ໝາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງບົນຟື້ນຖານທາງເພດ” ພາຍໃຕ້ການເປັນປະທານໂດຍທ່ານ ມານຸ ເມືອງວົງ ຮັກສາການຫົວໜ້າ ກົມຂະບວນການຊາວໜຸ່ມ ສຊປລ ມີຕາງໜ້າກົມຈັດຕັ້ງພະນັກງານ ສຊປລ, ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ສະມາຄົມພັດທະນາບົດບາດຍິງ-ຊາຍ ເຂົ້າຮ່ວມ.
ໃນການຈັດເວທີສົນທະນາໃນຄັ້ງນີ້ກໍເປັນການກິດຈະກໍາໜຶ່ງທີ່ໄດ້ກຳນົດຢູ່ໃນແຜນດຳເນີນງານບົດບັນທຶກຮ່ວມມືລະຫວ່າງກົມຂະບວນການຊາວໜຸ່ມ ສຊປລ ແລະ ສະມາຄົມພັດທະນາບົດບາດຍິງ-ຊາຍ ຊຶ່ງບົດຮຽນທີ່ມາສົນທະນາໃນຄັ້ງນີ້ມີຄື: ກົດໝາຍທີ່ກ່ຽວຂ້ອງກັບການຕ້ານຄວາມຮຸນແຮງ, ບັນທັດຖານຄວາມສະເໝີພາບຍິງ-ຊາຍ ແລະ ບາງທັດສະນະຂອງຊາວໜຸ່ມ ໄວໜຸ່ມຕໍ່ການຢຸດຕິການໃຊ້ ຄວາມຮຸນແຮງ ເກີດຂຶ້ນໃນຫຼາຍກໍລະນີ.ຕໍ່ກັບຄວາມຮຸນແຮງນີ້ບາງກຸ່ມຄົນກໍຍັງຖືເບົາ ແຕ່ຄວາມເປັນຈິງແລ້ວຄວາມຮຸນແຮງບໍ່ຢາກໃຫ້ເກີດຂຶ້ນກັບບຸກຄົນ,ຄອບຄົວ ແລະ ສັງຄົມ.ເປົ້າໝາຍຜູ້ເຂົ້າຮ່ວມສົນທະນາມີພະນັກງານ, ສະມາຊິກຊາວໜຸ່ມ, ນັກຮຽນ ເພື່ອເປັນຄວາມຮູ້ຟື້ນຖານໃຫ້ເຂົາເຈົ້າໄດ້ນໍາໄປໝູນໃຊ້ໃນການປົກປ້ອງສິດທິຂອງເຂົາເຈົ້າ ແລະ ສັງຄົມ.
(ຂ່າວ-ພາບ:ຕຸໄລເພັດ)
ຄໍາເຫັນ