ທ່ານປະທານປະເທດແຫ່ງສປປລາວເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມປະເທດ BRICS

ທ່ານປະທານປະເທດແຫ່ງສປປລາວເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມປະເທດ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້

ທ່ານປະທານປະເທດແຫ່ງສປປລາວເຂົ້າຮ່ວມກອງປະຊຸມສຸດຍອດ  ກຸ່ມປະເທດ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້
ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງ ສ ຣັດເຊຍ, ທ່ານທອງລຸນສີສຸລິດເລຂາທິການໃຫຍ່ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

 

ໄດ້ນຳພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫຼື BRICS Plus/ Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better WorldTogether) ໂດຍການເປັນປະທານຂອງທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງສະຫະພັນຣັດເຊຍຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ໃນໄລຍະວັນທີ 22-24 ຕຸລາ 2024 ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງແຮງຊຸກຍູ້ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ການແກ້ໄຂບັນຫາຕົວຈິງຂອງພາກພື້ນກໍຄືທົ່ວໂລກລວມທັງການສ້າງຄວາມເຂັ້ມແຂງແລະຄວາມພະຍາຍາມຮ່ວມກັນໃນການເສີມຂະຫຍາຍສາຍພົວພັນແລະສ້າງລະບຽບໂລກທີ່ມີຄວາມເທົ່າທຽມ, ຍຸຕິທຳແລະເປັນປະຊາທິປະໄຕ. ກອງປະຊຸມສຸດຍອດດັ່ງກ່າວມີຂັ້ນປະມຸກລັດແລະຫົວໜ້າລັດຖະບານຈາກ 25 ປະເທດໃນຈໍານວນ 36 ປະເທດທີ່ຖືກເຊີນແລະ 2 ອົງການຈັດຕັ້ງສາກົນຄື: ອົງການສະຫະປະຊາຊາດແລະທະນາຄານພັດທະນາໃໝ່ (New Development Bank) ເຂົ້າຮ່ວມ.

ໂອກາດນີ້, ທ່ານປະທານປະເທດໄດ້ກ່າວຄຳເຫັນຕໍ່ກອງປະຊຸມໂດຍໄດ້ຍົກໃຫ້ເຫັນວ່າສປປລາວໃຫ້ຄວາມສໍາຄັນຕໍ່ການຮ່ວມມືຫຼາຍຝ່າຍເພື່ອການພັດທະນາແບບຍືນຍົງແລະການສົ່ງເສີມການຮ່ວມມືກັບບັນດາປະເທດໃນພາກພື້ນແລະໃນໂລກໂດຍຢຶດຖືຫຼັກການການຮ່ວມມືຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງແລະການພັດທະນາຢ່າງເທົ່າທຽມ. ພ້ອມນີ້, ຍັງໄດ້ຕີລາຄາເຖິງຄວາມສຳຄັນຂອງກຸ່ມBRICS ຊຶ່ງເປັນກົນໄກການຮ່ວມມືໜຶ່ງທີ່ເຂັ້ມແຂງ, ມີບົດບາດແລະອິດທິພົນໃນເວທີສາກົນ, ພ້ອມທັງໄດ້ສະເໜີຕໍ່ກຸ່ມBRICS ເພື່ອເພີ່ມບົດບາດຂອງຕົນໃນການຂັບເຄື່ອນໂລກໃຫ້ເກີດການພັດທະນາຢ່າງເທົ່າທຽມ ໄປຄຽງຄູ່ກັບການຍົກສູງການຮ່ວມມືໃນລະດັບຕ່າງໆ ທັງໃນຂອບສອງຝ່າຍແລະຫຼາຍຝ່າຍລະຫວ່າງກຸ່ມBRICSແລະປະເທດກໍາລັງພັດທະນາແລະເອົາໃຈໃສ່ສືບຕໍ່ຊ່ວຍເຫຼືອຊຶ່ງກັນແລະກັນໂດຍສະເພາະຊ່ວຍເຫຼືອປະເທດໃນພາກພື້ນເຂດໂລກໃຕ້ ລວມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດເຊັ່ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ, ການຫັນເປັນດີິຈີຕອນ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສຶກສາແລະການພັດທະນາຊັບພະຍາກອນມະນຸດໃຫ້ນັບມື້ນັບກວ້າງຂວາງແລະເຂົ້າສູ່ລວງເລິກເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ໃຫ້ປະກົດຜົນເປັນຮູບປະທໍາໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ. ໃນໂອກາດກອງປະຊຸມສຸດຍອດBRICS ຄັ້ງນີ້, ສປປລາວຍັງໄດ້ສະແດງເຈດຈຳນົງໃນການສະໝັກເຂົ້າເປັນສະມາຊິກຂອງກຸ່ມBRICSເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ຮ່ວມກັບບັນດາປະເທດສະມາຊິກ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດແຫ່ງສປປລາວຍັງໄດ້ພົບປະສອງຝ່າຍກັບທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງສະຫະພັນຣັດເຊຍ, ທ່ານສີຈິ້ນຜິງປະທານປະເທດແຫ່ງສປຈີນ, ທ່ານປະທານາທິບໍດີກາຊັກສະຖານ, ທ່ານປະທານາທິບໍດີອາແຊັກບາຍຊານ, ທ່ານນາຍົກລັດຖະມົນຕີສສຫວຽດນາມແລະບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ຍົກລະດັບການຮ່ວມມືສອງຝ່າຍແລະຫຼາຍຝ່າຍ.

ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີຊຶ່ງເລີ່ມມາແຕ່ປີ 2009, ກອງປະຊຸມຄັ້ງຜ່ານມາແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ປັດຈຸບັນ, ກຸ່ມ BRICS ປະກອບດ້ວຍສະມາຊິກ 9 ປະເທດຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ, ແລະສະຫະນະຄອນອາຣັບອາເມຣັດແລະມີອີກຫຼາຍກວ່າ 45 ປະເທດທີ່ສະແດງເຈດຈຳນົງໃນການເຂົ້າຮ່ວມກຸ່ມດັ່ງກ່າວ. ກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ ປະເທດບຣາຊິນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ