ທຫລ ເຜີຍແຜ່ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະນິຕິກໍາທີ່ຕິດພັນຢູ່ແຂວງສາລະວັນ

 ທຫລ ເຜີຍແຜ່ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະນິຕິກໍາທີ່ຕິດພັນຢູ່ແຂວງສາລະວັນ
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໃຫ້ແກ່ບັນດາທະນາຄານທຸລະກິດ, ບໍລິສັດ ແລະ ນັກທຸລະກິດພາຍໃນແຂວງສາລະວັນ ຂຶ້ນໃນວັນທີ 29 ພະຈິກຜ່ານມາ ທີ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງສາລະວັນ ໂດຍການເປັນປະທານຂອງທ່ານ ນວນຕາ ແກ້ວມະນີ ຫົວໜ້າທະນາຄານແຫ່ງ ສປປ ລາວ ພາກໃຕ້, ມີອົງການປົກຄອງທ້ອງຖິ່ນ ແລະ ບັນດາທະນາຄານທຸລະກິດເຂົ້າຮ່ວມ.
    ທ່ານ ນວນຕາ ແກ້ວມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນເວທີໜຶ່ງເປີດໂອກາດໃຫ້ບັນດາທະນາຄານທຸລະກິດ, ບໍລິສັດ ແລະ ນັກທຸລະກິດພາຍໃນແຂວງໄດ້ແລກປ່ຽນຄຳຄິດຄຳເຫັນ ເພື່ອໃຫ້ຮັບຮູ້ເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອທັງ 2 ນະໂຍບາຍຄື: ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນຍິ່ງຂຶ້ນ. ປັດຈຸບັນ ທຫລ ໄດ້ມີຫຼາຍວຽກຈຸດສຸມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກໍຄືການປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ວຍຫຼາຍມາດຕະການ. ຄຽງຄູ່ກັບການຄຸ້ມຄອງເງິນຕາຕ່າງປະເທດດ້ວຍການປະຕິບັດນະໂຍບາຍເງິນຕາດ້ວຍເຄື່ອງມືທີ່ເປັນປົກກະຕິ, ທຫລ ຍັງໄດ້ມີນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຊຶ່ງເປັນວຽກທີ່ນອນໃນນະໂຍບາຍເງິນຕາ.
    ທ່ານ ໂພໄຊ ມະຫາລາດ ຫົວໜ້າພະແນກຄຸ້ມຄອງທະນາຄານທຸລະກິດໄດ້ຜ່ານຂໍ້ຕົກລົງ2 ສະບັບຄື: ຂໍ້ຕົກ ລົງ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ຂໍ້ຕົກລົງວ່າດ້ວຍການຜັນຂະຫຍາຍນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ວ່າດ້ວຍການຜັນຂະຫຍາຍນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ຊຶ່ງຂໍ້ຕົກລົງ2 ສະບັບປະກອບມີ6 ໝວດ 24 ມາດຕາໄດ້ກໍານົດເງື່ອນໄຂ, ຂັ້ນຕອນ ແລະ ກົນໄກການຈັດຕັ້ງປະຕິບັດໃຫ້ເປັນອັນລະອຽດເພື່ອຄວາມເປັນເອກະພາບ ແລະ ມີປະສິດທິຜົນ.
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ໃນວັນທີ 14 ພຶດສະພານີ້ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຮ່ວມກອງປະຊຸມສະຫຼູບວຽກງານກວດກາ ທົ່ວແຂວງປະຈໍາປີ 2024.
ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ (ອກສລ) ຄັ້ງທີ IIIໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ອກສລ; ມີ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,
ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງການຈັດເກັບ ແລະ ການນຳໃຊ້ເອກະສານຮ່ວມກັນຜ່ານລະບົບ G-Share, G-Drive ໃຫ້ກັບຄະນະກົມ ແລະ ຄະນະວິຊາການພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ ຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສຳນັກ ງານດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ, ມີຮອງສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມວິທະຍາກອນຈາກກະຊວງດັ່ງກ່າວເຂົ້າຮ່ວມ.
ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ໃນວັນທີ 13 ພຶດສະພາຜ່ານມານີ້ ທີ່ທົ່ງນາບ້ານ ນາຕານ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ ລະຫວ່າງ ບໍລິສັດອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ ແລະ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດຂຶ້ນ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ຈົງກົວຟູ ຜູ້ຊ່ວຍບໍລິສັດ ອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ, ທ່ານ ນາງ ເຕີງຈົງ ປະທານບໍລິສັດ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດ.
ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ໃນລະດູການຜະລິດພືດລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ. ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ
ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຈັດຕັ້ງຜັນ​ຂະ​ຫຍາຍ​ເນື້ອ​ໃນ​​ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ​ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025
ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ XI ສະມາຊິກສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ຜ່ານມາ ທີ່ສຳນັກງານດັ່ງກ່າວ ໂດຍການເປັນປະທານຂອງທ່ານນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ, ມີທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ທ່ານນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ໃນວັນທີ 13 ພຶດສະພາຜ່ານມາ, ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ຮ່ວມກັບຄະນະພັກ -ຄະນະບັນຊາ ກອງບັນຊາການທະຫານແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ຕິດຕາມ, ຊຸກຍູ້ວຽກງານການທະຫານຊາຍແດນ ແລະ ບ້ານຈຳນວນໜຶ່ງ ຕາມ​ຊາຍແດນລາວ, ຫວຽດນາມ ແລະ ກຳປູເຈຍຄື: ກອງປະຕິບັດງານ 207 ເຂດບ້ານສົມບູນ,
ຮອງເຈົ້າແຂວງຊຽງຂວາງມອບເຄື່ອງໃຫ້ບ້ານລ້ອງຄາວ

ຮອງເຈົ້າແຂວງຊຽງຂວາງມອບເຄື່ອງໃຫ້ບ້ານລ້ອງຄາວ

ວັນທີ 13 ພຶດສະພາຜ່ານມານີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບ້ານລ້ອງຄາວເມືອງພູກູດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ ສັງກະສີຈຳນວນ 100 ແຜ່ນ, ຜ້າຫົ່ມ 26 ຜືນ, ມຸ້ງ 26 ດາງ, ເກືອ 2 ເປົາ, ເຄື່ອງສຸຂະອະນາໄມ 26 ຊຸດ ລວມມູນຄ່າ15 ລ້ານກີບ.
ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມພະສົງ-ສາມະເນນ

ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມພະສົງ-ສາມະເນນ

ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ອົງການແນວລາວສ້າງຊາດແຂວງສາລະວັນ ຈັດອົບຮົມພະສົງ-ສາມະເນນ ພາຍໃນເທດສະບານເມືອງ ແລະ ແຂວງສາລະວັນ ຈັດຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີພະອາຈານ ດ໋ອງ ດາວວະດິງ ຄະນະປະຈຳ ອພສ ແຂວງ ຫົວໜ້າກັມມາທິການສາທາລະນຸປະການ ປະທານ ອພສ ເມືອງສາລະວັນ.
ເພີ່ມເຕີມ