ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ເມືອງສິງ

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ເມືອງສິງ
ໃນທີ 22 ກັນຍາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະໄດ້ສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານ ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມການເຄື່ອນໄຫວຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ມີທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສິງ ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ; ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຕິດຕາມສະພາບ ການຄຸ້ມຄອງດ່ານປະເພນີປາງໄຮ ແລະ ຮັບຟັງການລາຍງານສະພາບພັດທະນາເສດຖະກິດ-ສັງຄົມ ກໍຄື ຈຸດພິເສດພາຍໃນເມືອງຈາກທ່ານ ເຈົ້າເມືອງໆສິງ ຊຶ່ງເຫັນວ່າ ທົ່ວເມືອງມີເນື້ອທີ່ທັງໝົດ 1.789 ກມ ມີຊາຍແດນຕິດກັບເມືອງຫຼ້າ ສປ ຈີນ 75 ກມ, ຕິດກັບປະເທດມຽນມາ 49 ກມ, ຕິດກັບເມືອງລອງ 66 ກມ ແລະ ຕິດກັບເມືອງຫຼວງນໍ້າທາ 33 ກມ; ມີດ່ານທ້ອງຖິ່ນ 1 ແຫ່ງ ແລະ ດ່ານປະເພນີ 1 ແຫ່ງ ຕິດກັບ ສປ ຈີນ; ດ້ານພູມສັນຖານ 85% ແມ່ນເຂດພູດອຍ, 15% ແມ່ນເຂດທົ່ງພຽງ ແລະ ພູພຽງ; ມີພົນລະເມືອງທັງໝົດປະມານ 44 ພັນກວ່າຄົນ, ປະກອບມີ 93 ບ້ານ, 14 ຊົນເຜົ່າ, ໃນນັ້ນ ຫຼາຍກວ່າໝູ່ ແມ່ນເຜົ່າອາຄາ ກວມເອົາ 50% ຂອງພົນລະເມືອງ ແລະ ເຜົ່າໄຕລື້ ກວມປະມານ 18%. ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທົ່ວເມືອງຍັງສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ຊຶ່ງໄດ້ກາຍເປັນປັດໄຈ ແລະ ເງື່ອນໄຂສໍາຄັນຕົ້ນຕໍ ເຮັດໃຫ້ເສດຖະກິດມີຈັງຫວະຂະຫຍາຍຕົວໃນລະດັບ 7,24% ຕໍ່ປີ. ສະເພາະ 6 ເດືອນຕົ້ນປີ 2023 ລວມຍອດ GDP ປະຕິບັດໄດ້ 1.145 ຕື້ກີບ, ລາຍຮັບສະເລ່ຍ 2.072 ໂດລາ/ຄົນ, ເກັບລາຍຮັບເຂົ້າງົບປະມານໄດ້ 5,8 ຕື້ກີບເທົ່າກັບ 43,84% ຂອງແຜນການປີ. ການຜະລິດເປັນສິນຄ້າ ອັນພົ້ນເດັ່ນກວ່າໝູ່ ແມ່ນຂະບວນການປູກອ້ອຍເປັນສິນຄ້າໃນລະດູການ 2022-2023 ມີເນື້ອທີ່ 5.909 ຮຕ ເກັບກູ້ຜົນຜະລິດໄດ້ 380.000 ໂຕນ, ສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ປະມານ 410,4 ຕື້ກີບ (ລາຍຮັບຈາກອ້ອຍກວມເອົາ 1/3 ຂອງ GDP), ໃນລະດູການ ປີ 2023-2024 ມີເນື້ອທີ່ປະມານ 6.778 ຮຕ, ມີປະຊາຊົນເຂົ້າຮ່ວມຈໍານວນ 46 ບ້ານ 2.636 ຄອບຄົວ, ປະມານ 21 ພັນຄົນ ຄາດວ່າຈະເກັບກູ້ຜົນລະປູກໄດ້ປະມານ 500.000 ໂຕນ ແລະ ຈະສ້າງລາຍຮັບໃຫ້ປະຊາຊົນໄດ້ປະມານ 535,5 ຕື້ກີບ; ໃນປີ 2022 ການປາດຢາງພາລາ ມີເນື້ອທີ່ທັງໝົດ 11.432 ຮຕ, ເກັບນໍ້າຢາງໄດ້ 24.019 ໂຕນ, ສ້າງລາຍຮັບໃຫ້ປະຊາຊົນໄດ້ 240 ຕື້ກີບ, ສະເພາະປີນີ້ເກັບນໍ້າຢາງໄດ້ປະມານ 20.402 ໂຕນ ສ້າງລາຍຮັບໃຫ້ປະຊາຊົນໄດ້ແລ້ວ ປະມານ 200 ກວ່າຕື້ກີບ; ການປູກໝາກກ້ຽງຫວານຢູ່ບ້ານແສນແອ່ນ ທີ່ຂຶ້ນກັບກຸ່ມບ້ານມອມ ມີເນື້ອທີ່ປູກປະມານ 80 ຮຕ ສາມາດເກັບກູ້ຜົນຜະລິດໃນແຕ່ລະປີໄດ້ປະມານ 4.000 ໂຕນ ສ້າງລາຍຮັບໄດ້ປະມານ 35 ຕື້ກີບ; ໄດ້ເຮັດທົດລອງປູກກ້ວຍສະອາດເປັນສິນຄ້າຕົວແບບຕາມທິດ 3 ສ້າງ ຢູ່ເຂດບ້ານປ່າຕ່ອຍ 1 ໂຄງການ. ສຳລັບການຜະລິດເປັນສິນຄ້າ ອັນພົ້ນເດັ່ນແມ່ນ ປະຊາຊົນລ້ຽງໄກ່ພັນໄຂ່ເພື່ອຜະລິດໄຂ່ໄກ່ ສາມາດກຸ້ມຕົນເອງ ແລະ ຂາຍອອກໄປບາງເມືອງ, ແຂວງຈໍານວນໜຶ່ງ. ຂົງເຂດວຽກງານສຶກສາ, ສາທາລະນາສຸກ ແລະ ຂົງເຂດອື່ນໆ ກໍໄດ້ຮັບການພັດທະນາໃນຈັງຫວະດີຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ ຄະນະຂອງທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ ຈາກທ່ານ ຫວາງເຊີງລີ ປະທານສະມາຄົມງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ອໍານາດການປົກຄອງພາຍໃນເມືອງ, ຜູ້ປະກອບການໂຄງການງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ ແລະ ທຸກພາກສ່ວນໃນສັງຄົມພາຍໃນເມືອງ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງໄດ້ກາຍເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ; ຖືໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາຕື່ມອີກ ເປັນຕົ້ນ: ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ; ຄົ້ນຄວ້າ, ປະສານສົມທົບກັນ ເພື່ອພັດທະນາ, ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ກັບຊາຍແດນຈີນ, ໂຄງລ່າງພື້ນຖານບ່ອນເຮັດວຽກຂອງເຈົ້າໜ້າທີ່ປະຈໍາດ່ານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ ກໍຄືການຂົນສົ່ງສິນຄ້າເຂົ້າ-ອອກດ່ານ ໃຫ້ວ່ອງໄວຂຶ້ນກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ເອົາໃຈໃສ່ຈັດສັນພື້ນທີ່ທໍາການຜະລິດ, ການປູກ-ການລ້ຽງ ໃຫ້ເໝາະສົມກັບສະ ພາບຕົວຈິງ ໂດຍສະເພາະ ພື້ນທີ່ປູກຕົ້ນໄມ້ອຸດສາຫະກໍາ, ປູກອ້ອຍ, ກໍຄືໝາກໄມ້ຊະນິດຕ່າງໆ ໂດຍການມີສ່ວນຮ່ວມຂອງປະຊາຊົນ; ໃນປີ 2024 ຈະເປີດປີທ່ອງທ່ຽວລາວ ໃຫ້ເມືອງເອົາໃຈໃສ່ຖອດຖອນບົດຮຽນ ນໍາປະເທດອ້ອມຂ້າງ ເພື່ອໂຄສະນາປະຊາສໍາພັນ ບັນດາກິດຈະກໍາການທ່ອງທ່ຽວ ຕິດພັນກັບການທ່ອງ ທ່ຽວແບບອະນຸລັກຊົນເຜົ່າຕ່າງໆ ພາຍໃນເມືອງໃຫ້ກວ້າງຂວາງ, ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ, ສ້າງກິດຈະກໍາເຊື່ອມໂຍງການທ່ອງທ່ຽວ ໃຫ້ມີບັນຍາກາດໃໝ່ ຄຽງຄູ່ກັບການສ້າງວຽກເຮັດງານທໍາຂອງປະຊາຊົນ; ຄົ້ນຄ້ວາ, ປະສານສົມທົບກັບຝ່າຍຈີນ ກ່ຽວກັບຄວາມເປັນໄປໄດ້ ໃນການຍົກລະດັບການຮ່ວມມືຂັ້ນທ້ອງຖິ່ນ ດ້ວຍການສະເໜີເປັນເມືອງແຮກສ່ຽວ ລະຫວ່າງ ເມືອງສິງ, ແຂວງຫຼວງນໍ້າທາ ແລະ ເມືອງຫຼ້າ, ກິ່ງແຂວງສິບສອງພັນນາ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານ ແລະ ສະເໜີໃຫ້ບັນດາບໍລິສັດ ກໍຄືຜູ້ປະກອບການເປີດບັນຊີເພື່ອທຸລະກໍາທາງດ້ານການເງິນຜ່ານລະບົບທະນາ ຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫຼາຍຂຶ້ນ; ຕໍ່ກັບບໍລິສັດ ແມ່ນໃຫ້ເອົາໃຈໃສ່ ຮ່ວມມືກັບອົງການປົກຄອງທ້ອງຖິ່ນ ໃນການດໍາເນີນທຸລະກິດ ກໍຄືການສົ່ງເສີມໃຫ້ປະຊາຊົນປູກ ແລະ ລ້ຽງໃຫ້ຫຼາຍຂຶ້ນ ພ້ອມດຽວກັນນັ້ນ ບໍລິສັດກໍຄວນສະໜອງແນວພັນສັດ, ແນວພັນປູກ, ດ້ານເຕັກນິກຕ່າງໆ ໃນການປູກ, ການລ້ຽງ ເພື່ອໃຫ້ຜົນຜະລິດຂອງປະຊາຊົນສາມາດຕອບສະໜອງຕາມຄວາມຕ້ອງການໃຫ້ແກ່ບໍລິສັດໄດ້ໃນລະດັບທີ່ແນ່ນອນ; ລັດຖະ ບານ ຍາມໃດກໍສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ບົນພື້ນຖານບໍລິສັດ ແລະ ຜູ້ປະກອບການ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ.
ໃນວັນດຽວກັນທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປເຄື່ອນໄຫວເຮັດວຽກລົງຕິດຕາມກວດກາຈຸດຫຼັກໝາຍ 35 ຊາຍແດນລາວ-ຈີນ; ຕິດຕາມໂຄງການງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ ຢູ່ເມືອງສິງ ແລະ ຕິດຕາມສະພາບການພັດທະນາແຫຼ່ງທ່ອງທ່ຽວນໍ້າດີ, ເມືອງຫຼວງນໍ້າທາ ຕື່ມອີກ.
(ຂ່າວ: ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ