ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ
ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງຄົມມະນາຄົມແຫ່ງຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງປະເທດເຂົ້າຮ່ວມ.
ເທເບຕງເຊອມຕຂວມດຕະພາບ ລາວ-ໄທ ແຫງທ V ບລຄາໄຊ-ບງການ - image 1
 

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກ່າວວ່າ: ໂຄງ ການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ V ແມ່ນໜຶ່ງໃນໂຄງການທີ່ເປັນສັນຍາລັກແຫ່ງການຮ່ວມມືລະຫວ່າງສອງຊາດ, ສອງລັດ ກໍຄືລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງຣາຊະອານາຈັກໄທໃນການນໍາໃຊ້ທ່າແຮງທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດຮ່ວມກັນ ພາຍໃຕ້ອະນຸພາກພື້ນລຸ່ມແມ່ນໍ້າຂອງ ຫຼື ອາຊີຕາເວັນອອກສ່ຽງໃຕ້ເພື່ອໃຫ້ເກີດການເຊື່ອມໂຍງ-ເຊື່ອມຈອດທັງລະດັບພາກພື້ນ ແລະ ສາກົນ ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ການສົ່ງເສີມທາງດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວໂດຍສະ ເພາະການໄປມາຫາສູ່ກັນຂອງປະຊາຊົນລະຫວ່າງສອງຊາດລາວ-ໄທ, ໄທ-ລາວ. ພ້ອມນີ້, ໂຄງການດັ່ງກ່າວຍັງເປັນໂຄງການໜຶ່ງສຳຄັນທີ່ນອນຢູ່ໃນແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ໂຄງການດັ່ງກ່າວຍັງເປັນໂຄງການໜຶ່ງທີ່ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຕອບສະໜອງໃຫ້ໄປຕາມຍຸດທະສາດການພັດທະນາພື້ນຖານໂຄງລ່າງເພື່ອຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນ.

ເທເບຕງເຊອມຕຂວມດຕະພາບ ລາວ-ໄທ ແຫງທ V ບລຄາໄຊ-ບງການ - image 2
 

ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າກົມຂົວທາງ ກະຊວງ ຍທຂ ກ່າວວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວມີລວງຍາວ 535 ແມັດ, ເບື້ອງໄທ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວຊ່ວງເທິງບົກເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ, ຕໍ່ມາໃນເດືອນພະຈິກ 2020 ໄດ້ເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງຂົວເບື້ອງ ສປປ ລາວ ໂດຍແມ່ນບໍລິສັດນະພາກໍ່ສ້າງຈໍາກັດໃນມູນຄ່າສັນຍາທັງໝົດ 420,5 ລ້ານກວ່າບາດ, ໄລຍະເວລາການກໍ່ສ້າງ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໂດຍແມ່ນບໍລິສັດສະຫຼວງກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບບໍລິສັດວິສະວະກໍາກໍ່ສ້າງສາກົນທັນສະໄໝຈໍາກັດຜູ້ດຽວ (ປະເທດລາວ) ໃນມູນຄ່າ 866 ລ້ານບາດ, ໃນໄລຍະເວລາການກໍ່ສ້າງ 30 ເດືອນ, ການກໍ່ສ້າງໄດ້ເລີ່ມລົງມືໃນຕົ້ນເດືອນມັງກອນ 2021 ຊຶ່ງໜ້າວຽກສ່ວນໃຫຍ່ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ 2025 ທີ່ຜ່ານມາ. 

ເທເບຕງເຊອມຕຂວມດຕະພາບ ລາວ-ໄທ ແຫງທ V ບລຄາໄຊ-ບງການ - image 3
 

ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທຶນກູ້ຢືມດອກເບ້ຍຜ່ອນຜັນ (ດອກເບ້ຍຕໍ່າ) ຈາກສຳນັກງານຄວາມຮ່ວມມື ເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ ໃນມູນຄ່າ 1.380 ລ້ານກວ່າບາດ ຊຶ່ງເຫັນວ່າເປັນການຊ່ວຍເຫຼືອທີ່ມີຄຸນຄ່າ ແລະ ມີປະສິດທິຜົນສູງເປັນການປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ດຶງດູດການລົງທຶນ ແລະ ການທ່ອງທ່ຽວຂອງລາວໃນເວລາດຽວກັນຍັງເຮັດໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນປະກົດຜົນເປັນຈິງ. 

 ມາຮອດປັດຈຸບັນ, ສັນຍາການກໍ່ສ້າງຂົວຂ້າມນໍ້າຂອງເບື້ອງ ສປປ ລາວ ຄວາມຍາວ 535 ແມັດ, ມີຄວາມຄືບໜ້າທັງໝົດ 98.4%, ສ່ວນສັນຍາການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວຄວາມຍາວ 2,775 ແມັດ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆໄດ້ສໍາເລັດແລ້ວ 100%, ຄາດວ່າຂົວແຫ່ງນີ້ຈະໄດ້ເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2025 ທີ່ຈະມາເຖິງນີ້. 

 ຜົນສໍາເລັດຂອງໂຄງການດັ່ງກ່າວ, ແມ່ນໝາກຜົນຕົວຈິງທີ່ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງຊາດລາວ-ໄທ ພວມໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

 ໃນໂອກາດດຽວກັນ, ສອງຝ່າຍ ລາວ-ໄທ ຍັງໄດ້ຮ່ວມລົງນາມຂໍ້ຕົກລົງ ວ່າດ້ວຍກຳມະສິດການນຳໃຊ້ການບໍລິຫານ ແລະ ການບູລະນະຮັກສາຂົວມິດຕະພາບລາວ-ໄທແຫ່ງທີ V ຕື່ມອີກ.  

ຂ່າວ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ເພີ່ມເຕີມ