ທາດໃຍຫີນທຸກຊະນິດເປັນອັນຕະລາຍຕໍ່ສຸຂະພາບ

ທາດໃຍຫີນທຸກຊະນິດເປັນອັນຕະລາຍຕໍ່ສຸຂະພາບ
ໂດຍ: ພູວັນ
    ທາດໃຍຫີນ ແມ່ນແຮ່ທາດທຳມະຊາດທີ່ທົນທານຕໍ່ຄວາມຮ້ອນ ແລະ ໄຟທີ່ຖືກນໍາມາໃຊ້ໃນບາງຜະລິດ ຕະພັນ, ທາດໃຍຫີນທຸກຊະນິດເປັນອັນຕະລາຍຕໍ່ສຸຂະພາບ ສາມາດເຮັດໃຫ້ເກີດເປັນພະຍາດມະເຮັງ, ພະຍາດເຍື້ອຫຸ້ມປອດ ແລະ ພະຍາດອື່ນໆ. ທາດໃຍຫີນເປັນສາເຫດເຮັດໃຫ້ມີຜູ້ເສຍຊີວິດໃນທົ່ວໂລກປະມານ 255.000 ຄົນຕໍ່ປີ, ຫຼາຍໆປະເທດໄດ້ສັ່ງຫ້າມການນຳເຂົ້າ ແລະ ການຜະລິດວັດສະດຸທີ່ນໍາໃຊ້ທາດດັ່ງກ່າວ.
    ຜະລິດຕະພັນທີ່ຜະລິດຈາກທາດໃຍຫີນຂາວ ທີ່ພົບເຫັນທົ່ວໄປຫຼາຍທີ່ສຸດໃນອາຊີແມ່ນແຜ່ນມຸງຫຼັງຄາຮູບແບບກະເບື້ອງຊີມັງທີ່ເປັນຮ່ອງ, ພົບເຫັນໃນຜ້າເບກລົດໃຫຍ່ ຫຼື ລົດຈັກ, ວັດສະດຸທີ່ໃຊ້ແຮງສຽດສີ ແລະ ຜະລິດຕະພັນກໍ່ສ້າງອື່ນໆ, ເສັ້ນໃຍຂອງທາດໄຍຫີນມີຂະໜາດນ້ອຍຫຼາຍ, ຖ້າຫາຍໃຈເອົາໃຍຫີນເຂົ້າໄປມັນຈະທຳລາຍປອດ, ໃນທົ່ວໂລກຄົນຈຳນວນຫຼາຍເສຍຊີວິດໃນແຕ່ລະປີຍ້ອນພະຍາດທີ່ເກີດຈາກໃຍຫີນເຊັ່ນ: ພະຍາດມະເຮັງປອດ, ພະຍາດທີ່ເກີດຈາກທາດໃຍຫີນໃຊ້ເວລາຫຼາຍປີຈຶ່ງເກີດອາການພະຍາດ ຫຼັງຈາກການສຳຜັດທາດໃຍຫີນ, ທາດໃຍຫີນທຸກຊະນິດເປັນສາເຫດເຮັດໃຫ້ເກີດພະຍາດມະເຮັງ ລວມທັງພະຍາດມະເຮັງເຍື້ອຫຸ້ມປອດ, ມະເຮັງປອດ, ມະເຮັງຫຼອດສຽງ ແລະ ມະເຮັງຮັງໄຂ່ ລວມໄປເຖິງພະຍາດທີ່ເກີດຈາກທາດໃຍຫີນອື່ນໆ(ພາວະເກີດພັງຜືດ ຫຼືຮອຍບາດແຜໃນປອດ) ແລະ ພະຍາດເຍື້ອຫຸ້ມປອດເຊັ່ນ: ການຈັບເປັນກ້ອນເຮັດໃຫ້ຂຸ້ນ ຫຼືໜາຂຶ້ນຫຼືພາວະມີນໍ້າໃນຊ່ອງເຍື້ອຫຸ້ມປອດ (ການຮົ່ວໄຫຼຂອງນໍ້າໃນປອດ), ອັນຕະລາຍທີ່ໄດ້ຮັບຈາກທາດໃຍຫີນ ກໍຄືໃນລະຫວ່າງການຜະລິດ, ໃນເວລາທີ່ກຳລັງມີການກໍ່ສ້າງ ຫຼືໃນເວລາທຸບມ້າງຕຶກອາຄານທີ່ນໍາໃຊ້ແຜ່ນມຸງທີ່ມີທາດໃຍຫີນ, ໃນເວລາທີ່ມັນມີການແຕກຫັກ, ຢູ່ພາຍໃນເຮືອນຂອງເຈົ້າໃນເວລາທີ່ທາດໃຍຫີນໄດ້ຖືກລົບກວນ, ທຸບ, ຖືກຕັດ, ເອົາກັບມາໃຊ້ອີກ ຫຼືມີອາຍຸໃຊ້ງານມາດົນນານຫຼາຍແລ້ວ ແລະ ມີການເປ່ເພ, ໃນເວລາທີ່ມັນໄດ້ຮັບຄວາມເສຍຫາຍຈາກສະພາບດິນຟ້າອາກາດ, ພະຍາດທີ່ເກີດຈາກທາດໃຍຫີນ ແລະ ໂຄວິດ-19ທັງສອງພະຍາດມີຜົນກະທົບຕໍ່ປອດ, ຖ້າຫາກເຈົ້າໄດ້ສຳຜັດກັບທາດໃຍຫີນເຈົ້າອາດຈະໄດ້ຮັບຜົນກະທົບຮ້າຍແຮງຫຼາຍຂຶ້ນຈາກພະຍາດປອດອື່ນໆ ມັນເປັນສິ່ງສຳຄັນຫຼາຍທີ່ຕ້ອງຫຼີກລ່ຽງການສຳຜັດກັບທາດໃຍຫີນ ເພື່ອປົກປ້ອງສຸຂະພາບຂອງເຈົ້າ ແລະ ປະຕິບັດຕາມຄຳແນະນຳຂອງກະຊວງສາທາລະນະສຸກກ່ຽວກັບໂຄວິດ-19.
    ພະຍາດທີ່ເກີດຈາກທາດໃຍຫີນສາມາດຫຼີກລ່ຽງໄດ້ເຊັ່ນໃນບໍລິເວນທີ່ຢູ່ອາໃສ ຢ່າຊື້ຫຼືນໍາໃຊ້ຜະລິດຕະພັນທີ່ມີທາດໃຍຫີນ ເພາະມັນຍັງມີທາງເລືອກອື່ນຢູ່ສະເໝີ, ບໍ່ໃຫ້ແຕະຕ້ອງວັດສະດຸທີ່ມີທາດໃຍຫີນ ຫຼືນໍາເອົາມາໃຊ້ຄືນເພື່ອເຮັດສິ່ງອື່ນໆອີກ, ເວລາຈະປ່ຽນແຜ່ນມຸງຫຼັງຄາເກົ່າ ທີ່ເຮັດຈາກທາດໃຍຫີນຢູ່ເຮືອນຂອງເຈົ້າ ຖ້າເປັນໄປໄດ້ຄວນໃຫ້ຜູ້ຊ່ຽວຊານທີ່ຮູ້ວິທີການຮື້ຖອນທີ່ປອດໄພເປັນຜູ້ເອົາອອກໃຫ້ ເພື່ອຄວາມປອດໄພຂອງສຸຂະພາບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ