ທຶນ FDI ຢູ່ຫວຽດນາມ 4 ເດືອນຕົ້ນປີບັນລຸລະດັບສູງສຸດໃນຮອບ 5 ປີ

ທຶນ FDI ຢູ່ຫວຽດນາມ 4 ເດືອນຕົ້ນປີບັນລຸລະດັບສູງສຸດໃນຮອບ 5 ປີ
ຂ່າວສານຫວຽດນາມລາຍງານຫວ່າງບໍ່ດົນມານີ້, ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ: 4 ເດືອນຕົ້ນປີ 2024, ວົງເງິນການລົງທຶນໂດຍກົງຂອງຕ່າງປະເທດ(FDI) ຢູ່ຫວຽດນາມ ຄາດວ່າຈະບັນລຸ 6,28 ຕື້ໂດລາ, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນີ້ແມ່ນຍອດຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ບັນລຸລະດັບສູງສຸດຂອງ 4 ເດືອນຕົ້ນປີໃນຮອບ 5 ປີຜ່ານມາ.
ຂ່າວລະບຸວ່າ: ໃນນັ້ນ, ອຸດສາຫະກຳປຸງແຕ່ງ ບັນລຸ 4,93 ຕື້ໂດລາ, ກວມ 78,5% ຍອດຈຳນວນທຶນລົງທຶນໂດຍກົງຈາກຕ່າງປະເທດ; ການເຄື່ອນໄຫວທຸລະກິດອະສັງຫາລິມະຊັບ ບັນລຸ 607,6 ລ້ານໂດລາ, ກວມເອົາ 9,7%; ການຜະລິດ ແລະ ຈຳໜ່າຍໄຟຟ້າ, ອາຍແກັສ, ນ້ຳຮ້ອນ, ອາຍນ້ຳ ແລະ ເຄື່ອງປັບອາກາດບັນລຸ 259,8 ລ້ານໂດລາ, ກວມເອົາ 4,1%.
ກົມໃຫຍ່ສະຖິຕິ ຫວຽດນາມ ຍັງໃຫ້ຮູ້ວ່າ: ມາຮອດວັນທີ 20 ເມສາ 2024, ຍອດຈຳນວນທຶນຕ່າງປະເທດທີ່ຈົດທະບຽນ ຢູ່ ຫວຽດນາມ ບັນລຸເກືອບ 9,27 ຕື້ໂດລາ, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ໃນນັ້ນ, ມີ 966 ໂຄງການທີ່ໄດ້ຮັບອະນຸຍາດໃໝ່ ດ້ວຍຈຳນວນທຶນຈົດທະບຽນ 7,11 ຕື້ໂດລາ. ເພີ່ມຂຶ້ນ 28,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໃນຈໍານວນໂຄງການ ແລະ ເພີ່ມຂຶ້ນ 73,2% ໃນຈໍານວນທຶນຈົດທະບຽນ.

ຄໍາເຫັນ

ຂ່າວຕ່າງປະເທດ

ໜັງ​ສື​ພິມ​ສ້າງ​ກຳ​ລັງ​ໜູ​ນ ສົ່ງ​ແຫຼ່ງ​ບັນ​ດານ​ໃຈ ແລະ ສ້າງ​​ຄຸນ​ຄ່າໃໝ່​ໃຫ້​ແກ່​ປະ​ເທດ​ຊາດ

ໜັງ​ສື​ພິມ​ສ້າງ​ກຳ​ລັງ​ໜູ​ນ ສົ່ງ​ແຫຼ່ງ​ບັນ​ດານ​ໃຈ ແລະ ສ້າງ​​ຄຸນ​ຄ່າໃໝ່​ໃຫ້​ແກ່​ປະ​ເທດ​ຊາດ

ວິທະຍຸກະຈາຍສຽງລາຍງານວ່າ: ໃນຕອນຄ່ຳວັນທີ 21 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ ຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2025) ແລະ ມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX ດ້ວຍຫົວຂໍ້ “ເຫຼັກກ້າໃນປາກກາ, ໄຟໃນຫົວໃຈ”.
ຈີນ​ ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົນ

ຈີນ​ ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົນ

ຂ່າວສານຊີອາໄອ ລາຍງານ; ກຸ່​ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ​ຈີນເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໃນເວ​ລາ 20 ໂມງ 37 ນາ​ທີ ​ຂອງວັນ​ທີ 20 ມິ​ຖຸ​ນາ​ ຜ່ານມານີ້, ຈີນ​ໄດ້ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົ​ນ ​ດ້ວຍຈະຫຼວດສົ່ງຍານ CZ-3B ​ຢູ່ສູນສົ່ງດາວທຽມ​​ຊີ່​ຊ່າງ​, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່ຄາດ​ໄວ້​ຢ່າງ​ສະ​ດວກ, ໜ້າ​ທີ່​ການ​​ສົ່ງດາວທຽມຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ຊາວຣັດເຊຍ ໃຊ້ເວລາກັບໂທລະສັບມືຖື ສະເລ່ຍ 5.5 ຊົ່ວໂມງຕໍ່ມື້

ຊາວຣັດເຊຍ ໃຊ້ເວລາກັບໂທລະສັບມືຖື ສະເລ່ຍ 5.5 ຊົ່ວໂມງຕໍ່ມື້

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອາເລັກຊີ ໂກເຣສລາຟກີ ຫົວໜ້າສະຖາບັນພັດທະນາອິນເຕີເນັດຂອງຣັດເຊຍ ກ່າວໃນກອງປະຊຸມເສດຖະກິດສາກົນ St. Petersburg ວ່າ: ຊາວຣັດເຊຍແຕ່ລະຄົນໃຊ້ເວລາສະເລ່ຍ 5.5 ຊົ່ວໂມງຕໍ່ມື້ກັບໂທລະສັບມືຖື, ໃນຂະນະທີ່ໄວໜຸ່ມໃຊ້ເວລາເກືອບ 7 ຊົ່ວໂມງຕໍ່ມື້.
ໂຕໂຍຕ້າ ຈະຂຶ້ນລາຄາລົດຍົນ ໃນສະຫະລັດ ອາເມຣິກາ

ໂຕໂຍຕ້າ ຈະຂຶ້ນລາຄາລົດຍົນ ໃນສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ບໍລິສັດ ໂຕໂຍຕ້າ ມໍເຕີ (Toyota Motor) ຂອງຍີ່ປຸ່ນ ຈະປັບຂຶ້ນລາຄາລົດຍົນບາງລຸ້ນໃນສະຫະລັດ ອາເມຣິກາ ໃນເດືອນໜ້າເປັນຕົ້ນໄປ ໂດຍຈະເພີ່ມລາຄາຂຶ້ນຫຼາຍກວ່າ 200 ໂດລາ.
ປະ​ກາດ​ບົດ​ລາຍ​ງານ ເສດ​ຖະ​ກິດ ຫວຽດ​ນາມ 2025

ປະ​ກາດ​ບົດ​ລາຍ​ງານ ເສດ​ຖະ​ກິດ ຫວຽດ​ນາມ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກະຊວງການເງິນ ຫວຽດນາມ ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຈັດກອງປະຊຸມສຳມະນາປະກາດບົດລາຍງານເສດຖະກິດ ຫວຽດນາມ 2025.
PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

ຂ່າວຕ່າງປະເທດລາຍງານ; ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍຂໍ້ມູນເບື້ອງຕົ້ນ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ດັດສະນີລາຄາຜູ້ຜະລິດ (PPI) ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ ໃນເດືອນພຶດສະພາ ຜ່ານມາ. ໂດຍໄດ້ຮັບແຮງກົດດັນຈາກລາຄາສິນຄ້າກະເສດ ແລະ ນ້ຳມັນທີ່ຫຼຸດລົງ ຊຶ່ງອາດເປັນສັນຍານໃນທາງບວກສຳລັບທ່າອ່ຽງຂອງອັດຕາເງິນເຟີ້ຂອງຜູ້ບໍລິໂພກໃນອະນາຄົດ.
Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມິຖຸນາ ຜ່ານມາວ່າ: Skytrax ປະກາດຜົນການຈັດອັນດັບສາຍການບິນທີ່ດີທີ່ສຸດໃນໂລກ ປະຈຳປີ 2025 ປະກົດວ່າ ສາຍການບິນອາຊີ ແລະ ຕາເວັນອອກກາງ ຕິດໃນ 10 ອັນດັບ ຊຶ່ງນຳໂດຍ Qatar Airways ທີ່ຍັງຄອງອັນດັບໜຶ່ງອີກຄັ້ງ, ຕາມດ້ວຍສາຍການບິນ Singapore Airlines ແລະ Cathay Pacific ຢູ່ອັນດັບ 2 ແລະ 3 ຕາມລໍາດັບ.
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງຈີນ ໃນວັນທີ 19 ມິຖຸນາ ຜ່ານມາ ແລະ ດຳເນີນໄປເປັນເວລາ 6 ວັນ. ຜູ້ນຳຫຼາຍປະເທດທີ່ເຂົ້າຮ່ວມພິທີເປີດງານໄດ້ກ່າວຄຳປາໄສໂດຍຊີ້ອອກວ່າ: ພາຍໃຕ້ສະຖານະການສາກົນທີ່ສັບສົນໃນປັດຈຸບັນນີ້, ຈີນຈັດກິດຈະກຳຕ່າງໆເຊັ່ນ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ອື່ນໆ, ໄດ້ສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບມີຜົນປະໂຫຍດ ແລະ ການພັດທະນາທີ່ຈະເລີນຮຸ່ງເຮືອງໃນພາກພື້ນ, ຈະຊຸກຍູ້ການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງປະເທດຕ່າງໆໃນພາກພື້ນຢ່າງແຂງແຮງ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນບັນດາປະເທດ.
ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ຕາມບົດລາຍງານ “ໄຈ້ແຍກຂອບຂະໜາດ ແລະ ອັດຕາສ່ວນກວມຕະຫຼາດໝາກລິນຈີ່ - ທ່າອ່ຽງການເຕີບໂຕ ແລະ ການຄາດຄະເນໄລຍະ 2023 - 2028” ຂອງ Research and Markets, ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່, ຖັດຈາກ ຈີນ. ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ຈະບັນລຸ 303,000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024. ປັດຈຸບັນ, ຫວຽດນາມ ພວມປັບປຸງທີ່ຕັ້ງຢູ່ຕະຫຼາດໝາກລິນຈີ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ໂ
ເພີ່ມເຕີມ