ກົມຕຳຫຼວດຈະລາຈອນກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ລາຍງານໃຫ້ຮູ້ວ່າ: ເດືອນເມສາ 2024 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 710ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 161ລາຍ, ພາຫະນະເປ່ເພ1.269ຄັນ,ເພີ່ມຂຶ້ນ 310ຄັນ, ຄົນໄດ້ຮັບບາດເຈັບ 1.167 ຄົນຍິງ 422ຄົນ, ເພີ່ມຂຶ້ນ 249ຄົນ, ເສຍຊີວິດ 96ຄົນຍິງ 35ຄົນ, ເພີ່ມຂຶ້ນ 11ຄົນ.
ສະເພາະຢູ່ນະຄອນຫຼວງວຽງຈັນອຸບັດເຫດເກີດຂຶ້ນ 97ລາຍ, ເພີ່ມຂຶ້ນ 8ລາຍ,ພາຫະນະເປ່ເພ 196ຄັນ, ເພີ່ມຂຶ້ນ4 ຄັນ, ຄົນໄດ້ຮັບບາດເຈັບ 118ຄົນ, ເພີ່ມຂຶ້ນ19ຄົນ, ຄົນເສຍຊີວິດ 12ຄົນ, ເພີ່ມຂຶ້ນ 1ຄົນ.
ສາເຫດຂອງການເກີດອຸບັດເຫດ: ຍ້ອນການດື່ມເຄື່ອງດື່ມທີ່ມີທາດເຫຼົ່າ, ໃຊ້ຄວາມໄວເກີນ, ບໍ່ປ່ອຍສິດ, ປ່ຽນທິດທາງເດີນ, ເຕັກນິກບໍ່ຮັບປະກັນ, ບໍ່ປ່ອຍສິດ, ຊີງຂຶ້ນໜ້າບໍ່ຮັບປະກັນ, ລ່ວງປ້າຍຫ້າມແລະອື່ນໆ.ສຳລັບການຈັດອັນດັບແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ແລະແຂວງຫຼວງພະບາງ
ແຂວງທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ມີ ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງວຽງຈັນແລະແຂວງອຸດົມໄຊ
ຂໍ້ມູນຈາກກົມຕຳຫຼວດຈະລາຈອນ: ຄັດຈອນໂດຍ: ບຸນອູ້ມ

ຄໍາເຫັນ