ເນື່ອງໃນໂອກາດກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະເທດປະຈໍາປີ 2024

ວຽກງານການເມືອງ-ແນວຄິດຂອງພັກ

ວຽກງານການເມືອງ-ແນວຄິດຂອງພັກ
ເນື່ອງໃນໂອກາດກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະເທດປະຈໍາປີ 2024 ທິດທາງລວມ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່. 1. ເພີ່ມທະວີການຄົ້ນຄວ້າ, ກໍາແໜ້ນເປັນລະບົບລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ

 

 ເພື່ອຮັບປະກັນເປັນພື້ນຖານອັນໜັກແໜ້ນດ້ານແນວຄິດ ແລະ ວິທີວິທະຍາຂອງພັກເຮົາໃນການນໍາພາ ພາລະກິດປະຕິວັດໃນໄລຍະໃໝ່, ຮຽນຮູ້ບົດຮຽນຂອງພັກອ້າຍນ້ອງໃນການກໍານົດ ແລະ ຜັນຂະຫຍາຍແນວທາງກໍ່ສ້າງສັງຄົມນິຍົມ, ທັງເປັນເຈົ້າການຄົ້ນຄວ້າ-ສັງລວມພຶດຕິກໍາການນໍາພາຂອງພັກ ເພື່ອກໍາແໜ້ນບັນຫາການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ... ທີ່ພັກຕ້ອງສຸມການແກ້ໄຂໃນແຕ່ລະໄລຍະ ເປັນບ່ອນອີງອັນໜັກແໜ້ນ ເພື່ອບູລະນະແນວທາງ, ແຜນນະໂຍບາຍ ແລະ ປັບປຸງຍົກລະດັບຄຸນນະພາບຂອງການຈັດຕັ້ງ ແລະ ການເຄື່ອນໄຫວນໍາພາຂອງພັກເຮົາໃຫ້ສູງຂຶ້ນ.

2. ສ້າງການຫັນປ່ຽນໃຫ້ແຂງແຮງ ແລະ ເລິກເຊິ່ງ ໃນການເຜີຍແຜ່-ເຊື່ອມຊຶມບັນດາມະຕິຂອງພັກ ໂດຍເອົາເປົ້າໝາຍການສ້າງຄວາມເຂົ້າໃຈຖືກຕ້ອງ, ເອກະພາບກ່ຽວກັບບັນດາເນື້ອໃນພື້ນຖານແຕ່ລະດ້ານຂອງແຜນນະໂຍບາຍທີ່ກໍານົດໃນມະຕິຂອງພັກ ຕິດພັນກັບການສ້າງຄວາມເຂົ້າໃຈ ແລະ ຄວາມຮັບຜິດຊອບຕົວຈິງໃນການປະຕິບັດຢູ່ແຕ່ລະຂັ້ນ ກໍຄື ພະນັກງານ-ສະມາຊິກພັກແຕ່ລະຄົນ, ເຮັດໃຫ້ການສ້າງຄວາມຮັບຮູ້-ເຂົ້າໃຈ, ຕື່ນຕົວຮັບຜິດຊອບ ແລະ ການຈັດຕັ້ງນໍາພາປະຕິບັດຕົວຈິງ ບໍ່ຕັດແຍກອອກຈາກກັນ ແລະ ກາຍເປັນຂະບວນການຢ່າງຕໍ່ເນື່ອງ ແລະ ແຂງແຮງ.

3. ການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນ, ລວມທັງບັນດາການຈັດຕັ້ງທີ່ເຮັດໜ້າທີ່ໃນຂົງເຂດແນວຄິດ-ທິດສະດີຂອງພັກ, ຂອງການຈັດຕັ້ງລັດ ກໍຄື ຂອງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຕ້ອງສຸມໃສ່ສ້າງການຫັນປ່ຽນດ້ານຈິນຕະນາການ, ສ້າງຄວາມປອດໃສຂາວສະອາດພາຍໃນການຈັດຕັ້ງ ແລະ ຖັນແຖວຂອງຕົນ, ສະກັດກັ້ນປະກົດການ ຫັນປ່ຽນດ້ວຍຕົນເອງ,ການປ່ຽນຄຸນເສື່ອມທາດເອງ. ພ້ອມທັງ ປູກຈິດສໍານຶກ ແລະ ກະຕຸ້ນມານະຈິດການປະຕິວັດຂອງພະນັກງານ-ສະມາຊິກພັກ; ປຸກລະດົມຂະບວນການຕໍ່ສູ້ຕີຖອຍບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ເຊີດຊູຈິດໃຈຮັກຊາດ ຮັກລະບອບໃໝ່, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ທັບມ້າງທຸກການເຄື່ອນໄຫວທໍາລາຍມ້າງເພຂອງອິດທິກໍາລັງປໍລະປັກຕໍ່ພັກ ແລະ ລະບອບໃໝ່ຂອງພັກເຮົາ.

4. ການເຄື່ອນໄຫວສຶກສາອົບຮົມການເມືອງ-ແນວຄິດ ຕ້ອງຕິດພັນກັບເປົ້າໝາຍການພັດທະນາຄົນລາວ ຊຶ່ງນອກຈາກຮັບປະກັນໃຫ້ມີຄວາມຮູ້ພື້ນຖານດ້ານວິຊາຊີບຕ່າງໆແລ້ວ ຍັງຕ້ອງຕັ້ງໜ້າສຶກສາອົບຮົມ ສ້າງໃຫ້ມີທັດສະນະອອກແຮງງານ, ຄວາມດຸໝັ່ນຂະຫຍັນພຽນ, ອົດທົນ, ມີລະບຽບວິໄນ ແລະ ມີຄວາມຊື່ສັດ, ປະຢັດ ແລະ ທ່ຽງທໍາ; ພ້ອມທັງ ມີມານະຈິດບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຕື່ນຕົວໃນການພັດທະນາຕົນເອງ ເພື່ອກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

5. ປັບປຸງເນື້ອໃນ ແລະ ຮູບການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃຫ້ແທດຕົວຈິງ, ມີຊີ

ວິດຊີວາ ແລະ ສອດຫ້ອຍໃນທຸກການເຄື່ອນໄຫວຂອງສັງຄົມ, ຕິດພັນກັບການເພີ່ມທະວີໂຄສະນາ-ປຸກ ລະດົມຂະບວນການຕ່າງໆດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ... ພາຍໃຕ້ການນໍາພາຂອງການຈັດຕັ້ງພັກແຕ່ລະຂັ້ນ.

ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ວ່າ: ຢຶດໝັ້ນທັດສະນະພື້ນຖານຂອງພັກ ກ່ຽວກັບສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ.

ກ່ອນອື່ນ ຕ້ອງເຮັດໃຫ້ຖັນແຖວພະນັກງານນໍາພາຂັ້ນຍຸດທະສາດ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໄດ້ຮັບການປະກອບຄວາມຮູ້ດ້ານລັດທິມາກ-ເລນິນ ທີ່ເປັນທິດສະດີພື້ນຖານກ່ຽວກັບການປະຕິວັດ ເວົ້າລວມ ແລະ ແນວຄິດ ໄກສອນ ພົມວິຫານ ທີ່ເປັນຜົນແຫ່ງການຄົ້ນຄວ້າ, ໝູນໃຊ້ ແລະ ປະດິດສ້າງທິດສະດີລວມ ເຂົ້າໃນພຶດຕິກໍາແຫ່ງການນໍາພາ ພາລະກິດປະຕິວັດຂອງພັກເຮົາ ແລະ ຂອງປະທານ ໄກສອນ ພົມວິຫານ; ພ້ອມນັ້ນ ຍັງຕ້ອງສືບຕໍ່ຮຽນຮູ້ບົດຮຽນການສ້າງສັງຄົມນິຍົມຢູ່ບັນດາປະເທດອ້າຍນ້ອງ ກໍຄືບົດຮຽນການພັດທະນາເສດຖະກິດ-ສັງຄົມຂອງປະເທດຕ່າງໆ. ຈາກນັ້ນ, ດ້ານໜຶ່ງ ເປັນການປັບປຸງ ແລະ ເພີ່ມທະວີຄວາມໜັກແໜ້ນດ້ານການເມືອງ, ຈົງຮັກພັກດີ ແລະ ເຊື່ອໝັ້ນຕໍ່ອຸດົມການອັນສູງສົ່ງຂອງພັກ ນໍາພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ດ້ານໜຶ່ງອີກ ສ້າງພື້ນຖານດ້ານທິດສະດີ ແລະ ພັດທະນາທັກສະຂອງຖັນແຖວສະມາຊິກພັກ-ພະນັກງານ ໂດຍສະເພາະແມ່ນຜູ້ນໍາພາຫຼັກແຫຼ່ງແຕ່ລະຂັ້ນ ໃນການວິເຄາະ, ໄຈ້ແຍກ ສັງລວມສະພາບການພາຍໃນ, ທັງຮຽນຮູ້ຈາກປະສົບການເຄື່ອນໄຫວພຶດຕິກໍາຂອງພັກ ແລະ ຂອງສັງຄົມ ເພື່ອກໍາແໜ້ນບັນຫາໃໝ່ໆ ທີ່ເລັ່ງທວງໃຫ້ມີການແກ້ໄຂໃນແຕ່ລະໄລຍະ; ພ້ອມທັງ ຕໍ່ສູ້ ແລະ ປົດປ່ອຍອອກຈາກແນວຄິດ ແລະ ການເຄື່ອນໄຫວແບບຄອງເດີມ, ບໍ່ກ້າປ່ຽນແປງ, ບໍ່ມອງກວ້າງເຫັນໄກ ຫຼື ອອກຈາກສະພາວະກໍານົດເນື້ອໃນນໍາພາແບບລວມໆ, ເຄື່ອນໄຫວໜັກຮູບການ, ບໍ່ແທດຕົວຈິງ, ເຮັດຫຼາຍ ແຕ່ປະສິດທິຜົນຕໍ່າ... ທີ່ເປັນປະກົດການແຜ່ຫຼາຍໃນໄລຍະຜ່ານມາ.

ສູນກາງພັກ ຕ້ອງຮັບປະກັນເຮັດໃຫ້ບັນດາອົງການເສນາທິການ ຫຼື ອົງການວິຊາການຕ່າງໆທີ່ເຮັດໜ້າທີ່ໃນຂົງເຂດການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ໄດ້ຮັບການຍົກລະດັບຄວາມສາມາດໃນການເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ເຊັ່ນ: ຄະນະໂຄສະນາອົບຮົມແຕ່ລະຂັ້ນ, ສະພາທິດສະດີສູນກາງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ... ທັງນີ້ ກໍເພື່ອສາມາດຊ່ວຍສູນກາງພັກຄົ້ນຄວ້າ ສ້າງບັນດາເນື້ອໃນການເຄື່ອນໄຫວທີ່ສອດຄ່ອງກັບການສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ບໍ່ວ່າຈະຕໍ່ການນໍາພາພັດທະນາເສດຖະກິດ-ສັງຄົມ ກໍຄື ໃນການປັບປຸງພາຍໃນຂອງພັກເຮົາ, ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຊີ້ນໍາທີ່ເຂັ້ມແຂງແຕ່ເທິງລົງລຸ່ມ.

ເພີ່ມທະວີການເຄື່ອນໄຫວດ້ານການເມືອງ ແລະ ນໍາພາແນວຄິດຢູ່ພາຍໃນການຈັດຕັ້ງທຸກຂັ້ນ ຕິດພັນກັບການດໍາເນີນການປົວແປງພາຍໃນຢ່າງຕໍ່ເນື່ອງ ໂດຍຖືການຕໍ່ສູ້ຕ້ານແນວຄິດຄອງເດີມ,ທັດສະນະການເມືອງທີ່ຜິດເຂວ, ແບບແຜນນໍາພາທີ່ບໍ່ຖືກຕ້ອງ ກໍຄື ຄ່ານິຍົມທີ່ບໍ່ເໝາະສົມຢູ່ພາຍໃນຖັນແຖວສະມາ ຊິກພັກ... ເປັນເນື້ອໃນພື້ນຖານຂອງການດໍາເນີນຊີວິດຂອງຄະນະພັກແຕ່ລະຂັ້ນ, ທັງດໍາເນີນການປຸກລະດົມຂະບວນການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ-ພະນັກງານ ເປັນຕົ້ນແມ່ນສະມາຊິກພັກ-ພະນັກງານທີ່ເປັນຫຼັກແຫຼ່ງນໍາພາຢູ່ແຕ່ລະບ່ອນ, ແກ້ໄຂສະພາບຖືເບົາການພັດທະນາຕົນເອງໃນດ້ານນີ້.

(ຂໍ້ມູນຈາກ: ກົມອົບຮົມ ຄອສພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ