ຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ຢູ່ແຂວງສະຫວັນນະເຂດ

ທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ຢູ່ແຂວງສະຫວັນນະເຂດ

ທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ຢູ່ແຂວງສະຫວັນນະເຂດ
ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງຂອງພັກ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ແລະ ເປັນການເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ ເຂົ້າໃຈ ທີ່ຖືກຕ້ອງ ກ່ຽວກັບຮ່າງລັດຖະທຳມະນູນປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ໃນທົ່ວສັງຄົມໃຫ້ດີຂຶ້ນກວ່າເກົ່າ; ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂ່ຳນັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນສາມວັນປະຫວັດສາດທີ່ສຳຄັນຂອງຊາດ ໃນປີ 2025.

ສະນັ້ນ, ໃນວັນທີ 16-17 ມັງກອນ 2025 ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຈຶ່ງໄດ້ຈັດກອງປະຊຸມທາບທາມລັດຖະທຳມະນູນ ສຳລັບ 3 ແຂວງຄື: ສະຫວັນນະເຂດ, ຄຳມ່ວນ ແລະ ຈຳປາສັກ ຊຶ່ງຈັດຂຶ້ນທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ, ມີທ່ານ ກົງແກ້ວວໍລະຈັກ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍສະພາແຫ່ງຊາດ, ບັນດາທ່ານການນຳຈາກອົງການຈັດຕັ້ງພັກ-ລັດ, ບັນດາພະແນກການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະພາການຄ້າ ແລະ ອຸດສາຫະກຳ, ແລະ ພາກສ່ວນທີ່ກ່ຽວຂ້ອງຈາກ 3 ແຂວງ ຄື: ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ເຂົ້າຮ່ວມ 90 ກວ່າທ່ານ.

ໃນກອງປະຊູມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ຈາກທ່ານ ອຳໄພ ຈິດມານົນ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອເຮັດໃຫ້ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ນຳຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນ.

(ຂ່າວ-ພາບ: ສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ແລະ ປະກາດຕຳແໜ່ງງານໃຫ້ນາຍຕຳຫຼວດ ໃນວັນທີ 15 ພຶດສະພາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັອ ອາຄົມ ວົງພະຈັນ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 15 ພຶດສະພາ ຜ່ານມານີ້, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວ ລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື: ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.
ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງ​ປະ​ຊຸມ ສໍາມະນາວິທະຍາສາດ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດ ຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ), ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄຫມທີ VI​ ໄດ້​ປິດ​ລົງ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້ ທີ່ ເມືອງ​ເງິນ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ, ໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ພາ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ຕະໂອ້ຍ ວາງແຜນຟື້ນຟູປ່າ 306 ເຮັກຕາ ຕັ້ງເປົ້າປູກໄມ້ໃຫ້ໄດ້ກວ່າ 218,000 ຕົ້ນ

ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນລະດັບຊາດ ໃນການປູກຈິດສຳນຶກໃຫ້ປະຊາຊົນທຸກຊັ້ນຄົນ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້, ຮ່ວມກັນປົກປັກຮັກສາສິ່ງແວດລ້ອມ, ເພີ່ມທະວີເນື້ອທີ່ປົກຫຸ້ມສີຂຽວ ແລະ ຟື້ນຟູຄວາມສົມດຸນຂອງລະບົບນິເວດວິທະຍາ ໃຫ້ມີຄວາມອຸດົມສົມບູນແບບຍືນຍົງ.
ປກສ ສະຫວັນນະເຂດ ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີ ໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ

ປກສ ສະຫວັນນະເຂດ ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີ ໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ

ໃນວັນທີ 15 ພຶດສະພາຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສະຫວັນນະເຂດ ໄດ້ນຳສົ່ງຜູ້ຖືກຫາແກ້ງຄໍເຊັນເຕີຈຳນວນ 141 ຄົນ ຍິງ 46 ຄົນ,
ເມືອງພຽງ ປາຖະກະຖາ 3 ວັນປະຫວັດສາດຂອງພັກ-ຂອງຊາດ

ເມືອງພຽງ ປາຖະກະຖາ 3 ວັນປະຫວັດສາດຂອງພັກ-ຂອງຊາດ

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 3 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959-18 ພຶດສະພາ 2026), ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026) ແລະ ວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890-19 ພຶດສະພາ 2026) ຂຶ້ນໃນວັນທີ 19 ພຶດສະພານີ້, ທີ່ຫ້ອງປະຊຸມເມືອງ ໂດຍການເປັນກຽດເຂົ້າຮ່ວມ ແລະ ໃຫ້ກຽດປາຖະກະຖາຂອງທ່ານ ເສນ ພັນລັກ ກຳມະການພັກແຂວງ ເລຂາພັກເມືອງໆພຽງ ພ້ອມດ້ວຍພະນັກ ງານຫຼັກແຫຼ່ງເຂົ້າຮ່ວມ.
ທົບທວນຄືນໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ

ທົບທວນຄືນໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ

ກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມທົບທວນຄືນກາງສະໄໝ ຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ ໄລຍະ II ໃນວັນທີ 18 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທ່ານ ເຄັນນິຈິ ນິຊິກະວະ ຊາເວສ ຫົວໜ້າທີມອາວຸໂສ ດ້ານເສດຖະກິດຂອງທະນາຄານໂລກ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າກົມ, ກະຊວງທີ່ກ່ຽວຂ້ອງ, ຊ່ຽວຊານຈາກທະນາຄານໂລກ ແລະ ຫ້ອງການປະສານງານໂຄງການ ເຂົ້າຮ່ວມ.
ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ

ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ

ທ່ານ ນາງ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ຮອງປະທານສະຫະພັນແມ່ ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງເມື່ອບໍ່ດົນມານີ້ ໃນຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ.
ກະຊວງປ້ອງກັນປະເທດປະກາດການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ

ກະຊວງປ້ອງກັນປະເທດປະກາດການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ

ວັນທີ 18 ພຶດສະພາ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງ, ສະພາວິທະຍາສາດການທະຫານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ