ທ່າພະບາດສຸມໃສ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ

ທ່າພະບາດສຸມໃສ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ
ທ່ານ ພັນໂທ ສົມສົດ ແສງອາພອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ມີນາຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງທ່າພະບາດ ແຂວງບໍລິຄຳໄຊ ທ່ານກ່າວວ່າ: ຕໍ່ກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກເມືອງທ່າພະບາດ ພາຍຫຼັງໄດ້ຮັບຄຳສັ່ງຈາກຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ສະບັບເລກທີ 411 ແລະ ໄດ້ຮັບຄຳແນະນຳຈາກຄະນະຈັດຕັ້ງສູນກາງພັກສະບັບເລກທີ 211 ແລະ ຮັບຄຳແນະນຳຈາກຄະນະປະຈຳພັກແຂວງ ສະບັບເລກທີ 402, ມະຕິຂອງຄະນະປະຈຳພັກແຂວງ ສະບັບເລກທີ 375 ແລະ ຄຳແນະນຳຂອງຄະນະຈັດຕັ້ງແຂວງສະບັບເລກທີ 883. ຈາກນັ້ນອົງຄະນະພັກເມືອງທ່າພະບາດຈຶ່ງໄດ້ອອກຄຳສັ່ງແນະນຳວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວອົງຄະນະພັກເມືອງທ່າພະບາດສະບັບເລກທີ 1891/ຄອສພ, ລົງວັນທີ 6 ຕຸລາ 2023 ແລະ ມະຕິຂອງຄະນະປະຈຳພັກເມືອງທ່າພະບາດລົງວັນທີ 23 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຫ້າງຫາກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວອົງຄະນະພັກເມືອງທ່າພະບາດ ເປັນຕົ້ນແມ່ນໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະຮັບຜິດຊອບກະກຽມເນື້ອໃນບົດມະຕິຂອງກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ. ຈາກນັ້ນໄດ້ມີການແຕ່ງຕັ້ງບັນດາອະນຸກຳມະການຊ່ວຍວຽກຕ່າງໆຈຳນວນໜຶ່ງເຊັ່ນ: ອະນຸກຳມະການຂະບວນການ, ພິທີການ, ສະຖານທີ່ ແລະ ຮັບແຂກ, ອະນຸກຳມະການເສດຖະກິດ, ຍ້ອງຍໍ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອະນຸກຳມະການຮັກສາສຸຂະພາບ ເພື່ອພ້ອມກັນສ້າງແຜນດຳເນີນງານຂອງເມືອງສະບັບລົງວັນທີ 5 ມັງກອນ 2024. ຈາກນັັັັັັັັັັ້ນໄດ້ເປີດກອງປະຊຸມຜ່ານມະຕິ ພ້ອມທັງໄດ້ມອບຄວາມຮັບຜິດຊອບໃຫ້ແຕ່ລະອະນຸກຳມະການໃນການຈັດຕັ້ງ, ຊີ້ນຳ, ນຳພາໃນການປະຕິບັດ. ຜ່ານການຫ້າງຫາກະກຽມຕໍ່ກອງປະຊຸມໃຫຍ່ 3 ຂັ້ນທົ່ວອົງຄະນະພັກເມືອງທ່າພະບາດ ອັນທີ 1 ໄດ້ສຸມໃສ່ສັບຊ້ອນພະນັກງານຫຼັກແຫຼ່ງຂອງເມືອງ ຊຶ່ງລວມມີ 33 ສະຫາຍ ຍິງ 3 ສະຫາຍເພື່ອລົງກໍ່ສ້າງຮາກຖານການເມືອງ ໂດຍສະເພາະເນັ້ນໃສ່ການປັບປຸງໜ່ວຍພັກບ້ານກໍຄືອົງການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ. ສະນັ້ນ, ມາຮອດປັດຈຸບັນນີ້, ທົ່ວເມືອງທ່າພະບາດມີທັງໝົດ 26 ບ້ານ, ໄດ້ເປີດກອງປະຊຸມໃຫຍ່ຂັ້ນບ້ານ ແລະ ປັບປຸງອົງການປົກຄອງບ້ານຕາມ 5 ໜ່ວຍງານສຳເລັດແລ້ວ 25 ບ້ານ ຍັງເຫຼືອ 1 ບ້ານຄາດວ່າຈະໃຫ້ສຳເລັດໃນກາງເດືອນມີນາ 2024, ວຽກຈຸດສຸມອັນທີສອງ ພາຍຫຼັງສຳເລັດກ່ຽວກັບການເປີດກອງປະຊຸມໃຫຍ່ຂັ້ນບ້ານແລ້ວ, ການປັບປຸງອຳນາດການປົກຄອງຕາມ 5 ໜ່ວຍງານທາງຄະນະປະຈຳພັກເມືອງຈະໄດ້ມີການສະຫຼຸບຖອດຖອນບົດຮຽນຕີລາຄາໃນການປັບປຸງການຈັດຕັ້ງກໍຄືໜ່ວຍພັກຢູ່ຂັ້ນບ້ານເຫັນວ່າມີດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຄືແນວໃດເພື່ອວາງແຜນສືບຕໍ່ຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ. ພາຍຫຼັງສ້າງແຜນດຳເນີີນງານກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ໜ່ວຍພັກຕ່າງໆອ້ອມຂ້າງເມືອງ ບວກກັບສອງກອງບັນຊາການແລ້ວຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນກາງເດືອນມີນາຈະເປີດກອງປະຊຸມໃຫຍ່ໜ່ວຍພັກອ້ອມຂ້າງເມືອງບວກກັບກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2024, ຈຸດສຸມອັນທີ່ສາມ ສືບຕໍ່ສ້າງຂະບວນການດ້ານຕ່າງໆໃຫ້ແກ່ການຫ້າງຫາກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າພະບາດຄັ້ງທີ VII ຄາດວ່າຈະໄດ້ຈັດຂຶ້ນໃນກາງປີ 2025 ຕາມແຈ້ງການຂອງຄະນະພັກຂັ້ນເທິງ.
ຂ່າວ: ພູວັນ, ພາບ: ແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ