ກອງປະຊຸມທາບທາມຮ່າງລັດຖະທຳມະນູນ

ທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ຢູ່ຂັ້ນທ້ອງຖິ່ນ

ທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ຢູ່ຂັ້ນທ້ອງຖິ່ນ
ວັນທີ 17 ມັງກອນຜ່ານມາທີ່ໂຮງແຮມຮໍລີເດອິນນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມທາບທາມຮ່າງລັດຖະທຳມະນູນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກຮອງປະທານສະພາແຫ່ງຊາດ

 

 ຮອງປະທານ ຜູ້ປະຈໍາການຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ);ເຂົ້າຮ່ວມມີບັນດາທ່ານໃນຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ,ການນຳຈາກອົງການຈັດຕັ້ງພັກ-ລັດ, ບັນດາພະແນກການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະພາການຄ້າ ແລະ ອຸດສາຫະກຳແລະ ພາກສ່ວນທີ່ກ່ຽວຂ້ອງຈາກນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ.

ຈຸດປະສົງແມ່ນເພື່ອເຮັດໃຫ້ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງຂອງພັກ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເປັນການເຊື່ອມຊຶມ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບຮ່າງລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວສັງຄົມ ໃຫ້ດີຂຶ້ນກວ່າເກົ່າ; ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນສາມວັນປະຫວັດສາດທີ່ສຳຄັນຂອງຊາດໃນປີນີ້.

ໃນກອງປະຊຸມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນຈາກທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ເລຂາທິການສະພາແຫ່ງຊາດ,ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ທັງເປັນຫົວໜ້າອະນຸກຳມະການບໍລິຫານ, ພິທີການ ແລະ ການເງິນ; ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອໃຫ້ ຄລຊ ນຳຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນ.

(ຂ່າວ-ພາບ: ສອນສັກ ວັນວິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖ້າໄດ້ຮັບຄວາມໄວ້ວາງໃຈຈະເປັນຕົວແທນຊາວ ນວ ໃນເວທີການເມືອງເພື່ອພິຈາລະນາບັນຫາສຳຄັນຂອງຊາດ

ຖ້າໄດ້ຮັບຄວາມໄວ້ວາງໃຈຈະເປັນຕົວແທນຊາວ ນວ ໃນເວທີການເມືອງເພື່ອພິຈາລະນາບັນຫາສຳຄັນຂອງຊາດ

ເນື່ອງໃນໂອກາດວັນເລືອກຕັ້ງ 22 ກຸມພາ 2026 ທີ່ຈະມາເຖິງນີ້, ຜູ້ປ່ອນບັດເລືອກຕັ້ງຈົ່ງພ້ອມກັນໄປໃຊ້ສິດຂອງຕົນຢ່າງເຕັມສ່ວນເພື່ອເລືອກເອົາຕົວແທນຂອງຕົນເຂົ້າໄປນັ່ງໃນສະພາ, ເປັນປາກສຽງໃນການປົກປ້ອງສິດ-ຜົນປະໂຫຍດອັນຖືກຕ້ອງຂອງຕົນ.
ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສືບຕໍ່ໂຄສະນາຫາສຽງຢູ່ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ

ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສືບຕໍ່ໂຄສະນາຫາສຽງຢູ່ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ

ເພື່ອຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໄດ້ຮັບຜົນດີ, ມີຄວາມເປັນເອກະພາບທັງຮັບປະກັນການນຳພາຂອງພັກ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ; ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບຄວາມ ໝາຍຄວາມສໍາຄັນຂອງການເລືອກຕັ້ງແນໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງ
ເມືອງມຸນລະປາໂມກ​​ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ​ ໃນເທດສະບານເມືອງ

ເມືອງມຸນລະປາໂມກ​​ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ​ ໃນເທດສະບານເມືອງ

ວັນທີ​ 18 ກຸມພາ​ນີ້,​ ເມືອງມຸນລະປາໂມກ​ ແຂວງ​ຈໍາປາສັກ​ ໄດ້ຈັດພິທີມອບ ແລະ​ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ​ ໃນເທດສະບານເມືອງ​ ໂດຍ​ການເຂົ້າຮ່ວມ​ຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ​, ທ່ານ​ ພົນ​ຈັດຕະວາ​ ວິລະຕູ ວໍລະຈິດ ຄະນະປະຈໍາ​ພັກແຂວງ​ ຫົວໜ້າ​ການ​ເມືອງ​ກອງບັນຊາ​ການທະຫານ​ແຂວງ​ ຜູ້ຊີ້ນໍາ​ວຽກງານ​ຮອບດ້ານ​ຢູ່ເມືອງ​ມຸນລະປາໂມກ, ມີແຂກຖຶກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.​
ຜູ້ມີສິດເລືອກຕັ້ງ 5 ບ້ານ ເມືອງຜົ້ງສາລີ ຕື່ນຕົວເຂົ້າຮ່ວມຮັບຟັງການໂຄສະນາຫາສຽງຢ່າງຄືກຄື້ນ

ຜູ້ມີສິດເລືອກຕັ້ງ 5 ບ້ານ ເມືອງຜົ້ງສາລີ ຕື່ນຕົວເຂົ້າຮ່ວມຮັບຟັງການໂຄສະນາຫາສຽງຢ່າງຄືກຄື້ນ

ວັນທີ 18 ກຸມພາ ນີ້, ຂະບວນການລົງຫາສຽງຂອງບັນດາຜູ້ສະໜັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ສືບຕໍ່ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງຢູ່ 5 ບ້ານເທດສະບານຂອງເມືອງຜົ້ງສາລີ ໂດຍການນໍາພາຂອງ ທ່ານ ພົຕ ສົມພອນ ມິດຕະພອນ ກໍມະການສູນກາງພັກ ເລຂາພັກແຂວງຜົ້ງສາລີ, ຜູ້ສະໜັກຮັບເລືອກຕັ້ງ ສະມາຊີກສະພາແຫ່ງຊາດ ຊຸດທີ X, ນໍ້າເບີ 1 ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ພ້ອມດ້ວຍບັນດາທ່ານຜູ້ສະໜັກ ສສຊ ທັງໝົດ 9 ທ່ານ ຍິງ 2 ທ່ານ, ໂດຍການຕ້ອນຮັບຂອງ ອົງການຈັດຕັ້ງບ້ານ ແລະ ຜູ້ມີສິດເລືອກຕັ້ງຈາກບ້ານແສນສາລີ, ໂພນສະອາດ,ໂພນແກ້ວ, ຮົ່ມສະຫ່ວາງ ແລະ ບ້ານມົງເຈົາ ເຂົ້າຮ່ວມ 1,094 ທ່ານ.
ທ່ານ ສົມວິໄຊ ວົງທິລາດ ຜູ້ສະໝັກນໍ້າເບີ 9 ຍິນດີເປັນຂົວຕໍ່ໃຫ້ປະຊາຊົນຖ້າໄດ້ຮັບຄວາມໄວ້ວາງໃຈຖຶກເລືອກເປັັນ ສສຊ

ທ່ານ ສົມວິໄຊ ວົງທິລາດ ຜູ້ສະໝັກນໍ້າເບີ 9 ຍິນດີເປັນຂົວຕໍ່ໃຫ້ປະຊາຊົນຖ້າໄດ້ຮັບຄວາມໄວ້ວາງໃຈຖຶກເລືອກເປັັນ ສສຊ

ທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຄໍາມ່ວນ, ຜູ້ສະໝັກນໍ້າເບີ 9 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໂອກາດທີ່ລົງໂຄສະນາ, ພົບປະສະເໜີຕົວຕໍ່ປະຊາຊົນຢູ່ບັນດາເມືອງ, ບ້ານ ພາຍໃນແຂວງຄໍາມ່ວນ ມີຄວາມຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕາງໜ້າຂົງເຂດອຸດສາຫະກຳ ແລະ ການຄ້າແຂວງ ລົງສະໝັກ ສສຊ ຊຸດທີ X ປະຈໍາເຂດ 12 ແຂວງຄໍາມ່ວນ ເພື່ອເຮັດແນວໃດເປັນກະບອກສຽງ, ເປັນຕົວແທນຂອງປະຊາຊົນບັນດາເຜົ່າແຂວງຄໍາມ່ວນ.
ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງທີ່ເມືອງໂຂງ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງທີ່ເມືອງໂຂງ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ຄະນະທີ 1 ຈໍານວນ 10 ທ່ານ ຍິງ 2 ທ່ານ, ໄດ້ສືບຕໍ່ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ ຢູ່ຈຸດຫ້ອງວ່າການປົກຄອງເມືອງໂຂງ.
10 ຜູ້ສະໝັກ ‎ພ້ອມເປັນຂົວຕໍ່ໃຫ້ປະຊາຊົນ ຫາກໄດ້ຮັບເລືອກຕັ້ງເປັນ ສສຊ

10 ຜູ້ສະໝັກ ‎ພ້ອມເປັນຂົວຕໍ່ໃຫ້ປະຊາຊົນ ຫາກໄດ້ຮັບເລືອກຕັ້ງເປັນ ສສຊ

ໃນວັນທີ 18 ກຸມພານີ້, ທ່ານ ສີສຸພັນ ມະຫາວົງ ຮອງເລຂາຄະນະພັກແຂວງເຊກອງ ໄດ້ນໍາພາຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ຈໍານວນ 10 ທ່ານ ຍິງ 2 ທ່ານ ລົງພົບປະ ແລະ ສະເໜີຕົວ ຕໍ່ຜູ້ມີສິດເລືອກຕັ້ງຢູ່ 2 ຈຸດ ຄື: ວັດຫຼວງແຂວງເຊກອງ ແລະ ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງເຊກອງ.
ຄອສພ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ຄອສພ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນ ສ້າງຕັ້ງສະຫະພັນກຳມະການລາວ ຄົບຮອບ 70 ປີ (1 ກຸມພາ 1956 - 1 ກຸມພາ 2026) ຂຶ້ນໃນວັນທີ 18 ກຸມພານີ້ ທີ່ ຄອສພ ໂດຍການໃຫ້ກຽດປາຖະກະຖາ ຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ, ໂດຍມີ ສະຫາຍ ວັນລາຕີ ຄໍາວານວົງສາ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ປະທານສະຫະພັນກໍາມະບານ ຄອສພ, ມີກຳມະບານຮາກຖານ, ສະມາຊິກກຳມະບານອ້ອມຂ້າງ ຄອສພ ເຂົ້າຮ່ວມຮັບຟັງ.
ຜູ້ສະໝັກ ສສຊ ເຂດ 1 ນວ ເລກ 25 ຢາກເປັນອີກແຮງ ຊ່ວຍເຫຼືອປະຊາຊົນໃຫ້ມີຊີ ວິດການເປັນຢູ່ດີຂຶ້ນ

ຜູ້ສະໝັກ ສສຊ ເຂດ 1 ນວ ເລກ 25 ຢາກເປັນອີກແຮງ ຊ່ວຍເຫຼືອປະຊາຊົນໃຫ້ມີຊີ ວິດການເປັນຢູ່ດີຂຶ້ນ

ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຜູ້ສະໝັກເລກ 25 ໄດ້ໃຫ້ສຳ ພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 17 ກຸມພານີ້ວ່າ: ຂ້າພະ ເຈົ້າມີໂອກາດໄດ້ຮັບສະໝັກເປັນ ສສຊ ໃນຊຸດນີ້, ຄວາມຫວັງຢາກ ເປັນອີກແຮງໜຶ່ງເຂົ້າໄປຊ່ວຍເຫຼືອປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ຖ້າຫາກປະຊາຊົນໃຫ້ໂອກາດ ໃນການເຮັດໜ້າທີ່ຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ກໍຈະນໍາໃຊ້ປະສົບການ ແລະ ນໍາໃຊ້ທ່າແຮງທີ່ມີ ເພື່ອປະກອບສ່ວນເຮັດວຽກສົມທົບກັບພາກລັດໃນການຮັບໃຊ້ປະເທດຊາດ ແລະ ປະຊາຊົນ
ຂ້າພະເຈົ້າມີຄວາມພ້ອມ ເຮັດໜ້າທີ່ເປັນຂົວຕໍ່ ລະຫວ່າງຂັ້ນລຸ່ມກັບຂັ້ນເທິງ

ຂ້າພະເຈົ້າມີຄວາມພ້ອມ ເຮັດໜ້າທີ່ເປັນຂົວຕໍ່ ລະຫວ່າງຂັ້ນລຸ່ມກັບຂັ້ນເທິງ

ທ່ານ ນາງ ຄໍາແຫວນ ສິງບັນດິດ ໃຫ້ສໍາພາດຕໍ່ນັກຂ່າວ ທີ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ວ່າ: ຂ້າພະເຈົ້າ ກໍາເນີດທີ່ບ້ານນາມິ້ມ ເມືອງອາດສະພອນ ແຂວງສະຫວັນນະເຂດ, ປັດຈຸບັນຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໜ້າທີ່ຮັບຜິດຊອບ ເປັນຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າສະພາ ນະຄອນຫຼວງວຽງຈັນ (ນວ).
ເພີ່ມເຕີມ