ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮາຕາອິດະມິກິໂອະ (HATAEDA Mikio)

ທ່ານນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຜູ້ແທນອົງການໄຈກາ ແລະອາສາສະໝັກຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຜູ້ແທນອົງການໄຈກາ ແລະອາສາສະໝັກຍີ່ປຸ່ນ
ໃນຕອນເຊົ້າວັນທີ 10 ທັນວາ ນີ້ທີ່ສຳນັກງານນາຍົກລັດຖະມົນຕີ,ທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງສປປລາວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮາຕາອິດະມິກິໂອະ (HATAEDA Mikio)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ ຫຼື ໄຈກາ (JICA)

 

ແລະອາສາສະໝັກຍີ່ປຸ່ນຊຶ່ງນໍາໂດຍທ່ານໂຄອິຊຸມິຊຶໂຕມຸ (KOIZUMI Tsutomu)ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານຮາຕາອິດະມິກິໂອະພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອແລະສະໜັບສະໜູນຂອງອົງການJICAເວົ້າສະເພາະ,ເວົ້າລວມກໍຄືຂອງລັດຖະບານແລະປະຊາຊົນຍີ່່ປຸນທີ່ໄດ້ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວ ຕະຫຼອດໄລຍະທີ່ຜ່ານມາ; ໄດ້ສະເໜີອົງການJICA ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະສະໜັບສະໜູນສປປລາວພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ໄດ້ຮັບອະນຸມັດແລ້ວໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.ສໍາລັບປີ 2025 ຈະຄົບຮອບ 70 ປີແຫ່ງສາຍພົວພັນທາງການທູດລາວ-ຍີ່ປຸ່ນແລະຄົບຮອບ 60 ປີຂອງການຈັດສົ່ງອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ຢູ່ສປປລາວສະເໜີໃຫ້ທັງສອງຝ່າຍລາວແລະຍີ່ປຸ່ນສືບຕໍ່ປະສານງານແລະເຮັດວຽກຮ່ວມກັນເພື່ອໃຫ້ບັນດາກິດຈະກຳຕ່າງໆຕ້ອນຮັບວັນສຳຄັນດັ່ງກ່າວສຳເລັດຜົນຕາມຄາດໝາຍທີ່ວາງໄວ້.

ຫຼັງຈາກນັ້ນ,ທ່ານນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຄະນະອາສາສະໝັກຍີ່່ປຸ່ນໂດຍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍແລະຕີລາຄາສູງຕໍ່ບັນດາອາສາສະໝັກທີ່ມາຊ່ວຍເຫຼືອເຮັດວຽກຢູ່ສປປລາວ ຊຶ່ງເປັນຜູ້ທີ່ມີຄວາມອົດທົນແລະເສຍສະຫຼະສູງ,ເຖິງແມ່ນປະຊາຊົນທັງສອງຊາດມີວິຖີການດຳລົງຊີວິດແລະຮີດຄອງປະເພນີແຕກຕ່າງກັນແຕ່ອາສາສະໝັກກໍເລືອກທີ່ມາເຮັດວຽກຢູ່ສປປລາວແລະຍັງສະໝັກໄປເຮັດວຽກຢູ່ທ້ອງຖິ່ນຊົນນະບົດຢູ່ເຂດຫ່າງໄກສອກຫຼີກຮ່ວມກັບພະນັກງານຂອງລາວຢ່າງບໍ່ຮູ້ອິດຮູ້ເມື່ອຍ;ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານແລະປະຊາຊົນຍີ່ປຸ່ນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວໃນແຕ່ລະໄລຍະ;ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍລາວ-ຍີ່ປຸ່ນໃນໄລຍະຜ່ານມາ ຊຶ່ງໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ນອກຈາກນີ້,ທ່ານນາຍົກລັດຖະມົນຕີຍັງໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນສືບຕໍ່ສົ່ງອາສາສະໝັກຂອງຕົນມາປະຕິບັດໜ້າທີ່ຕາມຂະແໜງການທີ່ມີຄວາມຈຳເປັນເພື່ອມາຊ່ວຍຂະແໜງການທີ່ກ່ຽວຂ້ອງຂອງລາວ;ສະເໜີອາສາສະໝັກໃຫ້ຖ່າຍທອດຄວາມຮູ້ຄວາມສາມາດ ແລະເຕັກໂນໂລຊີໃຫ້ແກ່ວິຊາການລາວ ແລະຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນທີ່ຕົນສັງກັດຢູ່,ທັງຮຽນຮູ້ວັດທະນະທຳ ແລະຮີດຄອງປະເພນີອັນດີງາມຂອງຊຸມຊົນທ້ອງຖິ່ນເພື່ອເຮັດໃຫ້ສາຍພົວພັນມິດຕະພາບຮ່ວມກັນນັບມື້ນັບດີຂຶ້ນ,ພ້ອມກັນນັ້ນກໍນໍາເອົາຂໍ້ມູນແລະປະສົບການຂອງຕົນໄປເຜີຍແຜ່ໃຫ້ຄົນຍີ່ປຸ່ນ ໄດ້ຮູ້ສປປລາວຫຼາຍຂຶ້ນເພື່ອປະກອບສ່ວນເສີມສ້າງສາຍພົວພັນການຮ່ວມມື, ດຶງດູດນັກລົງທຶນມາລົງທຶນຢູ່ສປປລາວຫຼາຍຂຶ້ນແລະທັງເປັນການສົ່ງເສີມການທ່ອງທ່ຽວອີກດ້ວຍ.

ໃນໂອກາດດຽວກັນ,ທ່ານຮາຕາອິດະມິກິໂອະຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນແລະທ່ານເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີແຫ່ງສປປລາວ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມລະຫວ່າງຍີ່ປຸ່ນແລະລາວໃນໄລຍະຜ່ານມາ.

ອາສາສະໝັກຍີ່ປຸ່ນທີ່ມາປະຕິບັດໜ້າທີ່ຢູ່ລາວແມ່ນເລີ່ມແຕ່ປີ1965ເປັນຕົ້ນມາຊຶ່ງໃນເວລານັ້ນມີອາສາສະໝັກພຽງ5ຄົນແລະປະເທດລາວເປັນໜຶ່ງໃນ4ປະເທດທຳອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກຂອງຕົນມາປະຕິບັດວຽກງານແລະມາຮອດປັດຈຸບັນອາສາສະໝັກຍີ່ປຸ່ນທີ່ມາປະຕິບັດໜ້າທີ່ຢູ່ສປປລາວລວມທັງໝົດ 1.094 ຄົນ, ສະເພາະປີ2024ມີອາສາສະໝັກອາວຸໂສແລະອາສາສະໝັກໜຸ່ມທັງໝົດ 45 ຄົນໂດຍປະຈໍາຢູ່ຂະແໜງການຕ່າງໆເປັນຕົ້ນສຶກສາທິການແລະກິລາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ພັດທະນາຊົນນະບົດແລະຂົງເຂດອື່ນໆ.

ຂ່າວແລະພາບ: ກົມປະຊາສຳພັນຫສນຍ

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ວັນທີ 5 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ໃນປີ 2027 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 104,475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24.97% ເທົ່າກັບ 21.87% ຂອງ GDP. ໃນນີ້, ລາຍຮັບພາຍໃນ 99,275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26.46% ເທົ່າກັບ 20.78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈໍານວນໜຶ່ງ ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ໂດຍເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ