດຈຸບັນ. ພ້ອມກັນນັ້ນ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບບັນດານະໂຍບາຍ ກໍຄືນິຕິກຳ ທີ່ລັດຖະບານ ໄດ້ປະກາດນຳໃຊ້ໃໝ່ ເປັນຕົ້ນການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ,ທະຫານ, ຕໍາຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ ໃນປີ 2024, ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ, ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ດ້ວຍມາດຕະການຕ່າງໆ ໃນແຕ່ລະໄລຍະ ແລະ ນະໂຍບາຍອື່ນໆ,ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ໃນດ້ານຕ່າງໆຕື່ມ ເປັນຕົ້ນສືບຕໍ່ຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງ ກຳສະພາບກະແສແນວຄິດ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຊັ້ນຄົນຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງການຈັດຕັ້ງຕົນ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆຢ່າງທັນການ,ໃຫ້ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນໄປຄຽງຄູ່ກັບສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ທັງຜະລິດ ແລະ ສົ່ງອອກສິນຄ້າໃຫ້ຫຼາຍຂຶ້ນ, ພ້ອມກັນປະຕິບັດນະໂຍບາຍປະຢັດມັດທະຍັດ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ໂດຍສະເພາະຫັນຈາກການນຳໃຊ້ນໍ້າມັນເຊື້ອໄຟໄປສູ່ການນຳໃຊ້ພະລັງງານທົດແທນ, ຫຼຸດຜ່ອນການໃຊ້ຈ່າຍວຽກງານບໍລິຫານທີ່ບໍ່ຈຳເປັນ ແລະ ອື່ນໆ,ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ໃຫ້ດີກວ່າເກົ່າ, ທັງຈຳກັດຊ່ອງວ່າງການສວຍໂອກາດຕ່າງໆ, ຄົ້ນຄວ້າ ຫັນການຄຸ້ມຄອງວຽກງານ ໃຫ້ທ້ອງຖິ່ນ ຕາມທິດສາມສ້າງໃຫ້ຫຼາຍຂຶ້ນ ໂດຍສະເພາະ ການຄຸ້ມຄອງໂຄງການລົງທຶນ, ການຄຸ້ມຄອງ ແລະ ສ້ອມແປງເສັ້ນທາງ, ລວມທັງ ວຽກງານອື່ນໆ ທີ່ເຫັນວ່າເໝາະສົມ, ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງແຜນສຳຫຼວດ ແລະ ອອກແບບ ການກໍ່ສ້າງເສັ້ນທາງເຊື່ອມຈອດ ກັບບັນດາແຂວງ ແລະ ປະເທດໃກ້ຄຽງ ພ້ອມທັງ ຄົ້ນຄວ້າແຫຼ່ງທຶນສຳລັບການກໍ່ສ້າງ ໃນຮູບແບບຕ່າງໆ ທີ່ສາມາດເປັນໄປໄດ້,ກວດກາ ແລະ ຈັດສັນການນຳໃຊ້ທີ່ດິນພາຍໃນແຂວງຄືນ ເພື່ອເຮັດໃຫ້ການນຳໃຊ້ທີ່ດິນ ມີປະສິດທິຜົນ, ສອດຄ່ອງກັບແຜນພັດທະນາ ບົນພື້ນຖານຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ,ສືບຕໍ່ພັດທະນາ ແລະ ຄຸ້ມຄອງແຮງງານລາວ ໃຫ້ໄດ້ທັງດ້ານຈຳນວນ ແລະ ຄຸນນະພາບ ເປັນກ້າວໆ, ທັງເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ສືບຕໍ່ຊຸກຍູ້ສົ່ງເສີມ ວຽກງານການທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ລັດ ແລະ ສັງຄົມໄດ້ຫຼາຍຂຶ້ນ; ໃຫ້ແຂວງ ກວດກາຄືນ ບັນດາໂຄງການບຸລິມະສິດ ທີ່ລົງທຶນຢູ່ພາຍໃນແຂວງ ເພື່ອຊຸກຍູ້ການພັດທະນາໂຄງການ ໃຫ້ສຳເລັດຕາມແຜນການ ທີ່ກຳນົດໄວ້,ສືບຕໍ່ຈັດເກັບລາຍຮັບ ເຂົ້າງົບປະມານໃຫ້ມີຄວາມຄືບໜ້າໄວ, ຫາກພົບຂໍ້ຫຍຸ້ງຍາກ ກໍໃຫ້ລາຍງານລັດຖະບານ ເພື່ອມີທິດຊີ້ນຳຢ່າງທັນການ.
ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ພື້ນທີ່ຕົວຈິງຈຳນວນໜຶ່ງ ຂອງເມືອງສະໜາມໄຊ ເປັນຕົ້ນໂຄງການກໍ່ສ້າງໂຮງງານປຸງແຕ່ງແປ້ງມັນຕົ້ນ ຂອງບໍລິສັດ ລາວທຽນຊື, ໂຄງການກໍ່ສ້າງເສັ້ນທາງ ເລກທີ 18 A, ເຂດອານຸສອນສະຖານ ຖານທີ່ໝັ້ນຂອງການປະຕິວັດລາວໃຕ້ ທີ່ປະທານ ຄໍາໄຕ ສີພັນດອນ ແລະ ໝູ່ຄະນະ ໄດ້ເຄື່ອນໄຫວເຮັດການປະຕິວັດ ເມື່ອຫຼາຍສິບປີທີ່ຜ່ານມາ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ເພີ່ມເຕີມ