ທ່າພະບາດສຸມໃສ່ການປູກ-ການລ້ຽງເພື່ອທົດແທນການນຳເຂົ້າ

ທ່າພະບາດສຸມໃສ່ການປູກ-ການລ້ຽງເພື່ອທົດແທນການນຳເຂົ້າ
ເມືອງທ່າພະບາດ, ເປັນເມືອງໜຶ່ງທີ່ມີທ່າແຮງດ້ານການຜະລິດກະສິກຳ, ໃນໄລຍະຜ່ານມາການນຳເມືອງກໍຄືຂະແໜງກ່ຽວຂ້ອງໄດ້ເອົາໃຈໃສ່ສົ່ງເສີມປະຊາຊົນຫັນມາເອົາໃຈໃສ່ການປູກ-ການລ້ຽງຫຼາຍຂຶ້ນໂດຍສ້າງຕັ້ງເປັນກຸມການຜະລິດ, ການລ້ຽງສັດເປັນຟາມເພື່ອເປັນສິນຄ້າຂາຍພາຍໃນແລະສົ່ງອອກເພື່ອທົດແທນການນຳເຂົ້າເທື່ອລະກ້າວ.    
ທ່ານວິລະພົນ ສຸລິນພູມີ ຫົວໜ້າຫ້ອງການກະສິກໍາແລະປ່າໄມ້ເມືອງທ່າພະບາດແຂວງບໍລິຄຳໄຊເປີດເຜີຍວ່າ: ເມືອງທ່າພະບາດໄດ້ຫັນເອົາການທໍາມາຫາກິນ ກໍຄື ການຜະລິດແບບເກົ່າກ້າວໄປສູ່ການຜະລິດແບບໃໝ່ ທີ່ເປັນຮູບປະທໍາຢ່າງຊັດເຈນ ໂດຍສະເພາະ ຫັນການຜະລິດສິນຄ້າເປັນກຸ່ມ-ເປັນຟາມ ເພື່ອທົດແທນການນໍາເຂົ້າແລະສົ່ງອອກ, ທົ່ວເມືອງມີພື້ນຖານການຜະລິດທີ່ແໜ້ນໜາ ເຊັ່ນ: ມີກຸ່ມຜະລິດຂອງເມືອງເຖິງ 23 ກຸ່ມ ຄື: ກຸ່ມຜະລິດແນວພັນເຂົ້າ 7ກຸ່ມ, ກຸ່ມຜະລິດເຂົ້າເປັນສິນຄ້າ 7ກຸ່ມ, ກຸ່ມປູກພືດຜັກ 7ກຸ່ມ, ບັນດາກຸ່ມເຫຼົ່ານີ້ ເນັ້ນໃສ່ການຜະລິດແບບຕ່ອງໂສ້ ໝາຍຄວາມວ່າ ກຸ່ມຜະລິດແນວພັນ ເມື່ອຜະລິດໄດ້ແລ້ວ ມາຂາຍໃຫ້ກຸ່ມຜະລິດເປັນສິນຄ້າ, ກຸ່ມຜະລິດເຂົ້າເປັນສິນຄ້າຜະລິດໄດ້ແລ້ວສົ່ງຂາຍໃຫ້ກຸ່ມໂຮງສີເຂົ້າຊຶ່ງບັນດາກຸ່ມເຫຼົ່ານີ້ ໄດ້ຈັດຕັ້ງປະຕິບັດມາໄດ້ 3ປີແລ້ວ.
ຄຽງຄູ່ກັບກຸ່ມການປູກຝັງແລ້ວ ຍັງມີກຸ່ມລ້ຽງສັດ ຄື: ກຸ່ມລ້ຽງງົວ, ກຸ່ມລ້ຽງໝູ(ຟາມ) ຜະລິດລູກໝູ ມີ 2ຟາມຊຶ່ງຟາມທີ່ສາມາດຜະລິດລູກໝູໄດ້ໃນປັດຈຸບັນມີແມ່ພັນໝູ 1.500 ແມ່, ສາມາດຜະລິດລູກໝູໄດ້ເກືອບ 10.000 ໂຕຜະລິດສົ່ງອອກໃນທ້າຍປີ 2023, ສ່ວນອີກຟາມໜຶ່ງຄາດວ່າຈະມີໝູແມ່ພັນປະມານ 1.200 ໂຕຖ້າສ້າງສຳເລັດແລະຜະລິດລູກໝູນ້ອຍເຕັມກຳລັງ ຈະເຮັດໃຫ້ເມືອງທ່າພະບາດສາມາດສະໜອງລູກໝູພຽງພໍຕາມຄວາມຕ້ອງການຂອງຕະຫຼາດ ແລະຈະບໍ່ຈຳເປັນຕ້ອງນຳເຂົ້າໝູອີກຕໍ່ໄປມີແຕ່ຈະສົ່ງອອກເປັນສິນຄ້າ; ນອກຈາກນີ້ ຍັງມີກຸ່ມຜະລິດລູກໝູ ໜອງໝາກຈັບຂອງກອງທັບຊຶ່ງຜະລິດເພື່ອຮັບໃຊ້ກົມ-ກອງ ແລະ ສ່ວນທີ່ເຫຼືອບໍລິໂພກ ກໍຂາຍໃຫ້ປະຊາຊົນ ທີ່ເປັນຜູ້ປະກອບການຟາມຂະໜາດນ້ອຍ (ແບບຄອບຄົວ).
ສະເພາະ ການປູກເຂົ້າ, ທົ່ວເມືອງເນື້ອທີ່ນາ3.500ກວ່າເຮັກຕາ, ໃນນັ້ນ ນາແຊງມີ 1.000ກວ່າເຮັກຕາ ສາມາດຜະລິດເຂົ້າກຸ້ມກິນ ແລະ ສົ່ງອອກຂາຍເປັນສິນຄ້າ, ສະເລ່ຍອັດຕາເຂົ້າກິນ 500ກິໂລ/ຄົນ/ປີ ທຽບໃສ່ແຜນການປະຕິບັດໄດ້ລື່ນແຜນ.
ທັງນີ້ ປະຊາຊົນເມືອງທ່າພະບາດໄດ້ຖືເອົາອາຊີບປູກຝັງ-ລ້ຽງສັດເປັນສ່ວນໃຫຍ່, ນອກນັ້ນ ແມ່ນຖືເອົາການຄ້າ-ຂາຍຈໍານວນໜຶ່ງ ເປັນຕົ້ນ ຢາງພາລາ ເນື້ອທີ່30.500ກວ່າເຮັກຕາ, ສາມາດຂີດຢາງໄດ້ ເນື້ອທີ່2.000ກວ່າເຮັກຕາ ສ້າງລາຍຮັບໃຫ້ແກ່ປະຊາຊົນປະມານ61ຕື້ກວ່າກີບຕໍ່ປີ, ມີໂຮງງານຜະລິດຢາງພາລາ ແບບເປັນກ້ອນ 2ໂຮງງານ.  ນອກຈາກນັ້ນ ຍັງໄດ້ສຸມໃສ່ປູກພືດອຸດສາຫະກໍາອື່ນ ໄດ້ແກ່ ສີໃຄເຄື່ອງ, ພືດໃໝ່ ອາວາເວ(ເນື້ອທີ່150ກວ່າເຮັກຕາ).
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ຊຶ່ງໄດ້ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໃນວັນທີ 8 ພຶດສະພານີ້ ທີ່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົ່ງໃນການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂຶ້ນໃນວັນທີ 9 ພຶດສະພານີ້ທີ່ ຫສປທ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ ຫສປທ ຮອງຫົວໜ້າ ຫສປທ, ສະຫາຍ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງປະທານຄະນະກວດກາສູນກາງພັກ ຮອງຫົວໜ້າອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ພິທີ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວ ​ໄດ້​ຈັດ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ ​​ທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.
ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປີ 2024 ແລະ ສືບຕໍ່ຂະຂວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປີ 2025 ໄດ້ຈັດຂຶ້ນໃນວັນທີ 08 ພຶດສະພານີ້, ໂດຍການເປັນປະທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ນວນຕາ ແກ້ວນະວົງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ.
ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ເມື່ອບໍ່ດົນມານີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຂອງປະຊາຊົນຢູ່ບ້ານມົກວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫຼວງພະບາງ.
3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

ຫ້ອງການ-ການເງິນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ 3 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 9 ເດືອນທ້າຍປີ 2025 ທີ່ສະໂມສອນ ນະຄອນໄກສອນພົມວິຫານ ໃນວັນທີ 7 ພຶດສະພາຜ່ານມາ ໂດຍການເປັນປະທານຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ.
ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ໃນວັນທີ 8 ພຶດສະພານີ້, ຂະແໜງທ່ອງທ່ຽວຂັ້ນແຂວງ, ເມືອງ ສົບທົບກັບ ຕຳຫຼວດທ່ອງທ່ຽວແຂວງຜົ້ງສາລີ ໄດ້ລົງຕິດຕາມກວດກາ, ຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ ຢູ່ເມືອງບຸນເໜືອ ເທສະບານແຂວງ ຊຶ່ງນຳພາໂດຍທ່ານ ບຸນຈັນ ແກ້ວຈີນດາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີບັນດາທ່ານພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ຄໍາມ່ວນ ມອບລົດຈັກຈໍານວນ 11 ຄັນ ໃຫ້ສະຫະພັນແມ່ຍິງແຂວງ

ຄໍາມ່ວນ ມອບລົດຈັກຈໍານວນ 11 ຄັນ ໃຫ້ສະຫະພັນແມ່ຍິງແຂວງ

ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງຜູ້ແທນແມ່ຍິງແຂວງຄຳມ່ວນ, ຕອນແລງວັນທີ 8 ພຶດສະພານີ້ ທີ່ຫ້ອງວ່າການແຂວງ ໄດ້ຈັດພິທີ ມອບ-ຮັບ ລົດຈັກ (Honda wave 110) ຈໍານວນ 11 ຄັນ, ມູນຄ່າ 380 ລ້ານກວ່າກີບ, ໃຫ້ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງ 10 ເມືອງ
ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ພາຍຫຼັງຈັດກອງປະຊຸມປະຖົມນິເທດໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະ ວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈໍາປີ 2025 ທີ່ຄະນະວິສະວະກຳສາດ (ຄວສ) ແລະ ຄະນະຊັບພະຍາກອນນໍ້າ (ຄຊນ) ມະຫາວິທະຍາໄລແຫ່ງຊາດ (ມຊ). ດັ່ງນັ້ນ, ໃນວັນທີ 8 ພຶດສະພານີ້,
ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ວັນທີ 8 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເພີ່ມເຕີມ