ວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 35 ປີ

ວາງກະຕ່າດອກໄມ້ໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 35 ປີ

ວາງກະຕ່າດອກໄມ້ໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 35 ປີ
ຄະນະນໍາອົງການໄອຍະການປະຊາຊົນໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ອະນຸສອນສະຖານປະທານໄກສອນພົມວິຫານເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 35 ປີ (9 ມັງກອນ 1990 ຫາ 9 ມັງກອນ 2025)

ໃນຕອນເຊົ້າວັນທີ 9 ມັງກອນນີ້ນຳໂດຍສະຫາຍໄຊຊະນະໂຄດພູທອນກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີບັນດາຄະນະພັກ-ຄະນະນຳ ອອປສ, ອົງການໄອຍະການປະຊາຊົນພາກກາງ-ນະຄອນຫຼວງແລະບັນດາອົງການໄອຍະການປະຊາຊົນ 17 ແຂວງ, ສະຖາບັນຄົ້ນຄວ້າ ແລະຝຶກອົບຮົມໄອຍະການ, ອົງການໄອຍະການທະຫານຂັ້ນສູງແລະ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເປັນການເຄົາລົບ, ລະນຶກເຖິງຄຸນງາມຄວາມດີອັນປະເສີດຂອງປະທານໄກສອນພົມວິຫານຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ທັງເປັນແບບຢ່າງທີ່ດີໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດ. ທ່ານໄດ້ອຸທິດຊີວິດສຸມທຸກສະຕິປັນຍາແລະຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດກໍຄືພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມແຂງຕະຫຼອດມາ. ທັງເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫຼວງຂອງປະທານໄກສອນພົມວິຫານທີ່ໄດ້ນຳພາປະຊາຊົນລາວທັງຊາດລຸກຮືຂຶ້ນຕໍ່ສູ້ຕ້ານພວກຈັກກະພັດຕ່າງດ້າວຈົນໄດ້ຮັບໄຊຊະນະແລະນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະທີ່ຜ່ານມາ. ຍາມໃດປະທານກໍອຸທິດຕົນເພື່ອຊາດ, ເພື່ອປະຊາຊົນດ້ວຍນໍ້າໃຈບໍລິສຸດມີນໍ້າໃຈເດັດດ່ຽວກ້າຫານ, ດຸໝັ່ນປະຢັດ, ມີທັດສະນະມະຫາຊົນສະເໝີຕົ້ນສະເໝີປາຍ, ທັງນຳພາດ້ານທິດສະດີ, ນັກວິທະຍາສາດທີ່ມີວິໄສທັດກວ້າງໄກ, ສາມາດຕີລາຄາຊັ່ງຊາສະພາບການທັງພາຍໃນແລະສາກົນໄດ້ຢ່າງແມ່ນຢຳແລະໄດ້ກາຍເປັນຜູ້ນຳທີ່ດີເດັ່ນແລະເປັນວິລະບູລຸດຂອງຊາດລາວທີ່ໄດ້ນຳພາປວງຊົນບັນດາເຜົ່າຍາດໄດ້ໄຊຊະນະແລະສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ໃນໂອກາດນີ້, ຄະນະພັກ, ຄະນະນໍາອອປສ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ທ່ານປະທານໄກສອນພົມວິຫານວ່າ: ຈະຕັ້ງໜ້າຮໍ່າຮຽນເອົາແບບຢ່າງທີ່ດີແລະເຕັມໄປດ້ວຍຄຸນສົມບັດ, ສິນທໍາປະຕິວັດແລະຜ່ານຜ່າທຸກຄວາມຫຍຸ້ງຍາກໃນການຕໍ່ສູ້ກູ້ຊາດອັນຜ່ອງໃສຂອງປະທານແລະພ້ອມກັນເດີນຕາມແນວທາງນະໂຍບາຍຂອງປະທານຕັ້ງໄວ້ຢ່າງບໍ່ມີວັນປ່ຽນແປງ, ຂໍໃຫ້ຄຸນງາມຄວາມດີຂອງທ່ານຍືນຍົງຢູ່ໃນພາລະກິດປະຕິວັດ ແລະ ຝັງແໜ້ນໃນດວງໃຈຂອງປະຊາຊົນລາວທັງຊາດຕະຫຼອດໄປ, ເວົ້າລວມ, ເວົ້າສະເພາະແມ່ນພະນັກງານອົງການໄອຍະການປະຊາຊົນ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ