Vietjetເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວ

Vietjetເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

Vietjetເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ
ເພີ່ມ 4 ສາຍການບິນໂດຍຕົງໃໝ່ຈາກຫວຽດນາມ ໄປປັກກິ່ງ ແລະ ກວາງໂຈ່ວ ຂອງຈີນ Vietjetໄດ້ແນະນຳໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດຊອກຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50%

 

 ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງບິນວຽງຈັນ ຫາ ນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ ສສຫວຽດນາມ ຕັ້ງແຕ່ວັນທີ 7 ກຸມພາ 2025, ຜູ້ໂດຍສານຈະໄດ້ຮັບສ່ວນຫຼຸດ 50% ສໍາລັບປີ້ຊັ້ນປະຢັດ (ເປັນໄປຕາມຂໍ້ກໍານົດ ແລະ ເງື່ອນໄຂ, ບໍ່ລວມພາສີ ແລະ ຄ່າທຳນຽມ) ຊຶ່ງມີໃຫ້ບໍລິການທຸກໆວັນສຸກສຳລັບການເດີນທາງລະຫວ່າງວັນທີ 10 ກຸມພາ ຫາ 31 ມີນາ 2025 (ຂຶ້ນກັບຈຳນວນທີ່ນັ່ງຫວ່າງ) ຈອງໄດ້ຜ່ານ www.vietjetair.com ຫຼື ແອັບມືຖື Vietjet Air.

ຫວຽດນາມເປັນປະເທດທີ່ມີທຳມະຊາດງົດງາມ, ວັດທະນະທໍາທີ່ຫຼາກຫຼາຍ ແລະທິວທັດເມືອງທີ່ສົດໃສ ເຮັດໃຫ້ເປັນຈຸດໝາຍປາຍທາງທີ່ໜ້າຕື່ນເຕັ້ນສໍາລັບນັກທ່ອງທ່ຽວຕ່າງປະເທດທີ່ຫາບ່ອນພັກຜ່ອນທີ່ໜ້າປະທັບໃຈ. ຕັ້ງແຕ່ແຄມຝັ່ງທະເລທີ່ສວຍງາມຂອງ ດານັງ, ຍາຈາງ ຫຼື ຝູ໋ກວກ ຈົນເຖິງເຂດມໍລະດົກໂລກຂອງ UNESCO ເຊັ່ນ: ອ່າວ ຮ່າລອງ, ນິງບິ່ງ, ໂຮ້ຍອານ ແລະ ເຫວ້, ສະເໜ່ຂອງນະຄອນຫຼວງຮ່າໂນ້ຍ ແລະ ຖະໜົນຫົນທາງທີ່ຄຶກຄັກຂອງນະຄອນໂຮ່ຈິມິນ ປະເທດຫວຽດນາມ ທີ່ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວທຸກປະເພດ ບໍ່ວ່າທ່ານກຳລັງຊອກຫາການພັກຜ່ອນ, ການປະຈົນໄພ ຫຼື ການຮັບປະທານອາຫານດີເລີດ.

ນັກທ່ອງທ່ຽວຈາກລາວສາມາດເດີນທາງໄປນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ ຊຶ່ງແມ່ນສອງນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍຖ້ຽວບິນໂດຍຕົງປະຈໍາວັນຂອງ Vietjet. ຈາກນັ້ນ, ຈຶ່ງສຳຫຼວດຈຸດໝາຍປາຍທາງຫຼາກຫຼາຍແຫ່ງທົ່ວຫວຽດນາມ ດ້ວຍເຄືອຂ່າຍການບິນພາຍໃນປະເທດທີ່ກວ້າງຂວາງ. Vietjetພູມໃຈໃນການສະເໜີຄ່າໂດຍສານທີ່ປະຢັດ ແລະ ມີຄວາມມຸ່ງໝັ້ນສັນຍາດ້ານຄວາມປອດໄພ ພ້ອມທັງການບໍລິການທີ່ດີເລີດ ເພື່ອສຳຜັດປະສົບການການເດີນທາງສູງສຸດ.

ນອກຈາກນີ້, Vietjetຍັງໄດ້ເປີດນຳໃຊ້ເສັ້ນທາງການບິນໂດຍຕົງໃໝ່ 4 ເສັ້ນທາງ ລະຫວ່າງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ໄປຍັງປັກກິ່ງ ແລະ ກວາງໂຈ່ວ ຊຶ່ງເລີ່ມຕັ້ງແຕ່ວັນທີ 30 ມີນາ 2025 ເປັນຕົ້ນໄປ, ສາມາດຈອງປີ້ໄດ້ຜ່ານທຸກຊ່ອງທາງການຂາຍໃນລາຄາໂປຣໂມຊັນ. ເສັ້ນທາງໃໝ່ໄດ້ເສີມຂະຫຍາຍການບໍລິການຖ້ຽວບິນຫວຽດນາມ - ຈີນ ທີ່ຂະຫຍາຍຕົວຂອງ Vietjetເຮັດໃຫ້ນັກທ່ອງທ່ຽວຈາກທົ່ວໂລກທີ່ຢາກໄປທ່ອງທ່ຽວຈີນມີຄວາມສະດວກສະບາຍຂຶ້ນແລະປະຢັດຂຶ້ນ. ການເພີ່ມຖ້ຽວບິນໃໝ່ນີ້ຈະເພີ່ມຖ້ຽວບິນໄປກັບປະຈຳອາທິດ 24 ຖ້ຽວ ຕໍ່ອາທິດໃນເຄືອຂ່າຍຖ້ຽວບິນທີ່ເພີ່ມຂຶ້ນລະຫວ່າງຫວຽດນາມ ແລະ ຈີນ. ສິ່ງນີ້ຈະເພີ່ມທະວີການເຄື່ອນໄຫວຂອງສາຍການບິນທົ່ວໂລກຂອງ Vietjetແລະແມ່ນສາຍການບິນຫວຽດນາມທຳອິດທີ່ບິນໄປສະໜາມບິນສາກົນປັກກິ່ງ ຊຶ່ງເປັນສູນກາງການບິນທີ່ທັນສະໄໝ ແລະ ເປັນປະຕູສາກົນທີ່ສຳຄັນຂອງນະຄອນຫຼວງຂອງຈີນ.

Vietjetຍັງມີເຮືອບິນ Airbus ລຸ້ນໃໝ່ທີ່ປະຢັດນ້ຳມັນ ແລະໄດ້ຮັບການຍົກຍ້ອງໃຫ້ເປັນທີ 1 ສາຍການບິນທີ່ປອດໄພທີ່ສຸດໃນໂລກໃນປີ 2025 ໂດຍ AirlineRatingsຊຶ່ງເປັນບໍລິສັດຊັ້ນນໍາດ້ານຄວາມປອດໄພຂອງສາຍການບິນ ແລະ ຜະລິດຕະພັນສາຍການບິນຊັ້ນນຳ ຊຶ່ງຈະໄດ້ຄະແນນຄວາມປອດໄພລະດັບ 7 ດາວ. ດັ່ງນັ້ນ, ນັກທ່ອງທ່ຽວສາມາດຮູ້ສຶກສະບາຍໃຈຕະຫຼອດການເດີນທາງ.

ສາຍການບິນ VietJet ບໍ່ພຽງແຕ່ໄດ້ປະຕິວັດອຸດສາຫະກຳການບິນຢູ່ຫວຽດນາມເທົ່ານັ້ນ ແຕ່ຍັງແມ່ນສາຍການບິນບຸກເບີກໃນທົ່ວພາກພື້ນ ແລະ ທົ່ວໂລກ ໂດຍເນັ້ນໃສ່ຄວາມສາມາດໃນການບໍລິຫານຈັດການຕົ້ນທຶນ ການດຳເນີນງານມີປະສິດທິພາບ ການນຳໃຊ້ເຕັກໂນໂລຊີໃໝ່ຫຼ້າສຸດມາປະຍຸກໃຊ້ໃນທຸກກິດຈະກຳ ແລະ ເປັນຜູ້ນຳທີ່ທັນກະແສສັງຄົມ VietJet ສະເໜີໂອກາດການບິນດ້ວຍຄ່າໂດຍສານທີ່ປະຢັດ ພ້ອມທັງການບໍລິການທີ່ຫຼາກຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

VietJet ແມ່ນສະມາຊິກຂອງສະມາຄົມການຂົນສົ່ງທາງອາກາດສາກົນ ພ້ອມໃບຢັ້ງຢືນການກວດສອບຄວາມປອດໄພດ້ານການດຳເນີນງານຂອງສະມາຄົມການຂົນສົ່ງທາງອາກາດສາກົນ ໃນຖານະເປັນບໍລິສັດການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມ ສາຍການບິນດັ່ງກ່າວໄດ້ຮັບການຈັດອັນດັບຄວາມປອດໄພສູງສຸດລະດັບ 7 ດາວຈາກເວັບໄຊຈັດອັນກັບຄວາມປອດໄພ ແລະ ຜະລິດຕະພັນອັນດຽວຂອງໂລກໃນເວັບໄຊ airlineratings.com ແລະ ຖືກຈັດໃຫ້ເປັນໜຶ່ງໃນ 50 ສາຍການບິນທີ່ດີທີ່ສຸດໃນໂລກ ໃນດ້ານການເງິນ ແລະ ການດຳເນີນງານ ໂດຍວາລະສານ Air finance Journal ຫຼາຍປີຕິດຕໍ່ກັນ ສາຍການບິນດັ່ງກ່າວຍັງໄດ້ຮັບຊື່ເປັນຜູ້ໃຫ້ບໍລິການທີ່ມີລາຄາຖືກທີ່ດີທີ່ສຸດໂດຍອົງການຈັດຕັ້ງທີ່ມີຊື່ສຽງເຊັ່ນ: Skytrax, CAPA, Airline Ratings ແລະ ອື່ນໆ.

ຂ່າວ: ຕຸໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ