ຊາວໜຸ່ມໄຟຟ້າລາວຖືເອົາການລ້ຽງນົກກະທາຂາຍເປັນລາຍຮັບເພີ່ມ

ຕົວແບບຊາວໜຸ່ມໄຟຟ້າລາວຖືເອົາການລ້ຽງນົກກະທາຂາຍເປັນລາຍຮັບເພີ່ມ

ຕົວແບບຊາວໜຸ່ມໄຟຟ້າລາວຖືເອົາການລ້ຽງນົກກະທາຂາຍເປັນລາຍຮັບເພີ່ມ
ໂດຍ: ແສງຈັນ ຄົນລາວ ເປັນຄົນທີ່ມີຄວາມດຸໝັ່ນ, ອົດທົນ ໃນການອອກແຮງງານ ເພີ່ມພູນຜະລິດຜົນ, ຫາລ້ຽງຄອບຄົວ ແລະ ຜະລິດສົ່ງອອກຂາຍຕະຫຼາດພາຍໃນປະເທດ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ຈຶ່ງກ້າວໄປສູ່ຕົວແບບຂອງຊາວໜຸ່ມ ໃນການລ້ຽງນົກກະທາຂາຍ.

 

ໃນກອງປະຊຸມ ສະຫຼຸບວຽກງານການເຄື່ອນໄຫວ ຂໍ້ແຂ່ງຂັນ 4ບຸກ ຂອງຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນຈັນ ພົງພັກດີຮອງຫົວໜ້າພະແນກສັງລວມຂໍ້ມູນຂ່າວສານ ກົມຄຸ້ມຄອງພະນັກງານໄຟຟ້າລາວ, ທັງເປັນຕົວແບບຊາວໜຸ່ມ ຂອງໄຟຟ້າລາວ, ປັດຈຸບັນ ຢູ່ບ້ານນາສ້າງໄຜ່ເມືອງໄຊເສດຖານະຄອນຫຼວງວຽງຈັນລາຍງານວ່າ: ຂ້າພະເຈົ້າ ຖືເອົາການສ້າງເສດຖະກິດຄອບຄົວ ດ້ວຍການເຮັດ “ຟາມນົກກະທາ ແສນທະວີສຸກ”, ເລີ່ມລ້ຽງປີ 2018, ກ່ອນຈະລ້ຽງ ແມ່ນເຮັດຕູ້ຟັກໄຂ່ຂາຍ (ສື່ໂຄສະນາ) ແມ່ນຕູ້ຟັກໄຂ່ ຊຸດປະຢັດ ກະເສດພໍພຽງ ບັນຈຸ 50-60ໜ່ວຍ, 60-70ໜ່ວຍ, 90-100ໜ່ວຍ. ແນວຄິດລິເລີ່ມ ແມ່ນຂໍຊື້ໄຂ່ນົກກະທານໍາລູກຄ້າ ມາລອງຟັກ ຈໍານວນ 200 ໜ່ວຍ (ໄດ້ ນົກນ້ອຍ 150 ໂຕ). ພາຍຫຼັງລອງລ້ຽງ ເຫັນວ່າມັນລ້ຽງງ່າຍໃຫຍ່ໄວ ຈຶ່ງໄປຊອກຊື້ໄຂ່ມາຟັກອີກ ຈໍານວນ 1,000 ໜ່ວຍ (ໄດ້ນົກນ້ອຍແຕ່ 500ໂຕ) ເມື່ອເຫັນວ່າ ການຊື້ໄຂ່ມາຟັກບໍ່ໄດ້ຕາມຈໍານວນທີ່ຕ້ອງການ ຈຶ່ງກັບມາຄິດ ແລະ ສຶກສາຕື່ມວ່າ ເຮົາລ້ຽງເອງ-ຂະຫຍາຍພັນເອງ ຄືຈະດີກວ່າ ທີ່ຈະໄປຊື້ໄຂ່ນໍາຄົນອື່ນມາຟັກ ເພາະວ່າມີຕູ້ຟັກໄຂ່ຢູ່ແລ້ວ ຈຶ່ງຄິດຢາກລ້ຽງ-ຂະຫຍາຍເປັນທຸລະກິດຄອບຄົວ.ຈາກນັ້ນ, ຈຶ່ງລ້ຽງນົກ ຄຽງຄູ່ກັບການລ້ຽງໄກ່, ປາດຸກ ແລະ ເຮັດຕູ້ຟັກໄຂ່ຂາຍ.

ຈຸດປະສົງ ເພື່ອນໍາໃຊ້ເວລາວ່າງໃຫ້ເກີດປະໂຫຍດສູງສຸດແກ່ຕົນເອງ ແລະ ຄອບຄົວ ໂດຍການນໍາໃຊ້ເວລາກ່ອນໄປວຽກ ແລະ ຫຼັງຈາກເລີກວຽກລັດ, ສ້າງລາຍໄດ້ເພີ່ມ ເພື່ອນໍາລາຍຮັບເຂົ້າມາໝູນໃຊ້ໃຫ້ກັບຄອບຄົວ ໄດ້ມີຢູ່-ມີກິນ ແລະ ມີລາຍຮັບເພີ່ມ ນອກຈາກເງິນເດືອນຂອງລັດ ແລະ ເພື່ອເປັນຕົວແບບ ແລະ ເປັນບ່ອນສຶກສາ ໃຫ້ພໍ່ແມ່ປະຊາຊົນ ທີ່ຕ້ອງການຢາກລ້ຽງສັດດັ່ງກ່າວ ເຂົ້າມາສຶກສາ ແລະ ໃຫ້ເປັນທຸລະກິດແບບຄົບວົງຈອນ ຫຼືເຂົ້າຄົ້ນຫາ ຟາມນົກກະທາ ແສນທະວີສຸກ.

ການລ້ຽງ ຕ້ອງກະກຽມໂຮງເຮືອນແບບປິດ ເພື່ອປ້ອງກັນສັດຈະເຂົ້າມາລົບກວນ ແລະ ກິນນົກກະທາ,ເຮັດຄອກອະນຸບານນົກນ້ອຍ ແຕ່ 1-21ມື້, ຄອກນົກໄຂ່ ແມ່ນອາຍຸ 35ມື້,ຕູ້ຟັກໄຂ່,ຂະໜາດຄອກນົກໄຂ່, ຈໍານວນນົກພໍ່, ແມ່ພັນ, ນົກໄຂ່, ລວມລາຍຮັບຕໍ່ມື້ 1,458,000ກີບ, ລວມລາຍຮັບຕໍ່ເດືອນ 43,740,000ກີບ, ຂີ້ນົກແຫ້ງ 1ມື້ໄດ້ 2ເປົາ, ລາຄາຂາຍ 20ພັນກີບ/ເປົາ ລວມລາຍຮັບ 40ພັນກີບ/ມື້, ລວມລາຍຮັບ 1,200,000/ເດືອນ. ຈຸດດີຂອງນົກກະທາ ລ້ຽງງ່າຍ, ໃຫຍ່ໄວ, ໄດ້ກຳໄລໄວ ແລະ ໄດ້ທຶນໄວ.ຜູ້ທີ່ບໍ່ເຄີຍລ້ຽງນົກມາກ່ອນ ກໍສາມາດລ້ຽງໄດ້, ລ້ຽງພຽງ5 ອາທິດ ກໍເອົາອອກຂາຍໄດ້ແລ້ວ ແລະ 7 ອາທິດກໍເລີ່ມໄຂ່, ພື້ນທີ່ໃນການລ້ຽງແມ່ນນ້ອຍ, ມີພູມຕ້ານທານຕໍ່ໂຣກດີກວ່າໄກ່ (ບໍ່ໄດ້ຢອດ ຫຼື ສັກວັກຊິນປ້ອງກັນໂຣກກໍໄດ້), ນົກກະທາໂຕນ້ອຍຈຶ່ງກິນຫົວອາຫານໜ້ອຍ ສົ່ງຜົນໃຫ້ຕົ້ນທຶນໃນການລ້ຽງໜ້ອຍ. ຂໍ້ເສຍຂອງນົກກະທາ ສາຍຕາຂອງນົກສັ້ນ ແລະ ຮັບຮູ້ໄວຕໍ່ສຽງ ຈຶ່ງເຮັດໃຫ້ນົກກະທາຕົກໃຈງ່າຍ. ບໍ່ທົນຕໍ່ບາດແຜ ເວລາເຈັບໜ້ອຍໜຶ່ງກະຕາຍ, ໂຕຜູ້ຈະຮ້ອງຕະຫຼອດ, ກິ່ນຂອງຂີ້ນົກ ເຮັດໃຫ້ແມງວັນມາລົບກວນ.

ຂໍ້ຄວນເອົາໃຈໃສ່, ຕ້ອງໃຫ້ອາຫານພຽງພໍ, ຕ້ອງໃຫ້ແສງສະຫວ່າງໂຮງເຮືອນຕະຫຼອດ 24 ຊົ່ວໂມງ, ຕ້ອງໄດ້ອະນາໄມຂີ້ນົກ ແລະ ຖ້ວຍນໍ້າທຸກໆມື້, ຕ້ອງກວດເບິ່ງນໍ້າຢ່າງເປັນປົກກະຕິ ເພື່ອບໍ່ໃຫ້ຂາດນໍ້າ ແລະ ອື່ນໆ. ຕົ້ນທຶນຂອງການລົງທຶນຟາມໃຫຍ່ 350 ລ້ານກີບ ໃຊ້ຈ່າຍ ຄື: ສ້າງໂຮງເຮືອນ 10x25 ແມັດ, ຄ່ານາຍຊ່າງເຮັດໂຮງເຮືອນລ້ຽງນົກກະທາ ແລະ ເຮືອນຢູ່, ຊື້ອຸປະກອນມາເຮັດຕູ້ຟັກໄຂ່ ລະບົບໂອໂຕ ຕູ້ຟັກໃຫຍ່ (ຟັກໄຂ່ໄດ້ 10 ພັນໜ່ວຍ), ຊື້ອຸປະກອນຕ່າງໆມາເຮັດຄອກອະນຸບານນົກນ້ອຍ, ຄອກນົກໃຫຍ່ ແລະ ຄອກນົກໄຂ່, ຊື້ຫົວອາຫານມາລ້ຽງນົກ. ປັດຈຸບັນມີນົກໃຫຍ່ 4,108 ໂຕ ແລະ ນົກນ້ອຍ 2ພັນໂຕ, ລາຍຈ່າຍພາຍໃນເດືອນ: ໄຟຟ້າ 1,700,000, ນໍ້າປະປາ 60 ພັນກີບ, ຂີ້ເຫຍື້ອ 40ພັນກີບ, ຢາຕ້ານເຊື້ອ 150ພັນກີບ, ວິຕາມິນ 150ພັນກີບ, ລາຍຈ່າຍອື່ນໆ 1ລ້ານກີບ, ຄ່າພະນັກງານຊ່ວຍຟາມ 2ລ້ານກີບ, ຄ່າຫົວອາຫານຕໍ່ເດືອນ 33,360,000ກີບ ລວມລາຍຈ່າຍ 38,460,000ກີບ. ລວມລາຍຈ່າຍຕໍ່ມື້ 1,282,000ກີບ, ລາຍຮັບຕໍ່ເດືອນ 38,460,000ກີບ, ລາຍຮັບຕໍ່ປີ 461,520,000ກີບ. ລວມລາຍຮັບຕໍ່ມື້ 1,036,000ກີບ, ລາຍຮັບຕໍ່ເດືອນ 31,080,000 ກີບ, ລາຍຮັບຕໍ່ປີ 372,960,000ກີບ. ແຜນໃນຕໍ່ໜ້າ ຈະສືບຕໍ່ເຮັດຄອກນົກໄຂ່ເພີ່ມ 64 ຄອກ, ຈະສ້າງໂຮງເຮືອນລ້ຽງນົກໃຫຍ່ (ນົກຂຸນ) ເພີ່ມອີກ 1 ໂຮງເຮືອນ, ຈະສືບຕໍ່ສ້າງເຮືອນຢູ່ຊັ້ນ 2, ຈະຊື້ລົດບັນທຸກ ຈໍານວນ 1 ຄັນ. ຖ້າຫາກວ່າ ທ່ານໃດ ຢາກທົດລອງລ້ຽງ ຫຼື ຕ້ອງການຊື້ໄຂ່-ນົກກະທາ, ຄອກນົກ ສາມາດຕິດຕໍ່ໄດ້ທີ່ໂທ ແລະ ແອັບ 020 59658822

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ