ຖອດຖອນບົດຮຽນກອງທຶນສຸກເສີນ

ຖອດຖອນບົດຮຽນກອງທຶນສຸກເສີນຕອບໂຕ້ໄພພິບັດDREF

ຖອດຖອນບົດຮຽນກອງທຶນສຸກເສີນຕອບໂຕ້ໄພພິບັດDREF
ອົງການກາແດງແຫ່ງຊາດລາວໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບກອງທຶນສຸກເສີນຕອບໂຕ້ໄພພິບັດLao Red Cross and Movement DREF Lessons Learned Workshop

 

, ຂຶ້ນໃນລະຫວ່າງວັນທີ21-22ມັງກອນນີ້ທີ່ເມືອງໄຊແຂວງອຸດົມໄຊ; ໂດຍການເປັນປະທານຂອງທ່ານຄໍາລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມໂດຍທ່ານນາງໂລມະນີແກ້ວທະຍົງຜູ້ຕາງໜ້າຈາກສະຫະພັນກາແດງແລະຊີກວົງເດືອນແດງສາກົນ (IFRC) ປະຈຳບາງກອກປະເທດໄທ, ທ່ານນາງບີນີຕ້າໂປເດວຜູ້ຕາງໜ້າຈາກອົງການກາແດງສະວິດປະຈຳສປປ ລາວ, ຜູ້ຕາງໜ້າຈາກກົມຈັດຕັ້ງສາກົນກະຊວງການຕ່າງປະເທດ, ມີບັນດາຫົວໜ້າ-ຮອງຫົວໜ້າອົງການກາແດງແຂວງວຽງຈັນ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງແລະຜົ້ງສາລີ, ບັນດາຮອງຫົວໜ້າຫ້ອງການແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ44ທ່ານຍິງ14ທ່ານ.

ກອງປະຊຸມຖອດຖອນບົດຮຽນໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດເພື່ອຟື້ນຟູຈາກພາຍຸໄຕ້ຝຸ່ນແລະນ້ຳຖ້ວມ, ໃນການຈັດຕັ້ງປະຕິບັດໂຄງແຈກຢາຍເງິນສົດໃຫ້ຄອບຄົວຜູ້ປະສົບໄພພິບັດທີ່ໄດ້ຮັບຜົນກະທົບໃນ8ແຂວງ: ໂດຍສະເພາະແຂວງຫຼວງນໍ້າທາ, ໄຊຍະບູລີ, ຫົວພັນ, ອຸດົມໄຊ, ຊຽງຂວາງ, ບໍ່ແກ້ວ, ຜົ້ງສາລີແລະແຂວງວຽງຈັນພ້ອມທັງເປັນການທົບທວນຄືນ, ຮວບຮວມບົດຮຽນທີ່ສຳຄັນແລະບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາ; ເພື່ອຮວບຮວມບົດຮຽນທີ່ສຳຄັນເພື່ອນຳເອົາບົດຮຽນທີ່ພົ້ນເດັ່ນໄປໝູນໃຊ້ໃນການຕອບໂຕ້ໄພພິບັດໃນອະນາຄົດໃຫ້ໄດ້ດີຍິ່ງຂຶ້ນ; ເພື່ອກຳນົດແລະຕົກລົງເຫັນດີເປັນເອກະພາບຕໍ່ກົນໄກການຕິດຕາມປະເດັນສຳຄັນຂອງກອງປະຊຸມຖອດຖອນບົດ ຮຽນແລະສິ່ງທີ່ຈະນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າພ້ອມນີ້ໃນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາເພື່ອສັງລວມບັນດາບົດຮຽນແລະສິ່ງທ້າທາຍຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນການຊ່ວຍເຫຼືອດ້ວຍຮູບແບບເງິນສົດແບບບໍ່ມີເງື່ອນໄຂຢູ່ໃນ8ແຂວງ, 16ເມືອງລວມມູນຄ່າທັງໝົດ8,336,400,000ກີບ. ໂດຍໄດ້ຮັບງົບປະມານສະໜັບສະໜູນຈາກໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດDREF.

ໃນໂອກາດດຽວກັນນີ້, ທ່ານປະທານອົງການກາແດງແຫ່ງຊາດລາວກໍໄດ້ສະແດງຄວາມຂອບໃຈມາຍັງສະຫະພັນກາແດງແລະຊີກວົງເດືອນແດງສາກົນ (IFRC, ກາແດງສະວິດSRC ຜູ້ໃຫ້ການສະໜັບສະໜູນດ້ານງົບປະມານເກັບກຳຂໍ້ມູນ, ແຈກຢາຍເງິນສົດແບບບໍ່ມີເງື່ອນໄຂໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຢູ່8ແຂວງຄັ້ງນີ້: ສະແດງຄວາມຂອບໃຈມາຍັງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ບັນດາອົງການກາແດງແຂວງທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຂອບໃຈທີມງານຈາກອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງ8ແຂວງເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດກິດຈະກຳແຈກຢາຍເງິນສົດໃນຄັ້ງນີ້ຈົນສຳເລັດ.

(ຂ່າວ-ພາບ: ທິດດາວັນກຸລະວົງສາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນະຄອນ ຫຼວງພະບາງ ມອບ​ຈັກຕັດຫຍ້າໃຫ້ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມອະ​ນາ​ໄມ​ແຄມ​ທາງ

ນະຄອນ ຫຼວງພະບາງ ມອບ​ຈັກຕັດຫຍ້າໃຫ້ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມອະ​ນາ​ໄມ​ແຄມ​ທາງ

ນະຄອນ ຫຼວງພະບາງ ໄດ້ຈັດພິທີມອບ-ຮັບເຄື່ງຈັກຕັດຫຍ້າ ໃຫ້ແກ່ບັນດາບ້ານ ຕັ້ງຢູ່ລຽບຕາມເສັ້ນທາງສາຍຫຼັກຂອງແຂວງ, ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງນະຄອນ ຫຼວງພະບາງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະຄະນະກຳມະການປົກຄອງບ້ານເປົ້າໝາຍ ເຂົ້າຮ່ວມ.
ເມືອງຕະໂອ້ຍ ປະກາດສ້າງຕັ້ງຕາແສງ ໂຈະ ຍົກລະດັບການບໍລິການສູ່ຄວາມທັນສະໄໝ

ເມືອງຕະໂອ້ຍ ປະກາດສ້າງຕັ້ງຕາແສງ ໂຈະ ຍົກລະດັບການບໍລິການສູ່ຄວາມທັນສະໄໝ

ພິທີປະກາດການຈັດຕັ້ງຕາແສງໂຈະ ເມືອງຕະໂອ້ຍ ເຊິ່ງເປັນຕາແສງທຳ​ອິດ ທີ່ໄດ້ຮັບການປະກາດສ້າງຕັ້ງຈາກ 5 ຕາແສງຂອງ​ເມືອງ​ຕະ​ໂອ້ຍແຂວງ​ສາ​ລະ​ວັນໄດ້​ຈັດ​ຂຶ້ນໃນວັນທີ 17 ກໍລະກົດຜ່ານ​ມາ,ທີ່ຕາ​ແສງ​ດັ່ງ​ກ່າວໂດຍ​ມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ,ຜູ້ຊີ້ນຳວຽກງານການເມືອງແນວຄິດ-ວຽກງານພັກ-ພະນັກງານ, ທ່ານ ຄຳສະໄຫວ ວິລະກອນ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງຕະໂອ້ຍ,ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສະ​ຫະ​ກອນ​ຜູ້​ຜະ​ລິດ​ກາ​ເຟເຂດພູພຽງບໍລະເວນ ເປີດກອງປະຊຸມໃຫຍ່ ຄັ້ງທີ XIX

ສະ​ຫະ​ກອນ​ຜູ້​ຜະ​ລິດ​ກາ​ເຟເຂດພູພຽງບໍລະເວນ ເປີດກອງປະຊຸມໃຫຍ່ ຄັ້ງທີ XIX

ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ (ສຜກ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ XIX ປະຈໍາປີ 2026 ໃນ​ວັນ​ທີ 17 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ປາກ​ຊ່ອງແຂວງ​ຈຳ​ປາ​ສັກໂດຍມີ ທ່ານ ສີໃສ ທອງປັດສາ ຮອງປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ພອນວິໄລ ຫຼວງຄໍາຫານ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຄໍາເຜີຍ ບຸດໂທ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ, ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປາກຊ່ອງ ປ່ອຍປາ ລົງ​ສູ່​ແຫຼ່ງ​ນ້ຳ​ທຳ​ມະ​ຊາດພ້ອມປະກາດສ້າງຕັ້ງວັງສະຫງວນແຫ່ງໃໝ່

ປາກຊ່ອງ ປ່ອຍປາ ລົງ​ສູ່​ແຫຼ່ງ​ນ້ຳ​ທຳ​ມະ​ຊາດພ້ອມປະກາດສ້າງຕັ້ງວັງສະຫງວນແຫ່ງໃໝ່

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປ່ອຍ​ປາແລະສັດ​ນ້ຳ​ແຫ່ງ​ຊາດ, ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດພິທີປ່ອຍປາລົງ​ສູ່​ແຫຼ່ງ​ນ້ຳ​ທຳ​ມະ​ຊາດທີ່​ໜອງ​​ໃຫຍ່ ເຂດບ້ານທົ່ງກະຕ່າຍ ຕາແສງອຸດົມສິນ, ພ້ອມ​ທັງ​ປະ​ກາດ​ສ້າງ​ຕັ້ງເປັນ​ວັງ​ສະ​ຫງວນ, ໃນ​ວັນ​ທີ 17 ກໍ​ລະ​ກົດ​ຜ່ານ​ມາ ​ໂດຍ​ມີ ທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ບໍລິສັດ ພູ​ເບ້ຍ ມາຍນິງ ຈັດກິດຈະກຳສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ  ແລະ ວັນປ່ອຍປາແຫ່ງຊາດ

ບໍລິສັດ ພູ​ເບ້ຍ ມາຍນິງ ຈັດກິດຈະກຳສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ

ບໍລິສັດ ພູ​ເບ້ຍ ມາຍ​ນິງ​ ຮ່ວມ​ກັບ​ອຳນາດ​ການ​ປົກຄອງ​ແຂວງ​ໄຊ​ສົມບູນ ໄດ້​ປ່ອຍ​ລູກ​ປາ​ຈຳ ນວນ​ຫຼາຍ​ກວ່າ 22,000 ໂຕ​ລົງ​ ສູ່​ແຫຼ່ງ​ນ້ຳຢູ່​ແຂວງ​ໄຊ​ສົມບູນ ເນື່ອງ​ໃນ​ໂອກາດ​ສະຫຼອງວັນ ອະນຸລັກ​ສັດ​ນ້ຳ-​ສັດປ່າ ແລະ ວັນ​ປ່ອຍ​ປາ​ແຫ່ງ​ຊາດ ​ຄົບຮອບ 29 ປີ.
ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຢູ່ສອງແຂວງ

ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຢູ່ສອງແຂວງ

ໃນວັນທີ 15-16 ກໍລະກົດນີ້, ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວພ້ອມດ້ວຍຄະນະໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຂອງບ້ານນໍ້າມາງ, ກຳປອນ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ຈຳນວນ 50 ຄອບຄົວ ແລະ ບ້ານນໍ້າຕອຍ, ທົ່ງແສງຈັນ, ຫ້ວຍສາລາ, ຈອມຈຸກ, ບໍ່ເຫຼັກ ແລະ ບ້ານນ້ຳຕິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈຳນວນ50 ຄອບຄົວ ລວມມູນຄ່າທັງໝົດ 90 ລ້ານກີບ.
ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 16 ກໍລະກົດ ນີ້ ທີ່ ສະໂມສອນຫ້ອງວ່າການສູນກາງພັກ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເປັນປະທານກອງປະຊຸມໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ,​ ບັນດາສະຫາຍຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ກຸ່ມບໍລິສັດເຄມີຫວຽດນາມ ມຸ່ງໝັ້ນຂະຫຍາຍຕະຫຼາດ ແລະ ຮັດແໜ້ນຄວາມຮ່ວມມືເສດຖະກິດ ໃນສປປ ລາວ

ກຸ່ມບໍລິສັດເຄມີຫວຽດນາມ ມຸ່ງໝັ້ນຂະຫຍາຍຕະຫຼາດ ແລະ ຮັດແໜ້ນຄວາມຮ່ວມມືເສດຖະກິດ ໃນສປປ ລາວ

ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນໜຶ່ງກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 16-20 ກໍລະກົດ 2026 ນີ້, ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ເພື່ອມຸ່ງໝັ້ນຂະຫຍາຍຕະຫຼາດ ແລະ ຮັດແໜ້ນຄວາມຮ່ວມມືເສດຖະກິດໃນ ສປປ ລາວ.
ສະເຫຼີມສະຫຼອງວັນແມ່ຍິງລາວ ແລະ ເທດສະການອາຫານ

ສະເຫຼີມສະຫຼອງວັນແມ່ຍິງລາວ ແລະ ເທດສະການອາຫານ

ໃນວັນທີ 14 ກໍລະກົດຜ່ານມານີ້, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ແລະ ງານເທດສະການອາຫານ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20/7/1955-20/7/2026) ທີ່ ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ຊຶ່ງມີບັນດາພັນລະຍາການນໍາ, ພະນັກງານບໍານານເພດຍິງ, ອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ, ຕະຫຼອດຮອດ ຄະນະບໍລິຫານງານ ແລະ ສະມາຊິກສະຫະພັນແມ່ຍິງຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ໃຫ້ການສະໜັບສະໜູນໃນການຈັດງານຄັ້ງນີ້ ເຂົ້າຮ່ວມ.
ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ສ້າງ “ແລນມາກໃໝ່” ຂອງເມືອງທ່າແຂກ

ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ສ້າງ “ແລນມາກໃໝ່” ຂອງເມືອງທ່າແຂກ

ໃນວັນທີ 15 ກໍລະກົດ 2026 ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຄະນະຕິດຕາມ ໄດ້ຮ່ວມກັບການຈັດຕັ້ງບ້ານ ລົງກວດກາສະຖານທີ່ເຮືອນໄມ້ ຫຼື ຫໍຄອຍພໍ່ເຖົ້າບຸນອຸ້ມ ທີ່ຕັ້ງຢູ່ບ້ານໂພນສະອາດ ເມືອງທ່າແຂກ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາເປັນຫໍຊົມວິວ, ຈຸດພັກຜ່ອນ ແລະ ຮ້ານກາເຟ ໃຫ້ກາຍເປັນແລນມາກໃໝ່ຂອງເມືອງທ່າແຂກ ແຂວງຄຳມ່ວນ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຜູ້ເດີນທາງຜ່ານແຂວງ.
ເພີ່ມເຕີມ