ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ

ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ
ໂດຍ: ວັນໄຊ ຕະວິນຍານ
 ທາດແທ້ ຂອງກອງທັບປະຊາຊົນລາວ ໂດຍແມ່ນພັກປະຊາຊົນປະຕິວັດ ລາວເປັນຜູ້ຈັດຕັ້ງ, ນໍາພາບັນຊາ ແລະ ສຶກສາອົບຮົມ, ດັ່ງນັ້ນ ກອງທັບປະຊາຊົນລາວ ຈຶ່ງແມ່ນກອງທັບທີ່ຢຶດໝັ້ນ ລັດທິມາກ-ເລນິນ, ແມ່ນກອງທັບ ຂອງປະຊາຊົນທີ່ມີຄວາມຈົງຮັກພັກດີ, ມີຄວາມຊື່ສັດບໍລິສຸດ, ມີລະບຽບວິໃນທີ່ເຂັ້ມງວດ ແລະ ເປັນເຄື່ອງມືອັນແຫຼມຄົມ ຂອງພັກ,ທາດແທ້ປະຕິວັດກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຂຶ້ນມາໄດ້ກາຍເປັນກໍາລັງ ຫຼັກແຫຼ່ງໃນຂະບວນການຕໍ່ສູ້ປະຕິວັດ ຂອງປະຊາຊົນລາວບັນດາເຜົ່າ, ຕ້ານຈັກກະພັດຜູ້ຮຸກຮານ ແລະ ໂຄ່ນລົ້ມລະບອບສັກດີນາປະຕິການສ້າງຕັ້ງລະບອບໃໝ່ຂຶ້ນແທນ ແລະ ສືບຕໍ່ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໄວ້ໃຫ້ໝັ້ນຄົງ ແລະ ວັດທະນະຖາວອນ ແລະ ທາດແທ້ປະຊາຊົນກອງທັບປະຊາຊົນລາວ ແມ່ນກໍາເນີດມາຈາກປະຊາຊົນ, ໂດຍປະຊາຊົນ, ຕໍ່ສູ້ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ. 
 ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວມີມູນເຊື້ອຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ: ຍາມໃດກໍມີຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ, ຄວາມເດັດດ່ຽວໜຽວແໜ້ນ, ມີລະບຽບ ແບບແຜນທີ່ເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນຢ່າງແທ້ຈິງ,ມີມູນເຊື້ອ ນ້ໍາໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ ແລະ ມີໄຫວພິບ.
ກອງທັບເຮົາໄດ້ສືບທອດມູນເຊື້ອພິລະອາດຫານ ຂອງວິລະບູລຸດຂອງຊາດ, ມີຄວາມອົງອາດກ້າຫານ ບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ, “1 ຄົນລົ້ມລົງ, ມີຫຼາຍໆຄົນລຸກຂຶ້ນ”, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ, ຜ່ານພຶດຕິກໍາແຫ່ງການຕໍ່ສູ້ ຍືດເຍື້ອຍາວນານນັ້ນ ໄດ້ເກີດມີນັກຮົບດີເດັ່ນ, ນັກຮົບແຂ່ງຂັນ ແລະ ວິລະຊົນ ນັບທັງກໍາລັງຫຼວງ, ກໍາລັງທ້ອງຖິ່ນ, ກອງຫຼອນ ໃນນີ້ຍັງມີກໍາລັງເພດຍິງຮ່ວມນໍາເປັນຈໍານວນຫຼວງຫຼາຍ. 
ມູນເຊື້ອ ນໍ້າໃຈດຸໝັ່ນຂະຫຍັນພຽນ, ອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ: ກອງທັບເຮົາຍາມໃດກໍໄດ້ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການອອກແຮງງານເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ປັບປຸງຊີວິດການເປັນຢູ່ ຂອງພະນັກງານ ຮັກຮົບນັບມື້ດີຂຶ້ນ. 
ມູນເຊື້ອ ຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ: ກອງທັບເຮົາ ເວລາໃດກໍຖືວ່າຄວາມສາມັກຄີ ລະຫວ່າງ ກອງທັບກັບປະຊາຊົນບັນດາເຜົ່ານັ້ນຄື “ປາ ກັບນໍ້າ” ເປັນປັດໄຈພື້ນຖານສໍາຄັນກວ່າໝູ່ໃນພາລະກິດຕໍ່ສູ້ ຂອງກອງທັບເຮົາ ໂດຍອີງໃສ່ປະຊາຊົນຢ່າງໜັກແໜ້ນ ເພື່ອຕໍ່ສູ້ປົກປ້ອງປະເທດຊາດ ກໍຄືຫມາກຜົນ ຂອງການປະຕິວັດໄວ້ໃຫ້ຫມັ້ນຄົງ. 
ມູນເຊື້ອ ພົວພັນຮ່ວມມືພາຍໃນ ແລະ ສາກົນຢ່າງກົມກຽມບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ: ໄດ້ສາມັກຄີ ກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າ ໃນໂລກ, ໂດຍສະເພາະແມ່ນຄວາມສາມັກຄີຮ່ວມສໍາພັນສູ້ຮົບແບບພິເສດ ກັບກອງທັບປະຊາຊົນຫວຽດນາມ ອ້າຍນ້ອງ ແລະ ສາມັກຄີຮ່ວມມືຮອບດ້ານ ກັບກອງທັບປົດປ່ອຍປະຊາຊົນຈີນ. 
ກອງທັບປະຊາຊົນລາວ ເວລາໃດກໍຮັກສາມູນເຊື້ອອັນດີງາມ, ພາຍໃນມີປະຊາທິປະໄຕ ແລະ ມີ ລະບຽບວິໄນເຂັ້ມງວດ.
ກອງທັບປະຊາຊົນລາວ ຍາມໃດກໍຖືເອົາປະຊາຊົນເປັນກົກ, ເປັນບໍ່ເກີດ, ເປັນເຫງົ້າພະລັງແຮງ ແລະ ເປັນບ່ອນອີງອັນແໜ້ນແກ່ນ ຂອງຕົນ, ການເພີ່ມທະວີກ້ອນກໍາລັງສາມັກຄີອັນແໜ້ນແກ່ນ ຂອງປະຊາຊົນ ບັນດາເຜົ່າ, ຄວາມເປັນເອກະພາບໃນລະດັບສູງທາງດ້ານການເມືອງ - ແນວຄິດ ລະຫວ່າງ ປະຊາຊົນ ກັບ ກອງທັບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກຫອມຕອມຕູ້ມ ແລະ ການປະກອບສ່ວນຊ່ວຍເຫຼືອຢ່າງຈິງໃຈ ຂອງປະຊາຊົນລາວບັນດາເຜົ່າ ຕໍ່ກອງທັບ ນັ້ນເປັນກໍາລັງແຮງຊະນະເລີດ ຂອງກອງທັບປະຕິວັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ