ທ່ານຄໍາພູ ເພຍສັງຄະ ກ່າວວ່າ: ກິດຈະກໍາຄັ້ງນີ້, ໄດ້ເລີ່ມຈັດຢູ່ຫຼວງພະບາງນັບແຕ່ວັນທີ 10-14 ກໍລະກົດຜ່ານມາ ໂດຍການເປັນເຈົ້າພາບຮ່ວມຂອງ 3 ປະເທດຄື: ລາວ, ໄທ ແລະມາເລເຊຍ ຊຶ່ງເປັນໜຶ່ງໂຄງການ ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ, ນັກສຶກສາອາຊຽນ ໂດຍສະເພາະດ້ານສິລະປະ, ຜະລິດຕະພັນວິຈິດສິນຈາກສິ່ງເສດເຫຼືອຕ່າງໆ ແລະ ອາຫານພື້ນເມືອງ.ຈາກນັ້ນ, ໄດ້ຂີ່ລົດໄຟມາຈັດກິດຈະກຳຢູ່ເມືອງວັງວຽງ ແຂວງວຽງຈັນ. ສຳລັບມື້ນີ້ ຊຶ່ງເປັນມື້ສຸດທ້າຍທີ່ເຄື່ອນໄຫວກິດຈະກຳຢູ່ ສປປ ລາວໂດຍຜູ້ເຂົ້າຮ່ວມໂຄງການແມ່ນໄດ້ນຳເອົາຜົນຜະລິດຈາກການຈັດກິດຈະກຳຢູ່ແຂວງຫຼວງພະບາງ ແລະ ວັງວຽງ ມາວາງສະແດງຢູ່ສູນການຄ້າວຽງຈັນເຊັນເຕີ. ພ້ອມນີ້, ຍັງໄດ້ມອບລາງວັນຂອງທີ່ລະນຶກໃຫ້ຜູ້ແທນແຕ່ລະປະເທດອາຊຽນເຂົ້າຮ່ວມໂຄງການຕື່ມອີກ. ໃນມື້ດຽວກັນ, ກໍໄດ້ສືບຕໍ່ເດີນທາງໄປຈັດກິດຈະກຳຢູ່ນະຄອນຫຼວງບາງກອກ ປະເທດໄທ. ຈາກນັ້ນ, ຈະເດີນທາງໄປປິດກິດຈະກຳຂອງໂຄງການດັ່ງກ່າວນີ້ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍໃນວັນ 26 ກໍລະກົດ 2024.
(ຂ່າວ-ພາບ: ວັນເພັງ)
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ
ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ຄໍາເຫັນ