ທິດທາງໃນການພັດທະນາວຽກງານກໍາມະບານລາວໃນຕໍ່ໜ້າ

ທິດທາງໃນການພັດທະນາວຽກງານກໍາມະບານລາວໃນຕໍ່ໜ້າ
ໂດຍ:ວັນໄຊ ຕະວິນຍານ
 ສະຫະພັນກໍາມະບານແຕ່ລະຂັ້ນຕ້ອງສືບຕໍ່ຢຶດໝັ້ນ ແລະ ປະຕິບັດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກຢ່າງໜັກແໜ້ນ, ເອົາໃຈໃສ່ປະຕິບັດໃຫ້ບັນລຸຈຸດປະສົງ, ເປົ້າໝາຍມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ VIII ແລະ ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ VIII, ແຜນພັດທະນາວຽກງານກໍາມະບານ 5 ປີຄັ້ງທີ IV ຈະເປັນບ່ອນອີງໃນການເຄື່ອນໄຫວວຽກງານກໍາມະບານແຕ່ລະຂັ້ນໃຫ້ມີຄວາມເປັນເອກະພາບແຕ່ສູນກາງລົງຮອດຮາກຖານໃນຂອບເຂດທົ່ວປະເທດ, ເພື່ອຈັດຕັ້ງຜັນຂະຫຍາຍບັນດາມະຕິທີ່ກ່າວມາຂ້າງເທິງໃຫ້ມີຜົນສໍາເລັດ ສະຫະພັນກໍາມະບານແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ບາງບັນຫາຕົ້ນຕໍດັ່ງນີ້: 
1) ເພີ່ມທະວີການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານຮັບຮູ້, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເສີມຂະຫຍາຍຄຸນລັກສະນະດີເລີດຂອງຊົນຊັ້ນກໍາມະກອນ, ມີນ້ໍາໃຈຮັກຊາດ, ມີລະບຽບວິໄນໃນການອອກແຮງງານ, ມີຄວາມຕື່ນຕົວທາງດ້ານການເມືອງ, ມີຄວາມຮູ້, ຄວາມສາມາດທາງດ້ານວິທະຍາສາດ-ເຕັກໂນໂລຊີ, ປະຕິບັດພາລະບົດບາດ, ສິດ, ໜ້າທີ່ ແລະ ພັນທະຂອງຕົນ; ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຂົນຂວາຍສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ; 
2). ເຊີດຊູບົດບາດ ແລະ ປັບປຸງການຈັດຕັ້ງກໍາມະບານແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ເພື່ອປຸກລະດົມຂົນຂວາຍ ກໍາມະກອນ, ຜູ້ອອກແຮງງານ ເຂົ້າຢູ່ໃນການຈັດຕັ້ງກໍາມະບານໃຫ້ຫຼາຍຂຶ້ນກວ່າເກົ່າ, ໂດຍສະເພາະແມ່ນເຂົ້າສູ່ຫົວໜ່ວຍແຮງງານເອກະຊົນ ກໍຄືການລົງທຶນຂອງຕ່າງປະເທດບ່ອນທີ່ບໍ່ທັນມີອົງການຈັດຕັ້ງກໍາມະບານໃຫ້ນັບມື້ກວ້າງຂວາງ.
3). ເພີ່ມທະວີການບໍາລຸງ, ກໍ່ສ້າງ, ຍົກລະດັບຄວາມຮູ້ ກ່ຽວກັບວຽກງານກໍາມະບານ ແລະ ຄວາມຮູ້ວິທະຍາສາດອື່ນໆ ໃຫ້ແກ່ພະນັກງານກໍາມະບານອາຊີບ, ເຄິ່ງອາຊີບຢູ່ພາຍໃນ ແລະ ສົ່ງໄປຍົກລະດັບຢູ່ຕ່າງປະເທດ. ສະມາຊິກກໍາມະບານ, ກໍາມະກອນຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ສ້າງແບບແຜນດໍາລົງຊີວິດທີ່ປອດໃສ ແລະ ຮ່ໍາຮຽນຄຸນລັກສະນະດີເລີດຂອງຊົນຊັ້ນກໍາມະກອນລາວ.
4) ຕັ້ງໜ້າຫັນລົງຮາກຖານເພື່ອປັບປຸງການຈັດຕັ້ງກໍາມະບານໃຫ້ໜັກແໜ້ນເຂັ້ມແຂງໂດຍຕິດພັນກັບ 4 ເນື້ອໃນ 4 ຄາດໝາຍທີ່ພັກໄດ້ກໍານົດໄວ້, ຊຸກຍູ້ ແລະ ປັບປຸງການຈັດຕັ້ງກໍາມະບານອາຊີບ, ເຄິ່ງອາຊີບຕາມຂະແໜງການ, ກົງຈັກ ແລະ ໂຄງປະກອບບຸກຄະລາກອນຂອງກໍາມະບານແຕ່ລະຂັ້ນໃຫ້ພຽງພໍ, ສັບຊ້ອນຕໍາແໜ່ງງານຄືນໃໝ່ໃຫ້ສອດຄ່ອງກັບໜ້າທີ່ວຽກງານປັບປຸງແບບແຜນການນໍາພາ, ແບບແຜນວິທີເຮັດວຽກຂອງຄະນະນໍາກໍາມະບານແຕ່ລະຂັ້ນຢ່າງປະດິດສ້າງ.
5). ສະຫະພັນກໍາມະບານລາວທຸກຂັ້ນຕ້ອງເອົາໃຈໃສ່ກໍ່ສ້າງ, ບໍາລຸງກໍາມະກອນໃຫ້ມີພູມປັນຍາ, ມີຄວາມຮູ້, ຄວາມສາມາດ, ມີເຕັກນິກວິທະຍາສາດອັນໃໝ່ໃຫ້ນັບມື້ນັບຫຼາຍຂຶ້ນ, ຊຸກຍູ້ຜູ້ໃຊ້ແຮງງານເອົາໃຈໃສ່ສ້າງ ແລະ ຍົກລະດັບ ສີມືແຮງງານໃຫ້ແກ່ກໍາມະກອນນັບມື້ມີຄຸນນະພາບສູງຂຶ້ນ,ສາມາດຮັບຮອງການເຊື່ອມໂຍງກັບສາກົນໃນການພັດທະນາເສດຖະ
ກິດ-ສັງຄົມ, ກໍ່ສ້າງກໍາມະກອນ ແລະ ຜູ້ອອກແຮງງານໃຫ້ກາຍເປັນກໍາລັງແຮງງານ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
6). ເພີ່ມທະວີໃນການຊຸກຍູ້, ຕິດຕາມການສ້າງສັນຍາແຮງງານບຸກຄົນ, ສັນຍາແຮງງານລວມໝູ່ຢູ່ບັນດາຫົວໜ່ວຍແຮງງານເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, ຊຸກຍູ້ການປະຕິບັດພັນທະຕ່າງໆ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຢ່າງຖືກຕ້ອງຕາມກົດໝາຍ; 
7). ເພີ່ມທະວີການປຸກລະດົມຂົນຂວາຍ, ສ້າງຕັ້ງ ແລະ ຂະຫຍາຍວຽກງານກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສະຫະພັນກໍາມະບານລາວໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ສາມາດຫັນເປັນທຶນໝູນວຽນເຂົ້າໃນການຜະລິດໃຫ້ກາຍເປັນສິນຄ້າສ້າງເສດຖະກິດຄອບ
ຄົວ ເພື່ອພັດທະນາຄຸນນະພາບຊີວິດການເປັນຢູ່ຂອງພະນັກງານ, ສະມາຊິກກໍາມະບານ, ກໍາ ມະກອນ ແລະ ຜູ້ອອກແຮງງານໃຫ້ດີຂຶ້ນ.
8) ປຸກລະດົມຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕິດພັນກັບວຽກງານວິຊາສະເພາະຂອງສະມາຊິກ ກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ເປັນຂະບວນການຟົດຟື້ນກ້ວາງຂວາງ.
9) ເພີ່ມທະວີການເຄື່ອນໄຫວວຽກງານ, ຕິດຕາມ, ກວດກາກໍາມະບານໃນແຕ່ລະຂັ້ນ ຢ່າງມີແຜນການ ແລະ ຮັບປະກັນຄຸນນະພາບ. ເປັນເຈົ້າການເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆໃນຖັນແຖວສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ອະນຸລັກ ແລະ ເສີມຂະຫຍາຍວັດທະນາະທໍາອັນດີງາມຂອງຊາດລາວເຮົາ.
10). ເພີ່ມທະວີການພົວພັນ, ຮ່ວມມືກັບການຈັດຕັ້ງກໍາມະບານປະເທດເພື່ອນມິດຍຸດທະສາດ,ເພື່ອນມິດສາກົນກໍາມະບານປະເທດຕ່າງໆແລະ ອົງການຈັດຕັ້ງສາກົນໃຫ້ນັບມື້ກວ້າງຂວາງຕາມແນວທາງການຕ່າງປະເທດຂອງພັກ. ເພື່ອຜັນຂະຫຍາຍເນື້ອໃນຄໍາຂວັນ ກໍາມະບານລາວເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ນ້ໍາໃຈສາກົນກໍາມະຊີບ ຂອງສະຫະພັນກໍາມະບານລາວ ແລະ ເຮັດສໍາເລັດທິດທາງແຜນການ, ຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII, ແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ IV ແລະ ມະຕິກອງປະຊຸມຄົບຄະນະກາງສະໄໝຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ VIII ສະຫະພັນກໍາມະບານແຕ່ລະຂັ້ນຕ້ອງສຸມໃສ່ 9 ແຜນງານ, 51 ໂຄງການ ທີ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ຮັບຮອງດັ່ງນີ້:  ແຜນງານທີ1:ພັດທະນາວຽກງານໂຄສະນາສຶກສາອົບຮົມ ປະກອບມີ 7 ໂຄງການ; ແຜນງານທີ 2: ພັດທະນາວຽກງານຂ່າວສານຂອງກໍາມະບານລາວ ປະກອບມີ 6 ໂຄງການ; ແຜນງານທີ 3: ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ແລະ ບຸກຄະລາກອນ ມີ 5 ໂຄງການ; ແຜນງານທີ 4: ປົກປ້ອງສິດຜົນປະໂຫຍດ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ປະກອບມີ 7 ໂຄງການ; ແຜນງານທີ 5: ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງບໍລິຫານ ຂອງກໍາມະບານ ປະກອບມີ 6 ໂຄງການ; ແຜນງານທີ 6: ຍົກສູງຄຸນນະພາບວຽກງານຂະບວນການ ຂອງສະຫະພັນກໍາມະບານລາວ ປະກອບມີ 4 ໂຄງການ; ແຜນງານທີ 7: ພັດທະນາຊັບພະຍາກອນ ຂອງສະຫະພັນກໍາມະບານລາວ ປະກອບມີ 7 ໂຄງການ; ແຜນງານທີ 8: ພັດທະນາການພົວພັນຮ່ວມມືກັບຕ່າງປະເທດ ປະກອບມີ 4 ໂຄງການ; ແຜນງານທີ 9: ສ້າງຄວາມເຂັ້ມແຂງວຽກງານກວດກາກໍາມະບານລາວ ປະກອບມີ 5 ໂຄງການ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ວັນທີ 21 ມັງກອນຜ່ານມານີ້, ສະຫະພັນກຳມາບານ ແຂວງສາລະວັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ພາຍໃຕ້ຮົ່ມທຸງໄຊ ປະຕິວັດ ຂອງພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 22 ມັງກອນ 2026ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ມະຕິກົມການເມືອງສູນກາງພັກ ໄດ້ເນັ້ນໜັກວ່າ ອົງຄະນະພັກທຸກຂັ້ນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງລະດັບຄາດ ໝາຍ.
ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ໃນໂອກາດທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ