ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ໃນວັນທີ 23 ມັງກອນ ນີ້ທີ່ຫໍປະຊຸມແຫ່ງຊາດ,ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2023 ແລະ ທິດທາງແຜນການປີ 2024; ມີທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພະນັກງານຫຼັກແຫຼ່ງ ກະຊວງກະສິກຳ ແລະ ປ່າໄມ້, ຜູ້ຕາງໜ້າພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານໃຫ້ຊາບກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ລວມທັງ ຜົນການດໍາເນີນກອງປະຊຸມຄັ້ງນີ້ ຊຶ່ງກອງປະຊຸມໄດ້ເປັນເອກະພາບກັນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດໃນປີຜ່ານມາ ໂດຍສະເພາະ ຜົນສຳເລັດອັນພົ້ນເດັ່ນ, ຂໍ້ຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ມາດຕະການ ແລະ ວິທີແກ້ໄຂ ເພື່ອເປັນພື້ນຖານແກ່ການຈັດຕັ້ງປະຕິບັດວຽກງານ ທີ່ກຳນົດໄວ້ໃນທິດທາງ ແລະ ແຜນການໃຫ້ບັນລຸຄາດໝາຍ ແລະ ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ,ກອງປະຊຸມ ຍັງໄດ້ຮັບຟັງການສະເໜີ ຈາກຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າ;ການນຳສະເໜີນະໂຍບາຍສິນເຊື່ອ ຈາກຜູ້ຕາງໜ້າທະນາຄານແຫ່ງ ສປປ ລາວ; ໄດ້ຮັບຟັງການນຳສະເໜີກ່ຽວກັບ ການຜະລິດສະບຽງອາຫານ ແລະ ປັດໄຈການຜະລິດຮັບໃຊ້ພາຍໃນ ຈາກຜູ້ປະກອບການຈຳນວນໜຶ່ງ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທົ່ວຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດທີ່ສາມາດປະຕິບັດໄດ້ໃນປີຜ່ານມາ;ໄດ້ນຳເອົາບາງທິດຊີ້ນຳຂອງທ່ານປະທານປະເທດ ທີ່ໄດ້ພົບປະໂອ້ລົມຕໍ່ກອງປະຊຸມປະຈຳປີ 2023 ຂອງກະຊວງການເງິນ ມາເຜີຍແຜ່ ເພື່ອໃຫ້ຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ນຳໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານທີ່ຕິດພັນກັບຂະແໜງການຂອງຕົນ ໃຫ້ເກີດເປັນຮູບປະທໍາຕົວຈິງ. ຄຽງຄູ່ກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບາງບັນຫາຂໍ້ຄົງຄ້າງ ທີ່ຕິດພັນກັບຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍຄືການຕີລາຄາໃນກອງປະຊຸມຄັ້ງນີ້ ເພື່ອພ້ອມກັນນຳໄປຄົ້ນຄວ້າປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ເປັນຕົ້ນ:ການຜະລິດເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຍັງບໍ່ທັນໜັກແໜ້ນ, ແຮງຈູງໃຈຂອງຜູ້ຜະລິດ ແລະ ຜູ້ປະກອບການຍັງຕໍ່າ ເຮັດໃຫ້ຫຼາຍແຂວງຍັງເພິ່ງພາອາໄສການນໍາເຂົ້າສະບຽງອາຫານ ຈາກຕ່າງປະເທດຈຳນວນຫຼາຍ; ຕົ້ນທຶນການຜະລິດຍັງສູງ, ການສ້າງຕັ້ງກຸ່ມການຜະລິດຍັງບໍ່ທັນເຂັ້ມແຂງ, ການປຸງແຕ່ງ ແລະ ການສ້າງມູນຄ່າເພີ່ມ ຍັງບໍ່ທັນເປັນຂະບວນການທີ່ແຂງແຮງ; ເຖິງຈະມີເນື້ອທີ່ກວ້າງຂວາງ ແຕ່ການຜະລິດສ່ວນຫຼາຍຍັງອີງໃສ່ແຕ່ທໍາມະຊາດ, ຍັງເປັນການຜະລິດກະສິກຳແບບລະດູການ, ຂະໜາດນ້ອຍ ແລະ ກະແຈກກະຈາຍບໍ່ທັນມີຈຸດສຸມ, ສະມັດຖະພາບການຜະລິດຕໍ່າ, ການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຜະລິດ ຍັງມີຈຳກັດ; ການຄຸ້ມຄອງປ່າໄມ້, ລວມທັງເຂດປ່າປ້ອງກັນ ແລະ ສະຫງວນ ຍັງຂາດການມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖິ່ນ, ທີ່ດິນຫຼາຍແຫ່ງຍັງຖືກຈັບຈອງເປັນເຂດສໍາປະທານຂອງໂຄງການພັດທະນາ ເຮັດໃຫ້ຊັບພະຍາກອນປ່າໄມ້ ຍັງສືບຕໍ່ຖືກທຳລາຍ. ສຳລັບທິດທາງແຜນການໃນຕໍ່ໜ້າ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ສູ້ຊົນຈັດຕັ້ງປະຕິບັດວຽກງານ ໃຫ້ບັນລຸບັນດາຄາດໝາຍ ແລະ 13 ວຽກງານສະໜັບສະໜູນທີ່ສໍາຄັນ ຕິດພັນກັບ 4 ແຜນງານຂອງຂະແໜງ(ແຜນງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ແຜນງານການຜະລິດເປັນສິນຄ້າ, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແລະ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ). ດ້ານສະບຽງອາຫານ ແລະ ໂພຊະນາການ:ສືບຕໍ່ສຸມໃສ່ການຜະລິດຮັບໃຊ້ພາຍໃນ ໃຫ້ສາມາດກຸ້ມທ້ອງຖິ່ນຂອງຕົນ; ສືບຕໍ່ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫຼາຍຂຶ້ນ; ຟື້ນຟູ ແລະ ປັບປຸງ ໂຄງລ່າງພື້ນຖານການຜະລິດກະສິກຳ ໃຫ້ມີປະສິດທິພາບສູງ; ຍົກລະດັບສູນຄົ້ນຄວ້າ ແລະ ການສະໜອງທຶນໃຫ້ແກ່ສູນບໍລິການເຕັກນິກກະສິກຳແນໃສ່ສະໜອງແນວພັນພືດ-ແນວພັນສັດ ແລະ ເຕັກນິກວິຊາການ ໃຫ້ແກ່ຜູ້ທຳການຜະລິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ເພີ່ມຜົນຜະລິດທີ່ມີຄຸນນະພາບ ແລະ ລາຄາ ທີ່ສາມາດແຂ່ງຂັນກັບປະເທດອ້ອມຂ້າງ ແລະ ສາກົນ;ສຸມໃສ່ປະຕິບັດ 2 ນະໂຍບາຍ ຄື: ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ-ສັດນ້ຳ ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ;ສືບຕໍ່ປັບປຸງນິຕິກໍາ ກ່ຽວກັບການເກັບຊື້ຜົນຜະລິດກະສິກໍາໃຫ້ເຂົ້າສູ່ລະບຽບ, ບໍ່ຄວນອະນຸຍາດໃຫ້ມີການເກັບຊື້ ແລະ ສົ່ງອອກແບບຊະຊາຍ ໂດຍຄວບຄຸມບໍ່ໄດ້; ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ 3 ປະເພດປ່າ ລວມທັງທີ່ດິນປ່າໄມ້ ບໍ່ໃຫ້ຖືກບຸກລຸກຈັບຈອງໂດຍສະເພາະ ປ່າສະຫງວນ, ປ່າປ້ອງກັນຍອດນໍ້າ, ທັງເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ15/ນຍ ແລະ ຄຳສັ່ງ 11/ນຍ; ຈັດຕັ້ງຜັນຂະຫຍາຍ ດຳລັດ 01/ລບ ວ່າດ້ວຍປ່າປ້ອງກັນ ແລະ ດຳລັດ02/ລບ ວ່າດ້ວຍປ່າຜະລິດ ເພື່ອສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້, ພ້ອມທັງຄຸ້ມຄອງການນໍາໃຊ້ປ່າໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ມີຄວາມຍືນຍົງ; ສົ່ງເສີມການອະນຸລັກປ່າໄມ້ ດ້ວຍຮູບແບບຫັນເປັນໂຄງການສິນເຊື່ອກາກບອນ ທີ່ຕິດພັນກັບການທ່ອງທ່ຽວທຳມະຊາດ. ສຳລັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ:ສືບຕໍ່ລົງສູ່ຮາກຖານຕົວຈິງ ໂດຍຕິດແທດກັບປະຊາຊົນ-ຊາວກະສິກອນເພື່ອຊອກຫາວິທີແກ້ໄຂບັນຫາຖືກກັບສະພາບຕົວຈິງ; ສ້າງແຜນການ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມນິຕິກຳທີ່ກຳນົດໄວ້; ສົມທົບກັບຂະແໜງການແລະ ທ້ອງຖິ່ນກ່ຽວຂ້ອງ ເພື່ອກວດກາຄືນ ໂຄງການພັດທະນາຊົນນະບົດ, ການກຳນົດຈຸດສຸມ, ການສຸມທຶນຮອນ ເພື່ອໃຫ້ມີບ້ານຕົວແບບດ້ານຕ່າງໆຫຼາຍຂຶ້ນ ແລະ ສາມາດລຶບລ້າງຄວາມທຸກຍາກ ຂອງປະຊາຊົນເປັນກ້າວໆ; ປະເມີນ ແລະ ດັດສົມບັນດາໂຮງງານ ທີ່ຂະແໜງກະສິກຳ ແລະ ປ່າໄມ້ຄຸ້ມຄອງໃຫ້ສອດຄ່ອງກັບຄວາມສາມາດຕົວຈິງ;ສຸມໃສ່ຄົ້ນຄວ້າປັບປຸງບັນດານິຕິກໍາ, ກົນໄກຂັ້ນຂອດການອະນຸມັດການລົງທຶນໃຫ້ໂລ່ງລ່ຽນ,ວ່ອງໄວ, ສ້າງສະພາບແວດລ້ອມ, ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການໃຫ້ຫຼາຍຂຶ້ນ;ປັບປຸງກໍາລັງການຜະລິດ, ກຸ່ມສະຫະກອນ, ສະມາຄົມ. ເພື່ອຍົກສູງຄວາມສາມາດການຜະລິດ ແລະ ຈຳໜ່າຍຜົນຜະລິດ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໄປຕາມທິດ ກະທັດຮັດ, ໂປ່ງໃສ ແລະ ມີປະສິດທິພາບ; ຕັ້ງໜ້າພັດທະນາຊັບພະຍາກອນມະນຸດ ໃນດ້ານເຕັກນິກຕ່າງໆ ເພື່ອສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ