ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ
ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ທາບທາມບກຄະລາກອນ ສະໝກເລອກຕງຄະນະບລຫານງານພກຮອບທ II ກະຊວງ ຍທຂ - image 1
 

 

ກອງປະຊຸມຄັ້ງນີ້ ໄດ້ຜ່ານຮ່າງລາຍງານການເມືອງຂອງອົງຄະນະພັກກະຊວງ ຍທຂ, ຜ່ານຮ່າງແຜນພັດທະນາຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ຜ່ານຮ່າງ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V, ພ້ອມນັ້ນຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ສາມຮ່າງເອະສານ ອັນໃດທີເຮັດໄດ້ສຳເລັດ ແລະ ອັນໃດທີ່ຍັງຄ້າງຄາ ທີ່ຈະໄດ້ພ້ອມກັນແກ້ໄຂເຮັດໃຫ້ສຳເລັດໃນຕໍ່ໜ້າ.

ເພື່ອເປັນພື້ນຖານໃຫ້ແກ່ການທາບທາມຮອບທີ III ແລະ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກະຊວງ, ເພື່ອຮັບປະກັນໃຫ້ແກ່ການເລືອກເຟັ້ນເອົາບຸກຄະລາກອນເຂົ້າສະໝັກເປັນຄະນະບໍລິຫານງານພັກກະຊວງສະໄໝທີ VI, ດັ່ງນັ້ນ ສະຫາຍ ລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໃຫ້ມີຄວາມຮັບຜິດຊອບທາງດ້ານການເມືອງສູງ ຕັດສິນໃຈເລືອກເຟັ້ນເອົາບຸກຄະລາກອນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດດ້ານວິຊາການໃດໜຶ່ງທີ່ແນ່ນອນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ມະຫາຊົນ, ປະຕິບັດລະບອບແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕຂອງພັກ, ຕົກລົງບັນຫາເປັນໝູ່ຄະນະ ປະຕິບັດລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ຫຼີກເວັ້ນແນວຄິດອັກຄະຕິສ່ວນຕົວຕໍ່ກັນ ຊຶ່ງຈະນໍາພາໄປສູ່ການສ້າງຜົນເສຍຫາຍໃຫ້ແກ່ບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ ເຮັດໃຫ້ຂາດໂອກາດເຂົ້າຮ່ວມເປັນຄະນະພັກກະຊວງ.

ຕອນທ້າຍ ກອງປະຊຸມກໍໄດ້ມີການປ່ອນບັດທາບທາມບຸກຄະລາກອນ ທີ່ຈະອອກສະ

ໜັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງຮອບທີ III ສະໄໝທີ VI.

(ຂ່າວ-ພາບ: ຕຸໄລເພັດ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ສະ​ຫາຍ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະກຳມະການປົກຄອງ44 ຕາແສງທົ່ວແຂວງຄໍາມ່ວນ, ໃນ​ວັນ​ທີ 14 ກັນ​ຍາ​ນີ້ ທີ່ ສະ​ໂມ​ສອນຫຼັກ 4 ໂດຍມີສະ​ຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີການນໍາຂອງແຂວງ, ການນໍາຂອງເມືອງ ແລະ ຄະນະກຳປະການປົກຄອງຕາແສງໃນທົ່ວແຂວງເຂົ້າຮ່ວມ.
ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ