ສຳເລັດການຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງຫຼວງພະບາງ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງຫຼວງພະບາງ
ພາຍຫຼັງສຳເລັດການຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ໃນຕອນເຊົ້າວັນທີ 5 ສິງຫານີ້ແລະ ມາໃນຕອນບ່າຍ ຂອງວັນດຽວກັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ສືບຕໍ່ພົບປະໂອ້ລົມ ຕໍ່ການນໍາຫຼັກແຫຼ່ງຂອງແຂວງຫຼວງພະບາງ ທີ່ຫ້ອງວ່າການແຂວງ

ດັ່ງກ່າວ; ໂດຍມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ນຳພາຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ຮັບເອົາທິດຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ໄປຈັດຕັ້ງປະຕິບັດຜັນຂະຫຍາຍ ສູ່ວຽກງານຕົວຈິງ.

ໃນໂອກາດນີ້, ທ່ານ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຂອງແຂວງ ເຫັນວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ໃນລະດັບ 3,6%,ລາຍຮັບໃສ່ຫົວຄົນສະເລ່ຍໄດ້ 20,99 ລ້ານກີບ, ການເກັບລາຍຮັບ ມາຮອດວັນທີ 22 ກໍລະກົດ ຜ່ານມາ ປະຕິບັດໄດ້ 86,35% ຂອງແຜນການ, ແຜນລາຍຈ່າຍ ປະຕິບັດໄດ້ 58,77% ຂອງແຜນການ, ສາມາດສົ່ງອອກສິນຄ້າກະສິກໍາ ມູນຄ່າ 22,94 ລ້ານໂດລາ,ສ້າງຄອບຄົວພົ້ນທຸກໄດ້ 367 ຄອບຄົວ ແລະ ບ້ານພົ້ນທຸກໄດ້ 1 ບ້ານ, ໄດ້ລົງຕິດຕາມ, ກວດກາ, ຄຸ້ມຄອງລາຄາສິນຄ້າ ໝວດສິນຄ້າທີ່ຈະກະທົບເຖິງການດໍາລົງຊີວິດປະຈໍາວັນ ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ທີ່ບໍ່ສົມເຫດສົມຜົນ,ໂຄງລ່າງເສັ້ນທາງຢູ່ເທດສະບານແຂວງ ແລະໄປຫາບັນດາເມືອງໄດ້ຮັບການປັບປຸງ ແລະກໍ່ສ້າງໃໝ່ຈໍານວນໜຶ່ງ,ການຈັດຕັ້ງປະຕິບັດ 11 ຄາດໝາຍ ດ້ານສາທາລະນະສຸກ ບັນລຸໄດ້ 8 ຄາດໝາຍ ແລະ ຍັງບໍ່ສາມາດບັນລຸ 3 ຄາດໝາຍ,ໄດ້ເອົາໃຈໃສ່ໂຄສະນາປະຊາສໍາພັນ ແລະສ້າງກິດຈະກໍາ ເພື່ອສົ່ງເສີມການທ່ອງທ່ຽວເປັນຂະບວນການຟົດຟື້ນດີ ຊຶ່ງໄດ້ຮັບຄວາມສົນໃຈຈາກແຂກພາຍໃນ ແລະ ຕ່າງປະເທດ ໂດຍສາມາດດຶງດູດນັກທ່ອງທ່ຽວໄດ້ 911,618 ເທື່ອຄົນ,ເທົ່າກັບ 51,25% ຂອງແຜນການປີ ຊຶ່ງຄາດຄະເນໜົດປີຈະສາມາດບັນລຸໄດ້ຕາມແຜນ,ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 66,66%. ນອກນັ້ນ ຍັງໄດ້ລາຍງານ ກ່ຽວກັບຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ ຢູ່ເມືອງໂພນທອງ, ເມືອງປາກແຊງ ແລະ ເມືອງວຽງຄຳ ໃນທ້າຍເດືອນກໍລະກົດທີ່ຜ່ານມາ ຕື່ມອີກ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີຂະແໜງການກ່ຽວຂ້ອງຂອງແຂວງ ປະກອບຄຳເຫັນຕື່ມ ໂດຍສະເພາະການລາຍງານ ແລະ ສະເໜີບາງວຽກງານທີ່ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ. ຫຼັງຈາກນັ້ນ ກໍໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ໃນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກປັດໃຈພາຍໃນ ແລະ ພາຍນອກ ຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດເຮົາ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ,ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງແຂວງ ເຂົ້າໃນການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງພັກ ກໍຄື ມະຕິຕົກລົງ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 05/ລບ ໃຫ້ປະກົດຜົນເປັນຮູບປະທຳຕົວຈິງ,ເພີ່ມທະວີຄວາມເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ຕໍ່ສະມາຊິກພັກ-ພະນັກງານ ໂດຍສະເພາະຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນເຈົ້າການ, ຄວາມເປັນແບບຢ່າງ ໃນການປະຕິບັດໜ້າທີ່ວຽກງານ, ຫຼີກລ່ຽງບໍ່ໃຫ້ມີການລະເມີດລະບຽບກົດໝາຍ,ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໃຫ້ເຂັ້ມແຂງ, ກຸ້ມຕົນເອງໄປຄຽງຄູ່ກັບການສົ່ງເສີມຜະລິດຕະພັນທ່ອງທ່ຽວ ເພື່ອເປັນການສົ່ງອອກສິນຄ້າກັບທີ່ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ; ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ຢ່າງແຂງແຮງ ຕິດພັນກັບການເປັນປະທານກອງປະຊຸມອາຊຽນ ດ້ວຍການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງ, ສະຖານທີ່່ທ່ອງທ່ຽວ ແລະ ບໍລິການນັກທ່ອງທ່ຽວ ເພື່ອສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ,ເອົາໃຈໃສ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ໂດຍສະເພາະບັນດາວຽກຈຸດສຸມ ໃຫ້ເປັນຮູບປະທຳ ແລະ ໄວຂຶ້ນ,ເອົາໃຈໃສ່ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ການລົງທຶນ ໃຫ້ດີຂຶ້ນກວ່າເກົ່າ,ທັງຄຸ້ມຄອງບັນດາໂຄງການຂະໜາດໃຫຍ່ ໃຫ້ມີປະສິດທິຜົນ,ເອົາໃຈໃສ່ແກ້ໄຂບັນຫາຄູອາສາສະໝັກ, ການຂາດແຄນຄູສອນ ແລະ ການຂາດຮຽນຂອງນັກຮຽນ ໂດຍການປະຕິບັດນະໂຍບາຍ ຕາມມະຕິ ເລກທີ 09/ລບ,ສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຄົງຄ້າງຕ່າງໆຕາມເຂດຊາຍແດນ, ເພີ່ມທະວີສະຕິລະວັງ ໃນການຮັບ ແລະ ຊົມໃຊ້ຂໍ້ມູນ ຈາກສື່ສັງຄົມອອນລາຍ, ພ້ອມທັງເປັນເຈົ້້າການຊີ້ແຈງ-ອະທິບາຍໃຫ້ແກ່ສັງຄົມ ເຂົ້້າໃຈໃຫ້ເລິກເຊິ່ງ-ທັນການ ຕໍ່ຫາງສຽງບໍ່ດີຕ່າງໆ ເພື່ອຕີຖອຍກົນອຸບາຍ ຂອງກຸ່ມຄົນທີ່ບໍ່ຫວັງດີ,ສືບຕໍ່ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດ ໃນການຕິດຕາມສະພາບ ການປ່ຽນແປງດິນຟ້າອາກາດ, ພ້ອມທັງ ແຈ້ງເຕືອນ ໃຫ້ປະຊາຊົນຮັບຮູ້ຢ່າງເປັນປົກກະຕິ ເພື່ອວາງແຜນກຽມພ້ອມຮັບມືໃຫ້ທັນກັບສະພາບການ.ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງເພື່ອປະກອບສ່ວນຊ່ວຍເຫຼືອແລະແກ້ໄຂໄພພິບັດນ້ຳຖ້ວມຢູ່ເມືອງວຽງຄຳ,ເມືອງໂພນທອງແລະເມືອງປາກແຊງຕື່ມອີກ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ