ຖ້ຽວບິນກົງໄປ ເມວເບີນ ແລະ ຮີໂຣຊີມາ ຂອງ ຫວຽດເຈັດ ຈະຊ່ວຍກະຕຸ້ນເສດຖະກິດ ສສ ຫວຽດນາມ

ຖ້ຽວບິນກົງໄປ ເມວເບີນ ແລະ ຮີໂຣຊີມາ ຂອງ ຫວຽດເຈັດ ຈະຊ່ວຍກະຕຸ້ນເສດຖະກິດ ສສ ຫວຽດນາມ
ຫວຽດເຈັດ (Vietjet) ຈະຂະຫຍາຍເຄືອຂ່າຍສາຍການບິນສາກົນຕື່ມອີກ, ໃຫ້ແໜ້ນແຟ້ນ ມີພາບລັກຂອງສາຍການບິນໃນພາກພື້ນອາຊີ - ປາຊີຟິກ ດ້ວຍສາຍການບິນໃໝ່ທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມຫາ ຮີໂຣຊີມາ ຂອງຢີ່ປຸ່ນ ແລະ ເມວເບີນ ຂອງອົສຕຣາລີ. ເສັ້ນທາງບິນກົງໃໝ່ນີ້ ລວມທັງເສັ້ນທາງເຊື່ອມຕໍ່ຂ້າມທະວີບ, ຄາດວ່າຈະບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ແລະ ໃນລາຄາປະຢັດ, ຕອບສະໜອງຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນໃນທົ່ວພາກພື້ນ.
ພິທີເປີດເສັ້ນທາງບິນໃໝ່ຈັດຂຶ້ນໃນວັນທີ 6 ມີນາ ຜ່ານມາ ທີ່ຫວຽດນາມ, ໂດຍທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ການນຳທັງສອງປະເທດເຂົ້າຮ່ວມ.
   ເສັ້ນທາງ ຮ່າໂນ້ຍ - ເມວເບີນ ຈະເລີ່ມໃຫ້ບໍລິການໃນວັນທີ 3 ມິຖຸນາ 2024, ອອກບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ ມາຮອດເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກນະຄອນເມວເບິນ ໃນວັນອັງຄານ ແລະ ວັນເສົາ. ປັດຈຸບັນ Vietjet ມີຖ້ຽວບິນຫຼາຍສາຍລະຫວ່າງ ຫວຽດນາມ ແລະ ອົສຕຣາລີ ຫຼາຍກວ່າ 58 ຖ້ຽວຕໍ່ອາທິດລະຫວ່າງນະຄອນໂຮ່ຈີມິນ ແລະ 5 ເມືອງໃຫຍ່ຂອງອົສຕຣາລີ, Melbourne, Sydney, Brisbane, Perth ແລະ Adelaide, ໂດຍນຳໃຊ້ເຮືອບິນທີ່ທັນສະໄໝລະດັບໂລກ ເຊັ່ນ: A330 ແລະ A321.
   ນອກຈາກນັ້ນ, Vietjet ຈະເປີດຖ້ຽວບິນໂດຍກົງລະຫວ່າງຮ່າໂນ້ຍ ແລະ ຮີໂຣຊີມາ ເລີ່ມແຕ່ວັນທີ 12 ພຶດສະພາ 2024. ຖ້ຽວບິນໃໝ່ນີ້ແມ່ນເປັນເສັ້ນທາງການບິນກົງທຳອິດຈາກເຂດ Chugoku ແລະ Shikoku ໄປຫວຽດນາມ. ເສັ້ນທາງ ຮ່າໂນ້ຍ - ຮິໂຣຊິີມາ ຈະບິນກັບອາທິດລະ 2 ຄັ້ງໃນວັນພະຫັດ ແລະ ວັນອາທິດ, ໃຊ້ເວລາປະມານ 4 ຊົ່ວໂມງ 30 ນາທີ. ຖ້ຽວບິນໃໝ່ຈະລວມຖ້ຽວຂອງ Vietjet ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເຖິງ 8 ຖ້ຽວບິນກົງ, ເຊື່ອມຕໍ່ບັນດາເມືອງໃຫຍ່ທີ່ສຸດຂອງຫວຽດນາມ ຄື ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບບັນດາເມືອງໃຫຍ່ຂອງ ຍີ່ປຸ່ນ ເຊັ່ນ: ໂຕກຽວ, ໂອຊາກາ, ນາໂກຢາ, ຟູກຸໂອກະ ແລະ ຮີໂຣຊີມາ.
  ເພື່ອສະເຫຼີມສະຫຼອງຖ້ຽວບິນໃໝ່, Vietjet ມອບປີ້ຍົນລາຄາປະຢັດເລີ່ມຕົ້ນພຽງແຕ່ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ທຸກເສັ້ນທາງຕ່າງປະເທດຂອງ Vietjet ກັບປີ້ໂປຣໂມຊັ່ນມີໃຫ້ຈັບຈອງທຸກວັນສຸກຕັ້ງແຕ່ວັນທີ 8 ມີນາ 2024, ເດີນທາງຕັ້ງແຕ່ວັນທີ 8 ມີນາ ຫາ 31 ທັນວາ 2024 (ບໍ່ລວມວັນພັກ ແລະ ຊ່ວງລະດູການທ່ອງທ່ຽວ). ຈາກຮ່າໂນ້ຍ ນັກທ່ອງທ່ຽວສາມາດເດີນທາງໄປເມືຶອງອື່ນໆຂອງປະເທດໄດ້ຢ່າງສະດວກສະບາຍ ບໍ່ວ່າຈະເປັນ ເຫວ້, ດ່າໜັງ, ນະຄອນໂຮ່ຈິມິນ, ຍາຈາງ, ຟູກກວັກ ແລະ ສະຖານທີ່ທ່ອງທ່ຽວອີກຫຼາຍແຫ່ງ. ຂອບໃຈເຄືອຂ່າຍການບິນຕ່າງປະເທດກວ້າງຂວາງຂອງ Vietjet ພິເສດແມ່ນເສັ້ນທາງໃໝ່ທີ່ເຊື່ອມຕໍ່ວຽງຈັນ-ໂຮ່ຈິມິນ ຊຶ່ງສ້າງໂອກາດໃຫ້ນັກເດີນທາງທີ່ມີແຜນຈະເດີນທາງ ແລະ ຍັງສາມາດເຊື່ອມຕໍ່ບັນດາຈຸດໝາຍປາຍທາງໃນທົ່ວພາກພື້ນອາຊຽນ ແລະ ອາຊີ-ປາຊີຟິກ. 
ຖ້ຽວບິນໃໝ່ແມ່ນມີຄວາມສຳຄັນໃນແຜນການຂອງ Vietjet ທີ່ຈະຂະຫຍາຍເຄືອຂ່າຍການບິນ ເພື່ອຕອບສະໜອງຄວາມຕ້ອງການການທ່ອງທ່ຽວທີ່ເພີ່ມຂຶ້ນ ຊຸກຍູ້ການແລກປ່ຽນວັດທະນະທໍາ, ການສຶກສາ, ການພັດທະນາເສດຖະກິດ, ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນອາຊີປາຊີຟິກ. ຂໍ້ມູນເພີ່ມຕື່ມ www.vietjetair.com.
ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ເລື່ອນ 7 ຂັ້ນໃນດັດຊະນີກຳລັງຄວາມສາມາດພັດທະນາການທ່ອງທ່ຽວທົ່ວໂລກປີ 2026

ຫວຽດນາມ ເລື່ອນ 7 ຂັ້ນໃນດັດຊະນີກຳລັງຄວາມສາມາດພັດທະນາການທ່ອງທ່ຽວທົ່ວໂລກປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 27 ກັນຍາ ຜ່ານມາວ່າ: ຫວຽດນາມ ຖືກຈັດອັນດັບທີ 52 ໃນຈຳນວນ 110 ພື້ນຖານເສດຖະກິດໂລກ ກ່ຽວກັບດັດຊະນີກຳລັງຄວາມສາມາດໃນການພັດທະນາການທ່ອງທ່ຽວທົ່ວໂລກ (Travel & Tourism Development Index - TTDI) ປີ 2026.
ກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ສຸມໃສ່ການຮ່ວມມືດ້ານການປົກປັກຮັກສາມໍລະດົກ

ກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ສຸມໃສ່ການຮ່ວມມືດ້ານການປົກປັກຮັກສາມໍລະດົກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ກັນຍາ ຜ່ານມາວ່າ: ເມື່ອປະເຊີນໜ້າກັບສິ່ງທ້າທາຍຕ່າງໆຂອງໂລກ ເຊັ່ນ: ໄພພິບັດຈາກດິນຟ້າອາກາດທີ່ກັດເຊາະແຫຼ່ງບູຮານສະຖານ, ການປະທະກັນໃນພາກພື້ນທຳລາຍຮ່ອງຮອຍ ແລະ ວັດຖຸບູຮານ, ການຄ້າຂາຍ ແລະ ຂົນສົ່ງວັດຖຸບູຮານຜິດກົດໝາຍ ແລະ ອື່ນໆ, ກອງປະຊຸມເວທີປຶກສາຫາລືຄູ່ຂະໜານທີ່ມີຫົວຂໍ້ “ການຮ່ວມມືສາກົນການປົກປັກຮັກສາມໍລະດົກວັດທະນະທຳ” ຂອງກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ ຫວ່າງມໍໍ່ໆມານີ້.
ອິນເດຍ ປະກາດຫຼຸດພາສີນຳເຂົ້ານ້ຳມັນພືດ

ອິນເດຍ ປະກາດຫຼຸດພາສີນຳເຂົ້ານ້ຳມັນພືດ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອິນເດຍໄດ້ປະກາດຫຼຸດພາສີພື້ນຖານສຳລັບການນຳເຂົ້ານ້ຳມັນພືດ, ທັງນ້ຳມັນດິບ ແລະ ນ້ຳມັນປຸງແຕ່ງ, ກວມເອົານ້ຳມັນປາມ, ນ້ຳມັນຖົ່ວເຫຼືອງ ແລະ ນ້ຳມັນດອກຕາເວັນ, ເພື່ອສະກັດກັ້ນລາຄາສິນຄ້າທີ່ເພີ່ມຂຶ້ນກ່ອນວັນບຸນສຳຄັນ.
ການຄ້າດີຈີຕອນໂລກເຕີບໂຕ ບັນລຸ 7.75 ພັນຕື້ໂດລາ

ການຄ້າດີຈີຕອນໂລກເຕີບໂຕ ບັນລຸ 7.75 ພັນຕື້ໂດລາ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ບົດລາຍງານການພັດທະນາການຄ້າດີຈີຕອນໂລກປີ 2026 ໄດ້ເປີດເຜີຍວ່າ, ຂະແໜງການຄ້າດີຈີຕອນໂລກຍັງຄົງເຂັ້ມແຂງເຖິງວ່າຈະມີແຮງກົດດັນຈາກພາຍນອກ. ໂດຍມູນຄ່າການສົ່ງອອກໃນປີ 2025 ບັນລຸ 7.75 ພັນຕື້ໂດລາ, ເພີ່ມຂຶ້ນ 7.1% ເມື່ອທຽບກັບປີກ່ອນ, ກວມເອົາ 22.2% ຂອງການສົ່ງອອກສິນຄ້າ ແລະ ການບໍລິການທົ່ວໂລກ ແລະ ເພີ່ມຂຶ້ນ 2.6% ຈາກປີ 2021 ຊຶ່ງເຕີບໂຕສູງກວ່າການຄ້າທົ່ວໂລກຢ່າງຕໍ່ເນື່ອງ.
ຊີມລົດຊາດທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ສໍາຜັດເຖິງຄວາມຮູ້ສຶກທີ່ແທ້ຈິງຕໍ່ຄອບຄົວ ແລະ ປະເທດຊາດ

ຊີມລົດຊາດທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ສໍາຜັດເຖິງຄວາມຮູ້ສຶກທີ່ແທ້ຈິງຕໍ່ຄອບຄົວ ແລະ ປະເທດຊາດ

ບຸນໄຫວ້ພະຈັນ ເປັນບຸນປະເພນີທີ່ສຳຄັນຂອງຈີນ. ມື້ບຸນໄຫວ້ພະຈັນປີນີ້ແມ່ນວັນທີ 25 ກັນຍາ 2026 ກົງກັບມື້ເພັງເດືອນ 8 ຕາມຈັນທະຄະຕິຈີນ, ນັບແຕ່ບູຮານນະການເປັນຕົ້ນມາ, ການສະຫຼອງບຸນໄຫວ້ພະຈັນແມ່ນມີຮີດຄອງປະເພນີຕ່າງໆເຊັ່ນ: ການໄຫວ້ພະຈັນ, ຊົມພະຈັນ, ກິນເຂົ້າໜົມໄຫວ້ພະຈັນ, ຊົມດອກອົບເຊີຍ, ຊົມໂຄມໄຟ ແລະ ອື່ນໆ. ບຸນໄຫວ້ພະຈັນໄດ້ບັນຈຸຄວາມປາຖະໜາອັນດີງາມຂອງຜູ້ຄົນທັງຫຼາຍທີ່ຢາກໃຫ້ຄົນໃນຄອບຄົວມີຄວາມສາມັກຄີເຕົ້າໂຮມກັນຢ່າງອົບອຸ່ນ, ນອກນີ້ຍັງໄດ້ປຸກລະດົມຄວາມຮັກຊາດຮັກບ້ານເກີດເມືອງນອນຢ່າງດູດດື່ມຂອງຜູ້ຄົນທັງຫຼາຍຕື່ມອີກ. ເນື່ອງໃນໂອກາດບຸນໄຫວ້ພະຈັນໝູນວຽນມາເຖິງ, ພວກເຮົາຂໍຫວນຄືນເຖິງເລື່ອງລາວຂອງທ່ານ ສີຈິ້ນຜິງ ກ່ຽວກັບບຸນໄຫວ້ຈັນ.
ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ ​ປັບ​ການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕເສດ​ຖະ​ກິດ​ໂລກ​ຂຶ້ນ​ເປັນ 2.9%

ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ ​ປັບ​ການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕເສດ​ຖະ​ກິດ​ໂລກ​ຂຶ້ນ​ເປັນ 2.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 23 ກັນ​ຍາ ຜ່ານມາ, ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ(OECD) ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານສະ​ພາບ​ທ່າ​ອຽງ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສະ​ບັບ​ຫຼ້າ​ສຸດ ​ໂດຍໄດ້​ປັບ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ2026ຈາກ2.8%​ຂຶ້ນ​ເປັນ 2.9%. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກສະ​ຖາ​ນະ​ການ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ກໍ​ຕາມ, ແຕ່​​​ເສດ​ຖະ​ກິດ​ຂອງຫຼາຍ​ປະ​ເທດ​ຍັງ​ຄົງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ ​​ແລະ ທົນ​ທານ, ມີ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ການ​ສະ​ໜອງ​ພະ​ລັງ​ງານ​ເພີ່ມ​ໃໝ່​ຢ່າງ​ພຽງ​ພໍແລະ ມາດ​ຕະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ບາງ​ປະ​ເທດ​ໄດ້ຊ່ວຍ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ດັ່ງ​ກ່າວ, ການ​ພັດ​ທະ​ນາ​ຢ່າງ​ຄຶກ​ຄື້ນ​ຂອງ​ຂົງ​ເຂດ​ປັນ​ຍາ​ປະ​ດິດ​ໄດ້​ຊຸກ​ຍູ້​ໃຫ້​ການ​ລົງ​ທຶນ​ແລະ​ການ​ຄ້າ​ຂະ​ຫຍາຍ​ຕົວ​ເຊັ່ນ​ກັນ.
AI ຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດແຕ່ກໍ່ສ້າງຄວາມສ່ຽງເຊັ່ນກັນ

AI ຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດແຕ່ກໍ່ສ້າງຄວາມສ່ຽງເຊັ່ນກັນ

ຂ່າວຕ່າງປະເທດລາຍງານວ່າ: ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ໄດ້ລະບຸໃນບົດລາຍງານທ່າອ່ຽງເສດຖະກິດສະບັບກາງປີ ທີ່ເຜີຍແຜ່ໃນວັນ23 ກັນຍາ ຜ່ານມາວ່າ, ປັນຍາປະດິດ (AI) ເປັນທັງແຮງຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ໃນເວລາດຽວກັນ, ກໍເປັນຄວາມສ່ຽງຕໍ່ເສດຖະກິດໂລກ.
ຫວຽດນາມ ຈະປະກອບສ່ວນເງິນໃຫ້ງົບປະມານຮັກສາສັນຕິພາບສາກົນ

ຫວຽດນາມ ຈະປະກອບສ່ວນເງິນໃຫ້ງົບປະມານຮັກສາສັນຕິພາບສາກົນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ກັນຍາ ຜ່ານມາວ່າ: ຫວຽດນາມ ຈະປະກອບສ່ວນ​ເງິນເກືອບ 1,3 ລ້ານໂດລາ ໃຫ້ແກ່ງົບປະມານຮັກສາສັນຕິພາບສາກົນ. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມປະ​ທານ​ປະ​ເທດ ຫວຽດ​ນາມ ໃນການພົບປະກັບທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ສະຫະປະຊາຊາດ, ໃນວັນທີ 23 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນນິວຢອກ, ໃນໂອກາດທີ່ການນຳ ຫວຽດນາມ ເຂົ້າຮ່ວມວາ​ລະ​ປຶກ​ສາ​ຫາ​ລື​ລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ​ຊຸດທີ 81.
ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 24 ກັນຍາ ຜ່ານມາ ຕາມເວລາທ້ອງຖີ່ນ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາທີ່ທຳນຽບຂາວ.
ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ,ມະເຮັງ, ພະຍາດຫົວໃຈ ແລະ ປອດອັກເສບ ແມ່ນ 3 ສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີໃນປີ 2025 ຊຶ່ງກວມເອົາ 42.7% ຂອງການເສຍຊີວິດທັງໝົດ, ໂດຍມະເຮັງຍັງຄົງເປັນສາເຫດຫຼັກ. ອັດຕາການເສຍຊີວິດຍ້ອນມະເຮັງ ຢູ່ທີ່ 177.1 ຄົນຕໍ່ 100,000 ຄົນໃນປີ 2025, ເພີ່ມຂຶ້ນ 1.6% ຈາກປີ 2024.
ເພີ່ມເຕີມ