ຂ່າວລະບຸວ່າ: ເວທີປາໄສ ແມ່ນຊ່ອງທາງການແລກປ່ຽນລະຫວ່າງປັນຍາຊົນໜຸ່ມ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນໃນພິທີ, ທ່ານຫງວຽນເຕືອງເລິມເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈິມິນ ເນັ້ນໜັກວ່າ:ພວກຂ້າພະເຂົ້າປາຖະໜາວ່າ ການເຊື່ອມຕໍ່ແຫຼ່ງພູມປັນຍາຂອງບັນດາເພື່ອນໜຸ່ມ ຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວໂລກ ກັບບັນດາຮາກຖານຄົ້ນຄວ້າ, ບັນດາກຸ່ມບໍລິສັດວິສາຫະກິດ, ເພື່ອມີຂົວຕໍ່, ມີບັນດາການສົມທົບລະອຽດ ໂດຍເລີ່ມມາຈາກສະພາບການຕົວຈິງຂອງການອອກແຮງງານທຳການຜະລິດ, ຄວາມຮຽກຮ້ອງຕ້ອງການດຳເນີນທຸລະກິດຂອງບັນດາກົມກອງ, ບັນດາສະຖາບັນຄົ້ນຄວ້າ. ຈາກນັ້ນ, ບັນດາເພື່ອນໜຸ່ມສາມາດເສີມຂະຫຍາຍໄດ້ພູມປັນຍາຂອງຕົນດ້ວຍການປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງປະເທດຊາດ”
ໃນເວທີປາໄສ, ຜູ້ແທນໄດ້ປຶກສາຫາລື 4 ກຸ່ມເນື້ອໃນ: ໝູນໃຊ້ປັນຍາປະດິດ (AI) ແລະ ບັນດາເຕັກໂນໂລຊີໃໝ່ ເພື່ອຍົກສູງສະມັດຖະພາບແຮງງານ; startup ນະວັດຕະກຳ ຕິດພັນກັບເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ; ຮັບມືກັບບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດທົ່ວໂລກແບບຍືນຍົງ; ພັດທະນາພື້ນຖານວັດທະນະທຳ, ການສຶກສາໃນສັງກາດໃໝ່.
ຄໍາເຫັນ