ວັນປູກຕົ້ນໄມ້ປີນີ້ ແຂວງຫຼວງພະບາງ ຈະປູກຕົ້ນໄມ້ໃນເນື້ອທີ່ທັງໝົດ 200 ກວ່າເຮັກຕາ

ວັນປູກຕົ້ນໄມ້ປີນີ້ ແຂວງຫຼວງພະບາງ ຈະປູກຕົ້ນໄມ້ໃນເນື້ອທີ່ທັງໝົດ 200 ກວ່າເຮັກຕາ

ວັນປູກຕົ້ນໄມ້ປີນີ້ ແຂວງຫຼວງພະບາງ ຈະປູກຕົ້ນໄມ້ໃນເນື້ອທີ່ທັງໝົດ 200 ກວ່າເຮັກຕາ
ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້ ໃຫ້ຝົດຝື້ນ ກວ້າງຂວາງ ຄະນະນຳພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫຼວດພື້ນທີ່ປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ. ມາຮອດປັດຈຸບັນມີຄວາມພ້ອມດ້ານເນື້ອທີ່ປູກແລ້ວ 5 ເມືອງ (ນະຄອນ ຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອຸ, ເມືອງໂພນໄຊ ແລະ ເມືອງງອຍ) ມີເນື້ອທີ່ທັງໝົດ 200 ກວ່າເຮັກຕ່າ ແລະ ໄດ້ກະກຽມກ້າເບ້ຍໄມ້ໄດ້ທັງໝົດ 680,000 ເບ້ຍ;

 

 

ທ່ານ ບຸນມີ ສະຫວັດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ສຳລັບພິທີປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ, ແຂວງໄດ້ກະກຽມສະຖານທີ່ປູກ ຢູ່ບ້ານຫຼັກສິບ ນະຄອນ ຫຼວງພະບາງ ໃນເນື້ອທີ່ປະມານ 13 ເຮັກຕ່າ, ໂດຍຈະປູເບ້ຍໄມ້ຮັກສາແຫຼ່ງນ້ຳ ເປັນຕົ້ນ ໄມ້ສົ້ມຝາດ, ໄມ້ແຕ້ຂ່າ, ໄມ້ຕີ້ວ ແລະ ໄມ້ອື່ນໆ. ປັດຈຸບັນກໍາລັງກະກຽມຄວາມພ້ອມແຕ່ລະດ້ານ ໃນການຈັດພິທີຄາດວ່າ ຈະຈັດພິທີຕົວຈິງໃນວັນທີ 1 ມິຖຸນາ 2025. ສ່ວນບັນດາເມືອງທີ່ມີເງື່ອນໄຂ ອາດຈະຈັດກ່ອນ ຫຼື ຫຼັງວັນທີ່ 1 ເພື່ອໃຫ້ຄົບຕາມເນື້ອທີ່ ທີ່ໄດ້ກໍານົດ 200 ກວ່າເຮັກຕ່າ. ນອກນັ້ນ, ຈະມີບັນດາບໍລິສັດ ແລະ ໂຄງການສົ່ງເສີມການປູກຕົ້ນໄມ້ຢູ່ບັນດາເມືອງ ລວມທັງປະຊາຊົນບັນດາເຜົ່າ ຈະຈັດພິທີປູກຕົ້ນໄມ້ ຢູ່ພື້ນທີ່ຂອງຕົນຈົນກວ່າຈະສີ້ນສຸດລະດູຝົນ ຕື່ມອີກ. ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໃຫ້ຮູ້ຕື່ມວ່າ: ນອກຈາກການກະກຽມຂະບວນການປູກຕົ້ນໄມ້ ໃນໄລຍະຜ່ານມາ, ຄະນະນຳພະແນກກະສິກຳ ແລະ ປ່າໄມ້ແຂວງ ຍັງໄດ້ຊີ້ນຳໃຫ້ທຸກພາກສ່ວນ ທີ່ດຳເນີນການປູກຕົ້ນໄມ້ໃນຫຼາຍປີຜ່ານມາ, ພ້ອມກັນປົກປັກຮັກສາ ແລະ ບົວລະບັດຕົ້ນໄມ້ທີ່ປູກໄປແລ້ວ ໃຫ້ມີການຈະເລີນເຕີບໂຕ ແລະກວດກາຄືນ ບັນດາຕົ້ນໄມ້ທີ່ຕາຍ ແລະ ເສຍຫາຍ ເພື່ອຈັດຕັ້ງການປູກທົດແທນຄືນ, ເມື່ອຕົ້ນໄມ້ຄົບອາຍຸ 3 ປີ ແມ່ນໃຫ້ຂຶ້ນທະບຽນຕົ້ນໄມ້ ສົ່ງໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນຜູ້ຄຸ້ມຄອງຕາມລະບຽບການ.

ເພື່ອກະກຽມ ແລະ ສ້າງຂະບວນການໃຫ້ແກ່ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ເດືອນ ມິຖຸນາປີນີ້ ໃຫ້ຝົດຝື້ນກວ້າງຂວາງ ແລະ ເລິກເຊີ່ງ, ທ່ານ ບຸນມີ ສະຫວັດ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ນັບທັງພາກລັດ, ພາກທຸລະກິດ-ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ປະກອບສ່ວນ ແລະ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ທີ່ຈະຈັດຂຶ້ນຢູ່ທຸກທ້ອງຖີ່ນ ເພື່ອເຮັດໃຫ້ອັດຕາສ່ວນການປົກຫຸ້ມຂອງປ່າໄມ້ ບັນລຸຕາມແຜນການທີ່ລັດຖະບານ ກໍຄືອົງການປົກຄອງທ້ອງຖີ່ນວາງອອກ.

(ຂ່າວ: ອາພຸດເດດ ບຸບຜາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ສະຫະພັນແມ່ຍິງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມໃຫຍ່ສະມາ ຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII ຂຶ້ນໃນວັນທີ 14 ກໍລະກົດນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ໂດຍການເປັນປະທານຂອງທ່ານນາງ ແກ້ວອຸດອນ ແສງມະນີ ປະທານສະຫະພັນແມ່ຍິງ ສຊປລ, ມີພະນັກງານບຳນານແມ່ຍິງຂອງ ສຊປລ, ສະມາຊິກສະຫະພັນແມ່ຍິງພາຍໃນ ສຊປລ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແຫ່ງຊາດ (13 ກໍລະກົດ 1997-13ກໍລະກົດ2025) ຄົບຮອບ 28 ປີ ຂຶ້ນໃນວັນທີ່11 ກໍລະກົດຜ່ານມາ ທີ່ຂົວບ້ານຈຽງມູນ.
ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ໃນຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ II, ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ລາຍງານກ່ຽວກັບ ການກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ
ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 – 13 ກໍລະກົດ 2025 ) ຢ່າງຄຶກຄື້ນເບີກບານ ແລະ ມ່ວນຊື່ນ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ.
ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ໃນວັນທີ 14 ກໍລະກົດ ນີ້ ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານ (ຄອສພ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ມີພະນັກງານຈາກບັນດາກົມເຂົ້າຮ່ວມ.
ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ວັນທີ 11 ກໍລະກົດຜ່ານມາ ຢູ່ທ່ີຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄົ້ວປຶກສາຫາລື ກ່ຽວກັບການສ້າງຕັ້ງຕາແສງຂັ້ນເມືອງ ໂດຍການເປັນປະມານຂອງ ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ.
ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ໃນທ້າຍອາທິດຜ່ານມານີ້, ທ່ານ ອານີໄສ ສຸຂະວົງ ຕ່າງໜ້າຄອບຄົວທ່ານ ນາງ ສົມວິໄລວົງ ສຸຂະວົງ, ຄອບຄົວຂອງ ທ່ານ ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ນໍາເອົາງົວຈໍານວນ 100 ໂຕ ມີງົວພໍ່ພັນ 10 ໂຕ, ງົວແມ່ພັນ 90 ໂຕ. ໃນນີ້, ມີງົວແມ່ພັນທີ່ມີລູກໃນທ້ອງ 50 ໂຕ ລວມມູນຄ່າ 1 ຕື້ 800 ລ້ານກີບ ມອບໃຫ້ປະຊາຊົນຜູ້ທີ່ຢູ່ຫ່າງໄກຊອກຫຼິກ ຢູ່ກຸ່ມບ້ານຊຽງແຂງ ເມືອງສິງ ແຂວງຫຼວງນໍ້າທາ.
ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ. ດັ່ງນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ ນະຄອນໄກສອນພົມວິຫານ ໄດ້ຈັດພິທີປ່ອຍປາປະຈໍາປີ 2025 ຢູ່ທີ່ອ່າງເກັບນໍ້າບຶງວະ ບ້ານບຶງວະ ນະຄອນໄກສອນພົມວິຫານ ຈໍານວນ 150,000 ໂຕ ແລະ ໃນປີນີ້ຈະປ່ອຍປາ-ສັດນໍ້າຕື່ມອີກລົງແຫຼ່ງນໍ້າທໍາມະຊາດ, ວັງສະຫງວນ ແລະ ໜອງປາຊຸມຊົນໃຫ້ໄດ້ 38 ລ້ານໂຕ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຮອງເຈົ້າແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອໍານາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນ ແລະ ນ້ອງນັກຮຽນ, ມີທ່ານກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈໍາແຂວງເຂົ້າຮ່ວມ.
ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ຕອນເຊົ້າວັນທີ 14 ກໍລະກົດນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ໄດ້ຈັດກອງປະຊຸມ ຮ່ວມລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ, ໂດຍການເປັນປະທານຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ, ມີຄະນະປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຄະນະປະຈໍາພາຍໃນສະພາປະຊາຊົນແຂວງ, ສະມາຊິກສະພາ ແລະ ບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ-ອົງການລັດທຽບເທົ່າຂັ້ນແຂວງ ເຂົ້າຮ່ວມ.
ເພີ່ມເຕີມ