ອັນທີໜຶ່ງ, ຫວຽດນາມໄດ້ເປີດກວ້າງ, ສາຍພົວພັນການທູດກັບທຸກປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມື ແລະ ເພື່ອນມິດເປັນມູນເຊື້ອ. ມາເຖິງປັດຈຸບັນ, ຫວຽດນາມມີສາຍພົວພັນການທູດກັບ 192 ປະເທດ (ຕໍ່ໜ້າຈະສ້າງພົວພັນການທູດກັບປະເທດຕົນກາ), ໃນນັ້ນມີ 30 ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ປະກອບດ້ວຍ 5 ປະເທດ ນອນຢູ່ໃນກໍາມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ການພົວພັນຮ່ວມມືລ້ວນແລ້ວແຕ່ຢູ່ໃນລະດັບຄູ່ຮ່ວມມືຍຸດທະສາດຂຶ້ນໄປ), G7 ແລະ 17/20 ພື້ນຖານເສດຖະກິດຂະ ໜາດໃຫຍ່ກວ່າໝູ່ໃນໂລກ… ຫວຽດນາມ ກໍແມ່ນສະມາຊິກຂອງ 70 ກວ່າອົງການ, ເວທີສາກົນສຳຄັນເຊັ່ນ: ສະຫະປະຊາຊາດ, ASEAN, APEC, ASEM, WTO ແລະ ອື່ນໆ.
ສໍາລັບການພົວພັນການຕ່າງປະເທດສາຍພັກ, ຫວຽດນາມໄດ້ສ້າງສາຍພົວພັນການທູດກັບປະເທດຕ່າງໆ,ການທູດປະຊາຊົນ ແລະ ພົວພັນການຕ່າງປະເທດຂອງຂະແໜງການ, ຂົງເຂດ, ທ້ອງຖິ່ນ, ວິສາຫະກິດນັບມື້ນັບເປີດກວ້າງ, ເປັນເຈົ້າການ, ຕັ້ງໜ້າ ແລະ ເຂົ້າສູ່ລວງເລິກ. ໃນນັ້ນ, ພັກກອມມູນິດຫວຽດນາມມີສາຍພົວພັນກັບ 247 ພັກການເມືອງ ຢູ່ 111 ປະເທດ, 90 ພັກກອມມູນິດ ແລະ ກຳມະກອນສາກົນ, ສະພາແຫ່ງຊາດມີສາຍພົວພັນກັບສະພາແຫ່ງຊາດ, ລັດຖະສະພາຂອງ 140 ກວ່າປະເທດ ແລະ ເຂົ້າຮ່ວມຫຼາຍເວທີລັດຖະສະພາຫຼາຍຝ່າຍສຳຄັນຢ່າງຕັ້ງໜ້າ.
ທີສອງ, ໄດ້ລະດົມບັນດາແຫຼ່ງກຳລັງຈາກພາຍນອກເພື່ອຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ພັດທະນາເສດຖະກິດ-ສັງຄົມ. ຈາກພື້ນຖານເສດຖະກິດແຜນການລວມສູນໜຶ່ງ, ຖືກປິດລ້ອມ, ຂວ້ຳບາດ. ມາເຖິງປັດຈຸບັນຫວຽດນາມມີພື້ນຖານເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ; ມີສາຍພົວພັນດ້ານເສດຖະກິດ-ການຄ້າ ກັບ 230 ປະເທດ ແລະ ເຂດແຄວ້ນ; ເຂົ້າຮ່ວມສົນທິສັນຍາການຄ້າເສລີ (FTA) 16 ສະບັບ, ໃນນັ້ນມີ FTA 02 ສະບັບລຸ້ນໃໝ່, ມາດຕະຖານສູງ (CPTPP, EVFTA) ແລະ ເຄືອຂ່າຍເຊື່ອມຕໍ່ດ້ານເສດຖະກິດເລິກເຊິ່ງແລະ ກວ້າງຂວາງກັບເກືອບທຸກພື້ນຖານເສດຖະກິດສຳຄັນໃນໂລກ.
ບົດສົມບູນເຊີນຕິດຕາມອ່ານໄດ້ໃນໜັງສືພິມປະຊາຊົນ
ຄໍາເຫັນ