ກອງປະຊຸມທົບທວນການຈັດຕັ້ງປະຕິບັດການສ້າງຄວາມເປັນເຈົ້າການການຮ່ວມມືກັບອົງການທ້ອງຖິ່ນ

ທົບທວນການຈັດຕັ້ງປະຕິບັດການສ້າງຄວາມເປັນເຈົ້າການກັບອົງການທ້ອງຖິ່ນ-ຊຸມຊົນ

ທົບທວນການຈັດຕັ້ງປະຕິບັດການສ້າງຄວາມເປັນເຈົ້າການກັບອົງການທ້ອງຖິ່ນ-ຊຸມຊົນ
ກອງປະຊຸມທົບທວນການຈັດຕັ້ງປະຕິບັດການສ້າງຄວາມເປັນເຈົ້າການການຮ່ວມມືກັບອົງການທ້ອງຖິ່ນ-ຊຸມຊົນເພື່ອເຂົ້າເຖິງການບໍລິການດ້ານສຸຂະພາບທີ່ຈຳເປັນຂອງລັດດ້ວຍວິທີການຄອນເນັກ(CONNECT)

 

ຈັດຂຶ້ນໃນວັນທີ 12 ສິງຫານີ້ທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ນິສິດ ແກ້ວປັນຍາຮອງລັດຖະມົນຕີກະຊວງພາຍໃນ, ມີບັນດາເຈົ້າແຂວງ, ເຈົ້າເມືອງ, ອົງການຈັດຕັ້ງມະຫາຊົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ທ່ານບຸນແຝງ ພູມມະໄລສິດ ກ່າວວ່າ: “ຜົນໄດ້ຮັບເຫັນໄດ້ຢ່າງຊັດເຈນເຖິງໝາກຜົນຕໍ່ກັບວຽກງານສຸຂະພາບຂອງແມ່ ແລະ ເດັກ ລວມເຖິງຂອງປະຊາຊົນພາຍໃນຊຸມຊົນຊຶ່ງໄດ້ຮັບການເອື້ອອຳນວຍໂດຍວຽກງານການປົກຄອງ ແລະ ການປະສານງານທີ່ເຂັ້ມແຂງຂຶ້ນໃນຂັ້ນຊຸມຊົນ."ພວກເຮົາຫວັງວ່າໃນອະນາຄົດຈະມີການສືບຕໍ່ໃນການພັດທະນາ ແລະ ການນໍາໃຊ້ວິທີການຄອນເນັກ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍທີ່ຕ້ອງການໆຊ່ວຍເຫຼືອຫຼາຍທີ່ສຸດ ແລະ ສາມາດຈັດການກັບບັນດາສິ່ງທ້າທາຍຂອງທ້ອງຖິ່ນ ໂດຍການເສີມສ້າງຄວາມເຂັ້ມແຂງໃຫ້ກັບບັນດາຜູ້ນໍາພາຂອງທ້ອງຖິ່ນ, ພະນັກງານ ແລະ ບຸກຄະລາກອນສາທາລະນະສຸກ. ຄວາມສໍາເລັດຄັ້ງສໍາຄັນນີ້ເກີດຂຶ້ນໄດ້ຍ້ອນການສະໜັບສະໜູນຂອງອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາທີ່ມີຄວາມມຸ່ງໝັ້ນ ບໍ່ວ່າຈະເປັນອົງການ USAID, ລັດຖະບານອົສຕຣາລີ ແລະ ລັດຖະບານລຸກຊຳບວກ ພ້ອມທັງຄູ່ຮ່ວມພັດທະນາອື່ນໆທີ່ໄດ້ໃຫ້ການສະໜັບສະໜູນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ.

ທ່ານ ນິສິດ ແກ້ວປັນຍາກ່າວວ່າ: “ວຽກງານການສ້າງຄວາມເຂັ້ມແຂງ, ການເສີມສ້າງ ແລະ ການສະໜັບສະໜູນອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນແມ່ນຂໍກຸນແຈອັນສໍາຄັນຕໍ່ວຽກງານການປັບປຸງການບໍລິການໃຫ້ບ້ານ, ສຸຂະພາບຂອງຊຸມຊົນ, ການພັດທະນາບ້ານ ແລະ ຄວາມອຸດົມຮັ່ງມີຂອງບ້ານ. ເພື່ອບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ເພື່ອຮັບປະກັນວ່າການບໍລິການເພື່ອສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ ທັງໃນວຽກງານການບໍລິການສຸຂະພາບ ແລະ ຂະແໜງການອື່ນໆ.ຜ່ານການນໍາໃຊ້ວິທີການຄອນເນັກ, ບັນດາແພດໝໍ, ພະຍາບານ, ຜະດຸງຄັນ, ອາສາສະໝັກສາທາລະນະສຸກຂັ້ນບ້ານ(ອສບ), ຜູ້ນໍາຊົນເຜົ່າ ແລະ ທາງສາສະໜາ ແລະ ບັນດາພະນັກງານຈາກອົງການຈັດຕັ້ງມະຫາຊົນໄດ້ຮັບການສະໜັບສະໜູນເພີ່ມທັກສະໃນການປະສານງານ ແລະ ການໃຫ້ບໍລິການດ້ານສາທາລະນະສຸກຢ່າງມີປະສິດທິພາບ ແລະ ຜົນໄດ້ຮັບດ້ານສຸຂະພາບຂອງຜູ້ຮັບບໍລິການທີ່ດີຂຶ້ນ.

ທ່ານ ທິມໂມຕີ ອາມສະຕຣອງຜູ້ຕາງໜ້າອົງການອະນາໄມໂລກ ກ່າວວ່າ: "ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະເປັນຜົນໄດ້ຮັບເບື້ອງຕົ້ນເທົ່ານັ້ນ, ແຕ່ກໍເປັນເລື່ອງທີ່ໜ້າປະທັບໃຈເປັນຢ່າງຍິ່ງທີ່ໄດ້ເຫັນໝາກຜົນຂອງວິທີການຄອນເນັກ ຊຶ່ງມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ກັບຊຸມຊົນໂດຍສະເພາະຕໍ່ກັບບັນດາຄອບຄົວ, ພໍ່ແມ່ ແລະ ເດັກນ້ອຍໃນຊຸມຊົນລວມທັງວຽກງານການສັກວັກຊິນ, ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ຂົງເຂດວຽກງານອື່ນໆ. ນອກຈາກນີ້, ການຄົ້ນຄວ້າດັ່ງກ່າວຍັງສະໜອງຂໍ້ມູນອັນສຳຄັນ ແລະ ເປັນການຮັບຟັງຄຳຄິດເຫັນຂອງຄົນໃນຊຸມຊົນອີກດ້ວຍ."ສິ່ງສໍາຄັນກໍຄືຈະຕ້ອງໄດ້ປຶກສາຫາລືວິທີການເພື່ອຮັບປະກັນຄວາມຍືນຍົງ ແລະ ຍືນຍາວຂອງວິທີການຄອນເນັກ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດວິທີການດັ່ງກ່າວໄປສູ່ບັນດາກະຊວງອື່ນໆ ແລະ ພາກສ່ວນທີ່ມີພາລະບົດບາດໃນວຽກງານສາທາລະນະສຸກ ເພື່ອເຮັດໃຫ້ປະຊາຊົນລາວທຸກຄົນມີສຸຂະພາບທີ່ດີ."ນັບຕັ້ງແຕ່ມີການລິເລີ່ມວິທີການຄອນເນັກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ, ວິທີການດັ່ງກ່າວນີ້ຈະມີການຜັນຂະຫຍາຍການຈັດຕັ້ງປະຕິບັດໃນ

14 ແຂວງຢູ່ ສປປ ລາວ ພາຍໃນທ້າຍປີ 2024 ແລະ ມີແຜນທີ່ຈະຜັນຂະຫຍາຍໄປທຸກແຂວງທົ່ວປະເທດໃນອະນາຄົດ.ປັດຈຸບັນ, ວິທີການຄອນເນັກໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກຮ່ວມກັບອົງການພັດທະນາສາກົນສະຫະລັດອາເມຣິກາ (USAID), ລັດຖະບານອົສຕຣາລີ ແລະ ລັດຖະບານລຸກຊຳບວກ, ວິທີການຄອນເນັກໄດ້ເນັ້ນໃສ່ການສ້າງຄວາມໄວ້ວາງໃຈລະຫວ່າງຜູ້ໃຫ້ບໍລິການດ້ານສາທາລະນະສຸກ ກໍຄືບັນດາແພດໝໍໃຫ້ການເບິ່ງແຍງສຸຂະພາບກັບຊຸມຊົນ ແລະ ຍັງສະໜັບສະໜູນການເຮັດວຽກຮ່ວມກັນກັບອົງການປົກຄອງທ້ອງຖິ່ນຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການປົກຄອງ, ການວາງແຜນ ແລະ ການປະສານງານຮ່ວມກັນ ແລະ ເພີ່ມທະວີການເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນເຊັ່ນ: ການສັກວັກຊິນ, ການເບິ່ງແຍງສຸຂະພາບແມ່ ແລະ ເດັກ ແລະ ສົ່ງເສີມການລົງທະບຽນການເກີດ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ