ທາບທາມເນື້ອໃນ ແລະ ບຸກຄະລາກອນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ

ທາບທາມເນື້ອໃນ ແລະ ບຸກຄະລາກອນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ

ທາບທາມເນື້ອໃນ ແລະ ບຸກຄະລາກອນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ
ໃນຕອນຊົ້າວັນທີ 15 ກັນຍາ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ), ອົງຄະນະພັກ ຫສນຍ ໄດ້ຈັດກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນທີ່ອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຫສນຍ ສະໄໝທີ VI ຮອບທີ 3 ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ; ມີສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ; ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ຫົວໜ້າ ຫສນຍ; ​ບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ຫສນຍ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ, ຄະນະຮັບຜິດຊອບຕິດຕາມ-ຊຸກຍູ້ການກະກຽມດ້ານເນື້ອໃນ ແລະ ບຸກຄະລາກອນຈາກຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜູ້ແທນສົມບູນທີ່ມີສິດປ່ອນບັດທາມທາບ ເຂົ້າຮ່ວມ.
ທາບທາມເນອໃນ ແລະ ບກຄະລາກອນ ເພອກະກຽມໃຫແກກອງປະຊມໃຫຍຜແທນອງຄະນະພກ ຫສນຍ - image 1
 

ໃນໂອກາດນີ້, ກອງປະຊຸມໄດ້ຮັບຟັງການສະເໜີຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V, ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ໄລຍະປີ 2026-2030 ແລະ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V. ຫຼັງຈາກນັ້ນ, ຜູ້ແທນສົມບູນ ໄດ້ປ່ຽນກັນປະກອບຄໍາເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ໃສ່ບັນດາເອກະສານສຳຄັນ ທີ່ໄດ້ນຳມາສະເໜີຕໍ່ກອງປະຊຸມ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ພ້ອມກັນນັ້ນ ສະຫາຍ ບົວຄົງ ນາມມະວົງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນການດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ຫສນຍ ທ້າຍສະໄໝທີ V ແລະ ການນໍາພາດ້ານການເມືອງ-ແນວຄິດ ຂອງຄະນະບໍລິຫານງານພັກ ຫສນຍ ເຊິ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຄົ້ນຄວ້າ, ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ V ຂອງຄະນະບໍລິຫານງານພັກ ຫສນຍ ແລະ ບັນດາມະຕິ, ຄຳສັ່ງ, ຂໍ້ກໍານົດຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດ, ປັບປຸງແບບແຜນການນຳພາຢ່າງເຂັ້ມງວດ ເພື່ອເປັນພື້ນຖານໃນການຫັນປ່ຽນ ແລະ ກໍານົດການສ້າງວິໄສທັດພາຍໃນຄະນະພັກ, ເຮັດໃຫ້ສະມາຊິກພັກ ຕະຫຼອດຮອດພະນັກງານ-ລັດຖະກອນ ມີຄວາມໜັກແໜ້ນເຂັ້ມແຂງ, ມີທັດສະນະຫຼັກໝັ້ນຖືກຕ້ອງ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ສັດຊື່ບໍລິສຸດ, ຍົກສູງຄວາມຮູ້-ຄວາມສາມາດການນຳພາຮອບດ້ານ ເປັນແບບຢ່າງນຳໜ້າ ແລະ ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ.ຫຼັງຈາກນັ້ນ,ສະຫາຍ ຄຳສຸກ ອອຍຍະວົງ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ຄະນະກວດກາສູນກາງພັກ ກໍໄດ້ສືບຕໍ່ຜ່ານມາດຖານ,ເງື່ອນໄຂຄະນະບໍລິຫານງານພັກ ຫສນຍແລະ ມາດຖານ, ເງື່ອນໄຂເລຂາ, ຮອງເລຂາ, ຄະນະປະຈຳພັກ, ປະທານ ແລະ ຮອງປະທານຄະນະກວດກາພັກ

ທາບທາມເນອໃນ ແລະ ບກຄະລາກອນ ເພອກະກຽມໃຫແກກອງປະຊມໃຫຍຜແທນອງຄະນະພກ ຫສນຍ - image 2
 

ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ແລະ ມີຄຳເຫັນກ່ອນການທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ຫສນຍສະໄໝທີ VIຮອບທີ 3ໃນບາງບັນຫາ ເປັນຕົ້ນບຸກຄະລາກອນທີ່ຈະອອກຮັບສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຫສນຍ ຕ້ອງເປັນບຸກຄົນທີ່ດີເດັ່ນທີ່ສຸດ, ມີຄຸນທາດການເມືອງໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນທີ່ຈະແຈ້ງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ທີ່ພົ້ນເດັ່ນແລະສົມຄູ່ກັບໜ້າທີ່ການເມືອງທີ່ຖືກມອບໝາຍ,ເອົາການເຕີບໃຫຍ່ຂະຫຍາຍຕົວໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເປັນໄມ້ຫຼາວັດແທກ ແລະ ສາມາດແບກຫາບໜ້າທີ່ການນໍາພາຊີ້ນໍາ ໃນການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ,ຕ້ອງຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້, ຮັບປະກັນໂຄງປະກອບບຸກຄະລາກອນ ໂດຍສະເພາະ ດ້ານເພດ, ເຜົ່າແລະຮັບປະກັນ3ຮຸ່ນ (ຮຸ່ນອາວຸໂສ, ຮຸ່ນກາງແລະຮຸ່ນໜຸ່ມ)ເພື່ອຮັບປະກັນການສືບທອດປ່ຽນແທນ, ການເລືອກເຟັ້ນບຸກຄະລາກອນໂດຍສະເພາະການທາມທາບ ຮອບທີ 3ນີ້ຕ້ອງປະຕິບັດຕາມກົດລະບຽບພັກ, ບັນດານິຕິກຳ, ຄໍາສັ່ງ, ແຈ້ງການແລະຄໍາແນະນໍາຂອງສູນກາງພັກວາງອອກຢ່າງເຂັ້ມງວດ,ເດັດຂາດບໍ່ໃຫ້ຄົນບໍ່ດີເຂົ້າໄປໃນການຈັດຕັ້ງຂອງພັກດ້ວຍຮູບການຕ່າງໆ ທີ່ບໍ່ຊອບທຳ ເປັນຕົ້ນ ການຊື້ຈ້າງຈອບອອຍ, ການປຸກລະດົມຂົນຂວາຍ, ຈຸ້ມເຈື້ອເຊື້ອສາຍ ແລະ ອື່ນໆທີ່ເປັນການສ້າງຄວາມເຊື່ອມເສຍແກ່ພາບພົດ, ບົດບາດແລະຄວາມເຊື່ອໝັ້ນສັດທາຂອງມະຫາຊົນຕໍ່ພັກ, ທັງຫຼີກລ່ຽງພະຍາດອາຍາສິດ, ສໍ້ລາດບັງຫຼວງ, ຂາດຄວາມເປັນແບບຢ່າງ. ນອກນັ້ນ, ການຄັດເລືອກບຸກຄະລາກອນຕ້ອງສົມທົບແໜ້ນກັບຄະນະຮັບຜິດຊອບຈາກຄະນະຈັດສູນກາງພັກ, ຄະນະກວດກາສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເພື່ອເຮັດໃຫ້ການຄັດເລືອກບຸກຄະລາກອນມີຄຸນນະພາບ, ຮັບປະກັນການນຳພາ-ຊີ້ນຳມີປະສິດທິພາບ ແລະ ປະສິດທິຜົນສູງ.

ທາບທາມເນອໃນ ແລະ ບກຄະລາກອນ ເພອກະກຽມໃຫແກກອງປະຊມໃຫຍຜແທນອງຄະນະພກ ຫສນຍ - image 3
 

ໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຫສນຍສະໄໝທີ VI ຮອບທີ 3 ສໍາເລັດຕາມວາລະທີ່ກໍານົດໄວ້.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ໃນວັນທີ 29 ຕຸລາຜ່ານມາຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທະນົງສັກ ພົມມະທັດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ.
ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 29 ຕຸລາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໆເງິນເມືອງສີງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ຢູ່ພາຍໃນເມືອງສີງ ເພື່ອກະກຽມໃສ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີV2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍໍາກ້ຽງ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ.
ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພື່ອເປັນການເສີມຂະຫຍາຍ ວຽກງານຄວາມປອດໄພທາງຫຼວງ ແລະ ຫຼຸດຜ່ອນອັດຕາການເກີດອຸບັດເຫດ, ທີມງານໂຄງການຄວາມປອດໄພທາງຫຼວງ, ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ພະແນກຈະລາຈອນແຂວງອຸດົມໄຊ ໄດ້ສືບຕໍ່ລົງໂຄສະນາ ປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຢູ່ໂຮງຮຽນ ມສ ຫົວນ້ຳງາ (ບ້ານຫຼັກ 32) ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 30 ຕຸລາ ນີ້, ນຳພາທີມງານໂດຍ ທ່ານ ຄຳເພົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ.
ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ປັດຈຸບັນ, ໄດ້ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມນະໂຍບາຍຂອງພັກ ແລະລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງທ່ານ ວົງວິໄລ ພະສຸວໍ ຫຼື ເປົາຈະເລີນຊັບ ເຈົ້າຂອງບໍລິສັດ ເປົາຈະເລີນຊັບຮັບເໝົາກໍ່ສ້າງຂົວທາງ, ເຄຫະສະຖານຈຳກັດຜູ້ດຽວ ທີ່ນອກຈາກເຮັດທຸລະກິດແລ້ວ, ຍັງໄດ້ນຳພາຄອບຄົວ ເຮັດກະສິກຳແບບປະສົມປະສານ ໂດຍການພັດທະນາພື້ນທີ່ແຫ້ງແລ້ງ ໃຫ້ກາຍເປັນພື້ນທີ່ທີ່ອຸດົມສົມບູນ.
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດແຂວງຄໍາມ່ວນ ຈັດໃນຂຶ້ນວັນທີ 30 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ເຂົ້າຮ່ວມ.
ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ວັນທີ 29 ຕຸລາຜ່ານມານີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງແຂວງເຊກອງ ຢູ່ທີ່ສະໂມສອນຂອງແຂວງ ໂດຍມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະພະນັກງານກວດກາທົ່ວແຂວງ ເຂົ້າຮ່ວມຮັບຟັງ.
ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ວັນທີ 29 ຕຸລານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນໂຄງການສົ່ງເສີມນັກວິຊາການໜຸ່ມ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ” ໂດຍເປັນປະທານຂອງ ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງຫຼວງພະບາງ, ມີທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍລະດົກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີວິຊາການຈາກພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຊຽງຂວາງ,ຈໍາປາສັກ, ຄຳມ່ວນ ແລະວິຊາການໜຸ່ມທີ່ເຮັດວຽກປົກປັກຮັກສາມໍຣະດົກໂລກ ຢູ່ໃນປະເທດລາວ ເຂົ້າຮ່ວມ.
ເພີ່ມເຕີມ