ຕົວແບບໃນການສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າ

ຕົວແບບໃນການສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າ

ຕົວແບບໃນການສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າ
ສະຫາຍ ນາງ ສົມຫວັງ ຢົງກີວ່າງ ສະມາຊິກພັກ ສັງກັດຢູ່ໜ່ວຍພັກກົມຂະບວນການ ສູນກາງສະ ຫະພັນກຳມະບານລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ສູນກາງສະຫະພັນກໍາມະບານລາວ ໃນຫົວຂໍ້ “ຕົວແບບໃນການສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າ”.

 

 

ສະຫາຍ ນາງ ສົມຫວັງ ຢົງກີວ່າງ ໄດ້ກ່າວວ່າ: ຕົນເອງພ້ອມດ້ວຍຄອບຄົວໄດ້ມີແນວຄິດລິເລີ່ມເຮັດຟາມໝູ ຍ້ອນຄອບຄົວເປັນຜູ້ອອກແບບກໍ່ສ້າງເຮັດຟາມລ້ຽງໝູໃຫ້ບໍລິສັດຊີພີ, ທັງສອງຜົວເມຍຈຶ່ງໄດ້ປຶກສາຫາລື ແລະ ຄິດໄລ່ໄຕ່ຕອງນໍາກັນ, ເຫັນວ່າການລ້ຽງໝູນີ້ເຮົາສາມາດເຮັດໄດ້ໂດຍໃຊ້ເວລາວ່າງວັນເສົາ, ວັນອາທິດ ຫຼື ນອກໂມງການ ໂດຍບໍ່ລົບກວນເວລາເຮັດວຽກທາງລັດຖະການ. ຫຼັງຈາກນັ້ນ, ຈຶ່ງໄດ້ຕັດສິນໃຈເອົາເງິນທີ່ຄອບຄົວໄດ້ທ້ອນໂຮມໄປຊື້ດິນເພື່ອເຮັດຟາມ ແລະ ກໍໄດ້ໄປເຊັນສັນຍາຊື້-ຂາຍໜູນໍາບໍລິສັດຊີພີ, ເລີ່ມແຕ່ປີ 2014 ເປັນຕົ້ນມາ, ໄດ້ກູ້ຢືມຕື່ມຈໍານວນໜຶ່ງມາລົງທຶນສ້າງເລົ້າໝູ ແລະ ສິ່ງອໍານວຍຄວາມສະດວກໃນການລ້ຽງໝູເປັນເງິນຈໍານວນ 650 ລ້ານກີບ, ປີ 2015-2020 ແມ່ນໄລຍະທີ່ພວກເຮົາຫາກໍລິເລີ່ມໃນການດໍາເນີນທຸລະກິດ ທັງເຮັດທັງຖອດຖອນບົດຮຽນໄປພ້ອມໆກັນ ຈຶ່ງສາມາດຊໍາລະເງິນທີ່ກູ້ຢືມມາໄດ້ ແຕ່ລະງວດແມ່ນສາມາດສ້າງລາຍຮັບໄດ້ 10 ລ້ານກ່ວາກີບ, ນັບແຕ່ປີ 2020 ເປັນຕົ້ນມາ ແມ່ນສາມາດຊໍາລະເງິນທີ່ກູ້ຢືມມາທັງໝົດ.

ໄລຍະການລ້ຽງໝູແມ່ນ 4-5 ເດືອນ ຈຶ່ງຂາຍອອກເທື່ອໜຶ່ງ, ການຂາຍແມ່ນຂາຍໃຫ້ແຕ່ບໍລິສັດຊີພີເທົ່ານັ້ນ ຮອດຍາມຂາຍທາງບໍລິສັດມາຮັບເອົາເອງ, ຖ້າຂາຍໃຫ້ທົ່ວໄປແມ່ນເຮົາຕ້ອງຊອກຕະຫຼາດຮອງຮັບ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກຫຼາຍບັນຫາ. ດັ່ງນັ້ນ, ພວກເຮົາຈຶ່ງຕັດສິນໃຈເຊັນສັນຍາຮ່ວມກັບບໍລິສັດຊີພີ, ທາງເຮົາແມ່ນມີສະຖານທີ່ອໍານວຍຄວາມສະດວກ, ມີແຮງງານລ້ຽງ ແລະ ຊື້ລູກໝູຈາກບໍລິສັດຊີພີ ສ່ວນບໍລິສັດຊີພີແມ່ນຜູ້ຕອບສະໜອງອາຫານ, ຢາວັກຊິນ ແລະ ປິ່ນປົວເບິ່ງແຍງໃນເວລາໝູເຈັບເປັນ.

ນັບແຕ່ມື້ສ້າງຟາມໝູມາຮອດປັດຈຸບັນ, ການລ້ຽງໝູຂອງຂ້າພະເຈົ້າແມ່ນມີເລົ້າດຽວ ເປັນເລົ້າປິດບັນຈຸໄດ້ 650-750 ໂຕ ແຕ່ໝູຂອງຂ້າພະເຈົ້າລ້ຽງແມ່ນມີແຕ່ 650 ໂຕ, ມີລາຍໄດ້ແມ່ນ 130-150 ລ້ານກີບ/ງວດ ລົບຄ່າແຮງງານ, ຄ່າໄຟຟ້າ, ຄ່າສ້ອມແປງເລົ້າ, ແປງທາງ ຫຼື ລົບລາຍຈ່າຍອື່ນໆ ແລ້ວຍັງເຫຼືອກໍາໄລຕົວຈິງ 80-90 ລ້ານກີບ/ງວດ ສະເລ່ຍປີໜຶ່ງມີກໍາໄລຈາກການລ້ຽງໝູໄດ້ 180-240 ລ້ານກີບ ສາມາດປັບປຸງຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າເກົ່າ ຊຶ່ງສາມາດປຸກເຮືອນຢູ່, ສົ່ງລູກຮຽນ ແລະ ຊ່ວຍໃຫ້ຄອບຄົວທີ່ມາລ້ຽງໝູນໍາມີອາຊີບເຮັດ ມີເງິນສົ່ງລູກຮຽນຈົນຈົບ.

ນອກຈາກການລ້ຽງໝູແລ້ວ, ຍັງເຮັດອາຊີບເສີມດ້ວຍການຫຍິບປັກທັກແສ່ວ ສ້າງລາຍຮັບເພີ່ມ ໃຊ້ເວລາວ່າງວັນເສົາ, ວັນອາທິດ, ນອກໂມງການ ແລະ ສາມາດຊ່ວຍໃຫ້ຜູ້ຍິງທີ່ບໍ່ມີວຽກເຮັດງານທໍາ ນໍາໄປທັກແສ່ວເພື່ອຫາລາຍໄດ້ເພີ່ມເລັກນ້ອຍໃຫ້ກັບຄອບຄົວ, ນອກຈາກນັ້ນ, ກໍຍັງໄດ້ປູກພຶດສວນຄົວເພື່ອຮັບໃຊ້ໃຫ້ການດໍາລົງຊີວິດແບບພໍພຽງ ຕາມແນວທາງນະໂຍບາຍຂອງພັກ-ລັດ. ເວົ້າລວມ ເວົ້າສະເພາະຕາມການຊີ້ນຳຂອງຄະນະບໍລິຫານງານພັກ ສູນກາງສະຫະພັນກໍາມະບານລາວ ຕາມຄໍາຂວັນທີ່ວ່າ: ດຸໝັ່ນ ປະຢັດ, ຊື່ສັດ, ອົດທົນ ພາທຸກຄົນພົ້ນທຸກ.

ສະຫາຍໄດ້ກ່າວອີກວ່າ: ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ, ແຕ່ກໍຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈໍານວນໜຶ່ງ. ດັ່ງນີ້: ຄ່າໃຊ້ຈ່າຍເພີ່ມຂຶ້ນ, ມີຄວາມສ່ຽງໃນການເກີດພະຍາດ ແລະ ໂຣກລະບາດ;ຊອກຫາແຮງງານຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ເຕັກນິກໃນການລ້ຽງໜູມີໜ້ອຍ. ສຳລັບແຜນໃນຕໍ່ໜ້າ ແມ່ນມີແນວຄິດຈະບໍາບັດເຮັດລະບົບກັ່ນຕອງ ເອົາຂີ້ໝູຕາກແຫ້ງຂາຍເປັນສິນຄ້າ ແລະ ສ້າງເຮັດເປັນອາຍແກັດຊີວະພາບ ເປັນພະລັງງານເພື່ອມານໍາໃຊ້ພາຍໃນຟາມ ທັງເປັນການກໍາຈັດກິ່ນເໝັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ