ວຽກງານກະສິກໍາ ໄປຄຽງຄູ່ກັບອາຊີບພະນັກງານ

ທ່ານພູວຽງ ຖາວິວອນ ມີລາຍຮັບ150ລ້ານກີບຈາກການປູກຝັງ-ລ້ຽງສັດ

ທ່ານພູວຽງ ຖາວິວອນ ມີລາຍຮັບ150ລ້ານກີບຈາກການປູກຝັງ-ລ້ຽງສັດ
ໂດຍ: ແສງຈັນ ທ່ານພູວຽງ ຖາວິວອນ ເກີດໃນຄອບຄົວພະນັກງານ ທີ່ມີມູນເຊື້ອຮັກການອອກແຮງງານ, ເອົາວຽກງານກະສິກໍາ ໄປຄຽງຄູ່ກັບອາຊີບພະນັກງານ ໂດຍການສ້າງເສດຖະກິດຄອບຄົວ

 ເພື່ອໃຫ້ມີຢູ່-ມີກິນ ຕາມແນວທາງນະໂຍບາຍ ຂອງພັກ,ລັດຖະບານ ໂດຍໄດ້ຖືເອົາແນວທາງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ມາເປັນແບບຢ່າງ ໃຫ້ກັບຄອບຄົວ ແລະ ສ່ວນຕົວ ທັງໄດ້ນໍາເອົາ ແນວທາງການສ້າງເສດຖະກິດຄອບຄົວ ມາໝູນໃຊ້ໃຫ້ສອດຄ່ອງກັບມະຕິ ສອຈ (ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ)ໝາຍເຖິງ ເສດຖະກິດ ຂອງປະເທດໜຶ່ງ ທີ່ມີຄວາມພະຍາຍາມອອກຈາກລະບົບເສດຖະກິດ ເພິ່ງພາ ແລະ ເອື່ອຍອີງ ໃຫ້ກາຍເປັນເຈົ້າຕົນເອງ ຢ່າງໜັກແໜ້ນ.

ທ່ານ ພູວຽງ ຖາວິວອນ ກ່າວຕື່ມວ່າ: ການສ້າງແນວຄິດດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນ ຈາກການປູກຝັງ ແລະ ລ້ຽງສັດ ຫຼັງຈາກເວລາເລີກວຽກລັດຖະການ, ຮູ້ຈັກປະຢັດມັດທະຍັດ, ບົນຈິດໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສູ້ຊົນຕ້ານແນວຄິດຟຸມເຟືອຍ, ມີຄວາມຫ້າວຫັນ ຕັ້ງໃຈ ອົດທົນ ດຸໝັ່ນຮຽນຮູ້ ແລະ ຖອດຖອນບົດຮຽນຢູ່ເປັນປະຈໍາ ພ້ອມທັງມີແນວຄິດເອື້ອເຟື້ອເຜື່ອແຜ່ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ທາງດ້ານການຈັດຕັ້ງ: ຍາມໃດກໍມີຄວາມຫ້າວຫັນຕໍ່ກັບວຽກງານ ບໍ່ວ່າຈະເປັນວຽກງານສ່ວນລວມ ແລະ ວຽກງານວິຊາສະເພາະຂອງຕົນເອງ ໄດ້ມີການປະກອບສ່ວນເຂົ້າໃນວຽກຂະບວນການຢູ່ເປັນປະຈໍາ ຊຶ່ງມັນສະແດງອອກໃຫ້ເຫັນໂດຍສະເພາະວຽກງານອອກແຮງງານ ທີ່ການຈັດຕັ້ງຈັດຂຶ້ນ ເພື່ອຕ້ອນຮັບວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ແມ່ນມີໜ້າ ແລະ ບໍ່ເຄີຍປະຕິເສດ, ກິດຈະກໍາໃນການສ້າງເສດຖະກິດຄອບຄົວ ມີ: ດ້ານປູກຝັງ: ເລີ່ມຈາກການຖາມຕົນເອງວ່າ ຄອບຄົວມັກກິນຫຍັງ? ເມື່ອຮູ້ແລ້ວກໍໃຫ້ເລີ່ມການຜະລິດ ເພື່ອບໍລິໂພກພາຍໃນຄອບຄົວ ເຫຼືອກິນກໍແຈກຢາຍຍາດຕິພີ່ນ້ອງ ແລະ ຄົນໃກ້ຄຽງ.ໝາຍຄວາມວ່າບໍ່ຄວນຄິດເຖິງລາຍໄດ້ມາກ່ອນ. ນອກຈາກນັ້ນ ການປູກຝັງ ກໍຕ້ອງໄດ້ຄໍານຶງເຖິງການເລືອກພືດ ທີ່ຈະສ້າງເສດຖະກິດໃຫ້ຄອບຄົວໄປພ້ອມໆກັນ ໂດຍການແຍກພືດອອກເປັນ 3ປະເພດ ຄື: ພືດລ້ຽງຊີບ, ພືດສ້າງລາຍໄດ້ ແລະ ພືດສ້າງລາຍໄດ້ເປັນປີ, ດ້ານການລ້ຽງສັດ: ເປັນທາງເລືອກໜຶ່ງ ທີ່ສາມາດສ້າງລາຍໄດ້ໃຫ້ກັບຄອບຄົວຫຼາຍພໍສົມຄວນ ຊຶ່ງການລ້ຽງສັດ ຈະເນັ້ນໜັກເປັນ 3ໄລຍະ ຄື: ລ້ຽງເພື່ອສ້າງລາຍໄດ້ ແລະ ເປັນເງິນທ້ອນ-ເງິນເກັບເຊັ່ນ:ລ້ຽງປາ, ເປັດ,ໄກ່ ເພື່ອລ້ຽງຊີບ, ລ້ຽງກົບ,ໝູ ເພື່ອເປັນລາຍໄດ້ເສີມ ແລະ ລ້ຽງງົວ ເປັນເງິນເກັບ-ທ້ອນ ໄລຍະຍາວ.(ເນື້ອທີ່ເຮັດການຜະລິດ ມີ 2ຈຸດ ຄື: ຢູ່ບ້ານຫ້ວຍນໍ້າເຢັນ 1.5ໄລ່ແລະ ຢູ່ບ້ານແສນດິນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ 2.5 ເຮັກຕາ, ມີໝູ 15ໂຕ, ງົວ5ໂຕ, ສັດປີກ 200 ໂຕ.

ຄຽງຄູ່ກັບການປູກຝັງ-ລ້ຽງສັດແລ້ວ ຍັງໄດ້ມີການເຜີຍແຜ່ຄວາມຮູ້ ດ້ານການປູກຝັງ ແລະ ລ້ຽງສັດ ໃຫ້ກັບຜູ້ທີ່ມີຄວາມສົນໃຈ, ຊ່ວຍແນະນໍາ ແລະ ແກ້ໄຂບັນຫາຕ່າງໆ ໃຫ້ກັບຄົນທີ່ພົບບັນຫາຫຍຸ້ງຍາກ ແລະ ບາງຄັ້ງ ກໍໄດ້ລົງໄປຕິດຕາມຕົວຈິງ ໃຫ້ກັບຜູ້ທີ່ພົບບັນຫາ ຫຼື ຊ່ວຍອອກແບບ, ຈັດສວນ ແລະ ແນວທາງການຜະລິດ.

ສິ່ງທີ່ໄດ້ຮັບຈາການສ້າງເສດຖະກິດ: ໄດ້ຫຼຸດຜ່ອນຄ່າຊົມໃຊ້ພາຍໃນເຮືອນ ປະມານ 70%;ໄດ້ສຸຂະພາບຈິດທີ່ດີ, ໄດ້ສ້າງສາຍພົວພັນທີ່ດີໃນຄອບຄົວ ແລະ ສັງຄົມແລະ ໄດ້ສ້າງລາຍຮັບເຂົ້າຄອບຄົວ ບໍ່ຕໍ່າກວ່າ 90-150 ລ້ານຕໍ່ປີ ຈາການຂາຍແນວພັນພືດ ແລະ ສັດ, ເງິນທີ່ໄດ້ຈາກການຂາຍຜົນຜະລິດ ພືດ ແລະ ສັດ ແມ່ນນໍາໄປແກ້ໄຂບັນຫາໃຫ້ຜູ້ຜະລິດທາງດ້ານເຕັກວິຊາການ, ເຮັດໃຫ້ມີການຮຽນຮູ້, ຊອກຮູ້, ສະສົມປະສົບກັນ, ເຜີຍແຜ່ຕໍ່ຜູ້ທີ່ມີຄວາມສົນໃຈ ແລະ ເຮັດການຜະລິດດັ່ງກ່າວມາໄດ້ 5ປີ, ຈໍານວນສະມາຊິກພາຍໃນຄອບຄົວ ມີ 5ຄົນ, ແຮງງານຕົ້ນຕໍ 1ແຮງງານ, ແຮງງານສໍາຮອງ2ແຮງງານ.ທ່ານ ພູວຽງ ຖາວິວອນ ກ່າວຕື່ມວ່າ: ຈາກການສ້າງເສດຖະກິດຄອບຄົວ ເຫັນໄດ້ວ່າວຽກງານປູກຝັງ-ລ້ຽງສັດເປັນວຽກງານທີ່ມີຄວາມສໍາຄັນຫຼາຍ ແລະ ຢາກໃຫ້ບັນດາທ່ານນໍາໄປເປັນແນວທາງ ເພື່ອຈັດຕັ້ງປະຕິບັດ ແລະ ຢາກໃຫ້ເລີ່ມແຕ່ນ້ອຍໆ ແລະ ກ້າວຂຶ້ນເທື່ອລະຂັ້ນ ໂດຍການເບິ່ງຈາກທ່າແຮງຂອງຕົນເອງເປັນຫຼັກ ແລະ ໃນອະນາຄົດ ຈະເພີ່ມຄວາມເອົາໃຈໃສ່ວຽກງານທີ່ມີຢູ່ ພ້ອມນັ້ນ ກໍຈະສືບຕໍ່ໂຄງການເຊັ່ນ: ການເຮັດແກ໊ສຊີວະພາບຈາກຝຸ່ນຄອກ-ຂີ້ງົວ (Biomass Energy) ເພື່ອນໍາໃຊ້ໃນການຫຸງ, ຕົ້ມ ແລະ ນໍາໃຊ້ລະບົບໂຊລາເຊວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ