ວຽກງານ ປກຊ-ປກສ ມີຄວາມເຂັ້ມແຂງຕິດ​ພັນ​ກັບ​​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ

ວຽກງານ ປກຊ-ປກສ ມີຄວາມເຂັ້ມແຂງຕິດ​ພັນ​ກັບ​​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ

ວຽກງານ ປກຊ-ປກສ ມີຄວາມເຂັ້ມແຂງຕິດ​ພັນ​ກັບ​​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ
ສະຫາຍ ພົຈວ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຕາງໜ້າໃຫ້ແກ່ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ ກ່ຽວກັບ “ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ, ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ”.

 

 

ສະຫາຍໄດ້ລາຍງານວ່າ: ພາຍໃຕ້ການນໍາພາ-ບັນຊາຂອງຄະນະພັກທຸກຂັ້ນ ໄດ້ກໍາແໜ້ນ 2 ໜ້າທີ່ຍຸດທະສາດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ແຜນງານ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິ 111 ແລະ ມະຕິ 02 ຂອງກົມການເມືອງສູນການພັກ ລົງສູ່ກົມກອງ, ຮາກຖານ ເຮັດໃຫ້ຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ມີຄວາມເຂັ້ມແຂງ, ແກ້ໄຂ 4 ເຖື່ອນ, 9 ຫົວຂໍ້ສໍາມະນາວິທະຍາສາດ; ສາມາດຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ ດັ່ງນີ້: ຫັນກໍາລັງລົງກໍ່ສ້າງຮາກຖານຕາມສາຍຕັ້ງ, ສາຍຂວາງ ໂດຍຢຶດໝັ້ນ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ເພື່ອເຮັດໃຫ້ແຂວງມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຕິດພັນກັບວຽກ 3 ສ້າງ ໂດຍສ້າງຄອບຄົວ ແລະ ບ້ານປອດຢາເສບຕິດ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ຫັນເອົາກໍາລັງປ້ອງກັນຄວາມສະຫງົບຂອງກະຊວງ,ແຂວງ, ເມືອງ, ລົງກໍ່ສ້າງຮາກຖານຢູ່ເມືອງປາກກະດິງ ແລະ ເມືອງວຽງທອງ, ປະກາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 284 ບ້ານ, ປະກາດຮັບຮອງເປັນຄອບຄົວປ້ອງກັນຊາດ ເຂັ້ມແຂງ 54,150 ຄອບຄົວ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 10 ບ້ານ, ປະກາດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຈໍານວນ 284 ບ້ານ, ໄດ້ຮັບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ 284 ບ້ານ.

ຜ່ານການຈັດຕັ້ງປະຕິບັດ ແຜນຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ ແຂວງບໍລິຄໍາໄຊ ໃນໄລຍະທີ 2021- 2023 ແລະ ໄລຍະສືບຕໍ່ 2024-2025 ສາມາດສະຫຼຸບໄດ້ດັ່ງລຸ່ມນີ້: ບັນຫາຢາເສບຕິດ ຍັງແມ່ນປະກົດການຫຍໍ້ທໍ້ໜຶ່ງ ທີ່ຕິດພັນກັບສັງຄົມ ແລະ ເຊື່ອມໂຍງກັບ ອາຊະຍາກໍາຂ້າມຊາດ ຊຶ່ງມີຄວາມອັນຕະລາຍຮ້າຍແຮງ, ເປັນໄພຂົມຂູ່ຕໍການພັດທະນາເສດຖະກິດ, ການເມືອງ ແລະ ຄວາມໝັ້ນຄົງປອດໄພໃນສັງຄົມ ແລະ ຍັງມີລັກສະນະເກີດຂຶ້ນຢ່າງຕໍ່ເນື່ອງ-ຮຸ່ນແຮງ, ກຸ່ມແກ້ງ, ມີເຄືອຄ່າຍເຊື່ອມໂຍງກັບພາຍໃນ ແລະ ຕ່າງປະເທດ, ນໍາໃຊ້ອາວຸດເສິກ, ພາຫະນະ, ອຸປະກອນເຄື່ອງມືທີ່ທັນສະໄໝ ສາມາດຕອບໂຕ້ກັບເຈົ້າໜ້າທີ່.

ເພື່ອສືບຕໍ່ນໍາພາ-ຊີ້ນຳກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພວກເຮົາຕ້ອງໄດ້ຕັ້ງໜ້າຜັນຂະຫຍາຍມະຕິ 111, ມະຕິ 02 ຂອງກົມການເມືອງສູນການພັກ ແລະ ເຮັດໃຫ້ມະຕິກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຜົນເປັນຈິງ, ພວກເຮົາຈະສຸມໃສ່ບາງວຽກຕົ້ນຕໍດັ່ງນີ້: ສືບຕໍ່ຫັນເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໃຫ້ເປັນຂອງທົ່ວປວງຊົນຮອບດ້ານ ໂດຍເລີ່ມຈາກຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຢ່າງເປັນເຈົ້າການ, ເພີ່ມທະວີລະບອບປະຈຳການກຽມພ້ອມສູ້ຮົບ, ຫັນເອົາພະນັກງານນັກຮົບ ລົງກໍ່ສ້າງຮາກຖານການເມືອງຕິດພັນວຽກງານ 3 ສ້າງ ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ, ສືບຕໍ່ປະຕິບັດຍຸດທະສາດສືບຂ່າວຕາມຊາຍແດນ, ເກັບກຳການເຄື່ອນໄຫວຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີແຕ່ໄກຫາໃກ້ໃຫ້ມີຄຸນນະພາບ, ມີຄວາມແນ່ນອນຊັດເຈນ, ທັນເວລາ ເພື່ອຕອບສະໜອງໃຫ້ແກ່ແຜນການສະກັດກັ້ນ, ຕ້ານ ແລະ ແກ້ໄຂໄດ້ທັນເວລາ, ເພີ່ມທະວີວຽກງານປ້ອງກັນພາຍໃນ, ປ້ອງກັນຕົວ, ຊອກຮູ້ພວກສັດຕູ-ກຸ່ມຄົນບໍ່ດີທີ່ແອບແຝງ ຢູ່ໃນການຈັດຕັ້ງພັກ-ລັດ ແລະ ກຳລັງ; ເອົາໃຈໃສ່ກວດກາຄົນ ເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດຢ່າງເຂັ້ມງວດ; ເກັບກຳສະຖິຕິ, ຂຶ້ນບັນຊີ, ຄຸ້ມຄອງຄົນຕ່າງດ້າວ ແລະ ຄົນຕ່າງປະເທດ ທີ່ມາເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ 111 ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ແຜນງານໃຫຍ່ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ, ການແກ້ໄຂ 4 ເຖື່ອນ, 9 ຫົວຂໍ້ວິທະຍາສາດ ແລະ ວາລະແຫ່ງຊາດ ໃຫ້ເປັນຮູບປະທຳເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ໃນສັງຄົມຫຼຸດລົງເທື່ອລະກ້າວ, ສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍປະສານສົມທົບກັບທຸກພາກສ່ວນ ໂຄສະນາສຶກສາອົບຮົມອະທິບາຍຜົນຮ້າຍຂອງສິ່ງເສບຕິດໃຫ້ນັກຮຽນ, ໄວໜຸ່ມ ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ; ລົງຕິດຕາມ ແລະ ຂຶ້ນບັນຊີແບ່ງປະເພດເປົ້າໝາຍທີ່ພົວພັນ ແລະ ຄ້າຂາຍສິ່ງເສບຕິດ ພ້ອມທັງແກ້ໄຂ, ເລີກຮື້ບັນດາເປົ້າໝາຍໃຫ້ຫຼຸດລົງ, ສືບຕໍ່ເອົາກໍາລັງລົງກໍ່ສ້າງຮາກຖານການເມືອງໃນແຕ່ລະໄລຍະໃຫ້ແຂງແຮງ, ປັບປຸງກອງຫຼອນ, ປກສ ບ້ານໃຫ້ມີຄວາມເຂັ້ມແຂງ, ສາມາດຮັບປະກັນຄວາມສະຫງົບຢູ່ຂັ້ນບ້ານໃຫ້ດີຂຶ້ນ, ແກ້ໄຂຫາງສຽງວິພາກວິຈານຂອງປະຊາຊົນຕໍ່ກໍາລັງໃຫ້ໝົດໄປ ແລະ ສົມທົບກັບອໍານາດການປົກຄອງບ້ານ ກວດກາ, ຄຸ້ມຄອງພົນລະເມືອງ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີໃຫ້ໄດ້ຫຼາຍກວ່າເກົ່າ, ກວດກາ ແລະ ແກ້ໄຂການຍົກຍ້າຍຖິ່ນຖານພູມລໍາເນົາຊະຊາຍ ຢູ່ພາຍໃນແຂວງ, ປັບປຸງວຽກງານສຳມະໂນຄົວ, ອອກປຶ້ມສຳມະໂນຄົວ ແລະ ບັດປະຈຳຕົວ ແບບທັນສະ ໃໝ່ຕາມລະບຽບຫຼັກການຢ່າງເຂັ້ມງວດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV ໄຂຂຶ້ນໃນວັນທີ 17 ທັນວາ 2025ນີ້ ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຈັດພິທີເຊັນບົດບັນທຶກຮ່ວມ ວ່າດ້ວຍການປະສານງານໃນການດຳເນີນຄະດີອາຊະຍາກຳຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມສະບັບປັບປຸງ ຂຶ້ນໃນວັນທີ 18 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລິນຄໍາ ດວງສະ ຫວັນ ກຳມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະນຳ ແລະ ຜູ້ແທນຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ທ່ານ ໂຣເບີດ ເດີເວຫາ ໄດ້ລາຍງານການມາເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ເພື່ອແນະນຳຕົວ, ທົບທວນຜົນກະທົບຂອງໄພນ້ຳຖ້ວມໃນປີ 2025 ແລະ ກຳນົດຄວາມຕ້ອງການຟື້ນຟູປີ 2026, ສຳຫຼວດຍຸດທະສາດ ເພື່ອປັບປຸງຄຸນນະພາບແຮງງານຊາວໜຸ່ມ ຜ່ານໂຄງການຝຶກອົບຮົມວິຊາຊີບ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານສຸຂະພາບ ແລະ ໂພສະນາການ, ວຽກງານກະສິກຳ.
ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ໃນວັນທີ 16-17 ທັນວາ 2025, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງເຊກອງ ຊຶ່ງນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ, ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫຼັກຕະນຶງ ເມືອງກະລຶມ, ໂດຍມີທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງກະລຶມ, ອົງການປົກຄອງບ້ານ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ເພີ່ມເຕີມ