![]() |
ທ່ານ ສົມຈັນ ຈັນທະນາໄລ ພະນັກງານການຕະຫຼາດ ໄດ້ໃຫ້ສຳພາດວ່າ: ບໍລິສັດໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2019 ຕັ້ງຢູ່ບ້ານຊຽງດາ ເມືອງໄຊເສດຖາ ນວ. ໃນໄລຍະຜ່ານມາ, ໄດ້ຮັບເໝົາໂຄງການທົ່ວປະເທດ ທັງພາກລັດ ແລະ ເອກະຊົນຄື: ເສັ້ນທາງລົດເມດ່ວນ (BRT) ນວ, ຕິດຕັ້ງປ້າຍຈະລາຈອນຕາມຈຸດສຳຄັນ, ຕິດຕັ້ງໄຟເຍືອງທາງ ແລະ ອຸປະກອນໄຟອຳນາດ.
![]() |
ນອກຈາກນີ້, ຍັງຈຳໜ່າຍສິນຄ້າຫຼາຍປະເພດເຊັ່ນ: ແຜ່ນອາລູມີນຽມ, ສະຕິກເກີສະທ້ອນແສງ, ສີເທີໂມພາສຕິກ, ລູກແກ້ວສະທ້ອນແສງ, ປ້າຍໄວນິວ, ປ້າຍໄຟ, ນາມບັດ ແລະ ສື່ໂຄສະນາອື່ນໆ. ໃນອະນາຄົດ ບໍລິສັດມີແຜນພັດທະນາໃຫ້ສາມາດຜະລິດ ແລະ ຕິດຕັ້ງເອງໄດ້ຄົບວົງຈອນ ເພື່ອຍົກລະດັບຄຸນນະພາບ ແລະ ຕອບສະໜອງລູກຄ້າໃຫ້ດີຍິ່ງຂຶ້ນ.
ຂ່າວ: ວຽງຈັນໃໝ່


ຄໍາເຫັນ