ທ່ານຜູ້ອຳນວຍການຟຟລໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າສະບັບປີ 2025-2029 ໂດຍສະເພາະຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນໄດ້ຮັບແລະກົນໄກວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ. ຈາກນັ້ນ,ຕາງຈາກພາກສ່ວນກ່ຽວຂ້ອງຂອງຟຟລໄດ້ລາຍງານກ່ຽວກັບການເກັບຫາງສຽງຂອງຜູ້ຊົມໃຊ້ໄຟຟ້າ ໃນຂອບເຂດທົ່ວປະເທດເປັນຕົ້ນແມ່ນຂໍ້ສະເໜີ, ຂໍ້ແນະນຳແລະບັນຫາອື່ນໆທີ່ສະທ້ອນໃຫ້ເຫັນເຖິງການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ພາກທີ່ຢູ່ອາໄສ.
ຫຼັງຈາກນັ້ນ, ຜູ້ເຂົ້ຮ່ວມກອງປະຊຸມກໍໄດ້ພ້ອມກັນແລກປ່ຽນຖອດຖອນບົດຮຽນຢ່າງກົງໄປກົງມາກ່ຽວກັບວິທີການແກ້ໄຂແລະການຈັດຕັ້ງປະຕິບັດໃນຕໍ່ໜ້າທັງນີ້ກໍເພື່ອເຮັດໃຫ້ຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດມີຄວາມເຂົ້າໃຈແລະໃຫ້ການສະໜັບສະໜູນ, ໃຫ້ການຮ່ວມມືໃນການພັດທະນາອຸດສາຫະກຳໄຟຟ້າ ຢູ່ປະເທດພວກເຮົາ ມີຄວາມເຂັ້ມແຂງແລະຍືນຍົງ.
(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກະຊວງ ພບ)
ຄໍາເຫັນ