ວາງປ້າຍສີລາຈາລຶກ ກໍ່ສ້າງໂຮງງານຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນງົວ

ວາງປ້າຍສີລາຈາລຶກ ກໍ່ສ້າງໂຮງງານຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນງົວ
ກະຊວງກະສິກຳ ແລະ ປ່າໄມ້ (ກປ) ແລະ ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຮ່ວມພິທີວາງສີລາຈາລຶກ ໂຄງການກໍ່ສ້າງໂຮງງານຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນງົວ ຂອງບໍລິສັດ ລາວ 666 ປຸງແຕ່ງອາຫານ ຈຳກັດ ຊຶ່ງຝ່າຍລາວເຮົາ ກໍໄດ້ຕີລາຄາສູງຕໍ່ໂຄງການ ທີ່ຈະຕອບໜອງໄດ້ຢ່າງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຂະແໜງກະສິກຳໃນປັດຈຸບັນ, ທັງເປັນການສືບຕໍ່ຜັນຂະຫຍາຍການຮ່ວມມື ລາວ-ຈີນ ແລະ ຈະຊ່ວຍແກ້ໄຂບັນຫາຕະຫຼາດການຊື້-ຂາຍງົວ ໃຫ້ກັບຊາວກະສິກອນຫຼາຍຮ້ອຍຄອບຄົວ.
    ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາຜ່ານມາ ທີ່ບ້ານດອນດູ່ ເມືອງຫາດຊາຍຟອງ ນວ ໂດຍມີ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກປ, ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງ ນວ ແລະ ທ່ານ ລີວ ຫົງກວາງ ບໍລິສັດ ລາວ 666 ປຸງແຕ່ງອາຫານ ຈຳກັດ ແລະ ພາກສ່ວນຕ່າງໆຂອງ ນວ ເຂົ້າຮ່ວມ.
    ໃນພິທີ, ທ່ານ ລີວ ຫົງກວາງ ກ່າວລາຍງານວ່າ: ການລົງທຶນໂຄງການກໍ່ສ້າງດັ່ງກ່າວ ຈະແບ່ງອອກເປັນ 2 ໄລຍະ ຊຶ່ງໄລຍະທຳອິດ ມີເນື້ອທີ່ 10.000 ຕາແມັດ ດ້ວຍມູນຄ່າການລົງທຶນ 50ລ້ານຢວນ, ຈະສ້າງສາຍການຜະລິດການຂ້າງົວອັດຕະໂນມັດສອງສາຍ ໂດຍການຄຸ້ມຄອງການນໍາໃຊ້ລະບົບຢັ້ງຢືນມາດຕະຖານ GHPS; ຈະສ້າງລະບົບການກວດສອບຈາກຟາມງົວໄປເຖິງການຂ້າສັດ ລວມໄປເຖິງການຫຸ້ມຫໍ່ ແລະ ການຂົນສົ່ງລະບົບຕ້ອງໂສ້ທຳຄວາມເຢັນໄປຍັງຈຸດບໍລິໂພກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຊີ້ນງົວ. ພາຍຫຼັງໂຮງງານສ້າງສຳເລັດແລ້ວ, ແຜນການຂ້າງົວໃຫ້ໄດ້ຫຼາຍກວ່າ 100.000ໂຕ ຕໍ່ປີ ຊຶ່ງຈະຊ່ວຍແກ້ໄຂບັນຫາຕະຫຼາດການຊື້-ຂາຍງົວ ໃຫ້ກັບຊາວກະສິກອນຫຼາຍຮ້ອຍຄອບຄົວ ແລະ ຈະສ້າງວຽກເຮັດງານທຳໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຫຼາຍຮ້ອຍຫຼາຍພັນຄົນ. ພ້ອມດຽວກັນນັ້ນ, ກໍຈະເຮັດໃຫ້ປະຊາຊົນຈີນ ໄດ້ກິນຊີ້ນງົວທີ່ມີຄວາມສົດ; ມີຄຸນນະພາບ; ມີຄວາມປອດໄພ ແລະ ແຊບທີ່ສຸດຈາກປະເທດລາວເຮົາ ຊຶ່ງເປັນການຍົກສູງຄຸນນະພາບ ແລະ ມູນລະຄ່າການສົ່ງອອກຜະລິດຕະພັນກະສິກຳຂອງລາວ ໃຫ້ດີຂຶ້ນ. ພ້ອມທັງເປັນບາດກ້າວໃໝ່ ໃນການກ້າວເຂົ້າສູ່ການຄ້າຜະລິດຕະພັນກະສິກຳ ລະຫວ່າງ ລາວ ແລະ ຈີນ. 
ທ່ານ ປະທານບໍລິສັດ ຍັງກ່າວວ່າ: ພວກຂ້າພະເຈົ້າ, ວາງແຜນຈະໃຫ້ສຳເລັດການສ້າງໂຮງງານຕົ້ນຕໍໃນໄລຍະ 3 – 4 ເດືອນ, ຈະໃຊ້ເວວາ 2 - 3 ເດືອນ ໃນການຕິດຕັ້ງອຸປະກອນຕ່າງໆ ແລະຈະທົດລອງທຳການຜະລິດໃນໄລຍະ 6 ເດືອນ ຫຼັງຈາກສ້າງໂຮງງານສໍາເລັດ. ນອກນີ້, ພວກຂ້າພະເຈົ້າ ກໍຢຶດໝັ້ນຄໍາສຸພາສິດຈີນ ທີ່ວ່າ: “ການເດີນທາງຫຼາຍພັນລີ້ ເລີ່ມດ້ວຍບາດກ້າວນ້ອຍໆ ກ້າວທໍາອິດ”. ພິທີໃນມື້ນີ້ ກໍເປັນພຽງບາດກ້າວທຳອິດ ທີ່ຈະມຸ້ງໜ້າໄປສູ່ອະນາຄົດທີ່ສົດໃສ. ເລີ່ມຈາກມື້ນີ້ເປັນຕົ້ນໄປ, ພວກເຮົາຮ່ວມມືກັບກຸ່ມບໍລິສັດສະສົມນໍ້າມັນເມັດພັນພືດນະຄອນຫຼວງວຽງຈັນ ເພື່ອສ້າງໂຮງງານທີ່ທັນສະໄໝ,  ມີປະສິດທິພາບສູງ; ມີລະບົບນິເວດທີ່ເປັນມິດກັບສິ່ງແວດລ້ອມ ແລະ ສອດຄ່ອງກັບການຂ້າງົວ; ການຕັດແຕ່ງ ແລະ ແປຮູບຊີ້ນງົວ ລວມໄປເຖິງການຫຸ້ມຫໍ່ ແລະ ການເຊື່ອມໂຍງລະບົບຕ່ອງໂສ້ການທຳຄວາມເຢັນ ຕາມມາດຕະຖານສາກົນ.
ທ່ານ ພູໂຂງ ບັນນະວົງ, ກໍໄດ້ມີຄໍາເຫັນວ່າ: ການລ້ຽງງົວ ຂອງລາວເຮົາ ມີການຂະຫຍາຍຕົວນັບມື້ຫຼາຍຂຶ້ນ, ແຕ່ການປຸງແຕ່ງຊິ້ນງົວນັ້ນ ແມ່ນຍັງຈໍາກັດ ແລະ ຍັງບໍ່ທັນໄດ້ມາດຕະຖານ. ເພື່ອປັບປຸງຂອດການປຸງແຕ່ງເຫຼົ່ານັ້ນ ພວກເຮົາຕ້ອງໄດ້ສຸມໃສ່ພັດທະນາໂຮງງານຂ້າສັດ ແລະ ປຸງແຕ່ງຜະລິດຕະພັນສັດ ໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ຊຶ່ງໂຄງການກໍ່ສ້າງໂຮງງານຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນງົວນີ້ ເປັນທາງອອກໜຶ່ງ ທີ່ສອດຄ່ອງກັບນະໂຍບາຍຂອງລັດຖະບານ ກໍຄືສອດຄອ່ງກັບຄວາມຮຽກຮ້ອງຕ້ອງການຂອງຂະແໜງປຸງແຕ່ງກະສິກຳ ໃນປັດຈຸບັນ. ທັງເປັນການສືບຕໍ່ຜັນຂະຫຍາຍ ບົດບັນທຶກການຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ - ແຂວງກວ້າງຕຸ້ງ ສປ ຈີນ ແລະ ເປັນການຈັດຕັ້ງປະຕິບັດນະໂຍບາຍ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ ແລະ ຍຸດທະສາດເຊື່ອມໂຍງເຊື່ອມຈອດ ຂອງ ລາວ. ພ້ອມນີ້, ທ່ານ ກໍໄດ້ສະແດງຄໍາເຊື່ອໝັ້ນວ່າ: ໂຄງການດັ່ງກ່າວ ຈະສາມາດຜະລິດຊີ້ນງົວ ເພື່ອສະໜອງພາຍໃນ ໄດ້ຢ່າງພຽງພໍ ແລະ ສົ່ງອອກໄປຍັງ ສປ ຈີນ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ກະຊວງ ກປ ຈະສືບຕໍ່ເຈລະຈາ ດ້ານສຸຂານາໄມສັດ ກັບ ສປ ຈີນ ເພື່ອໃຫ້ຊີ້ນງົວທີ່ຜະລິດຢູ່ ສປປ ລາວ ກໍຄືຜະລິດຢູ່ໂຮງງານແຫ່ງນີ້ ໄດ້ສົ່ງອອກໄປ ສປ ຈີນ ຢ່າງເປັນທາງການ ໃນເວລາອັນຄວນ.
(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກ: ສທລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ