ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປິດສົກຮຽນໃໝ່2024-2025

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປິດສົກຮຽນໃຫມ່ 2024-2025

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປິດສົກຮຽນໃຫມ່ 2024-2025
ວັນທີ 17 ກັນຍາ ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປິດສົກຮຽນໃໝ່2024-2025. ໂດຍການເປັນປະທານ ຂອງສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ.
 ມີບັນດາຄະນະພັກ-ຄະນະບັນຊາ ວປກ, ຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບນັກສຶກສາ, ຄະນະຊ່ຽວຊານ, ຄູ-ອາຈານ ພ້ອມດ້ວຍນັກສຶກສາທຸກລະບົບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ຮູ້ວ່າ: ໃນສົກຮຽນ 2024-2025 ມີນັກສຶກສາທັງໝົດ 618 ສະຫາຍ, ໃນນັ້ນມີນັກສຶກສາເກົ່າ 259 ສະຫາຍ ແລະ ນັກສຶກສາຈະເຂົ້າໃໝ່ 359 ສະຫາຍ, ໃນຈຳນວນ 13 ເປົ້າໜາຍຄື: ກໍ່ສ້າງເລັງລັດຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XXI ຈຳນວນ 30 ສະຫາຍ, ກໍ່ສ້າງປະລິຍາໂທການທະຫານ ລະບົບ 2 ປີ ຊຸດ XVII 18 ສະຫາຍ, ກໍ່ສ້າງປະລິຍາຕີການທະຫານຂັ້ນ ກອງພັນໃຫຍ່-ກອງພົນ ລະບົບ 2 ປີ ຊຸດທີXV ມີ 33 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານຂັ້ນກອງພັນໃຫຍ່ ລະບົບ 1 ປີ ຊຸດທີX ມີ 20 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນນ້ອຍລະບົບ 1 ປີ ຊຸດທີ X ມີ 32 ສະຫາຍ, ກໍ່ສ້າງຄູເລັ່ງລັດການທະຫານຂັ້ນ ກອງພັນໃຫຍ-ກອງພົນ ລະບົບ 1 ປີ ຊຸດທີ III ມີ 24 ສະຫາຍ, ກໍ່ສ້າງຊັ້ນສູງຄູພາສາຫວຽດນາມ ລະບົບ 3 ປີ ຊຸດທີ XIV ມີ 27 ສະຫາຍ, ກໍ່ສ້າງຊັ້ນສູງພາສາຈີນ ລະບົບ 4 ປີ ຊຸດທີ XXII ມີ 20 ສະຫາຍ, ກໍ່ສ້າງຊັ້ນສູງພາສາອັງກິດ ລະບົບ 4 ປີ ຊຸດທີ XX ມີ 32 ສະຫາຍ, ກໍ່ສ້າງພາສາຣັດເຊຍ ລະບົບ 3 ປີ ຊຸດທີ VIII ມີ 20 ສະຫາຍ, ກໍ່ສ້າງເລັ່ງລັດພາສາອັງກິດ ລະບົບ 1 ປີ ຊຸດທີ XVIII ມີ 13 ສະຫາຍ, ບຳລຸງວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ໃຫ້ການນໍາພັກ-ລັດ ໄລຍະ 64 ວັນ ຊຸດທີ XXI ແລະ XXII ຈຳນວນ 60 ສະຫາຍ, ບໍາລຸງວຽກງານການທະຫານທ້ອງຖີ່ນ ລະບົບ 3 ເດືອນ ຊຸດທີ X ມີ 30 ສະຫາຍ, ສໍາລັບຈຸດປະສົງ, ຄາດໝາຍຂອງການບຳລຸງ-ກໍ່ສ້າງ ຂອງແຕ່ລະເປົ້າໜາຍ ກໍເພື່ອເປັນການຍົກລະດັບຄວາມຮັບຮູ້ເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນວິທະຍາສາດ ຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜ້າທີ່ການເມືອງຂອງກອງທັບໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ກັບການໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງເງື່ອນໄຂຕົວຈິງຂອງກົມກອງທ້ອງຖິ່ນຢ່າງມີປະສິດທິຜົນ.
ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຊົມເຊີຍມາຍັງ ຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ທີ່ໄດ້ ພ້ອມກັນຫ້າງຫາກະກຽມວຽກງານດ້ານຕ່າງໆຮັບປະກັນໃຫ້ ສົກຮຽນ 2024-2025 ໄດ້ເປີດຂຶ້ນຕາມແຜນການ, ພ້ອມທັງເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ແລະ ຄູ-ອາຈານ ຕ້ອງເປັນເຈົ້າການໃນການຊີ້ນໍາ - ນໍາພາ ປັບປຸງກໍ່ສ້າງ ວິທະຍາຄານ, ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດຕາມໂຄງການຫຼັກສູດການ ຮຽນ-ການສອນຕາມຫົວບົດ ແລະ ວິຊາທີ່ໄດ້ກຳນົດໄວ້ໃຫ້ແທດເໝາະກັບແຕ່ລະເປົ້າໝາຍທີ່ຈະເຂົ້າມາສຶກສາຢູ່ວິທະຍາຄານ ແລະ ແທດເໝາະກັບຄວາມຕ້ອງການຕົວຈິງ ຂອງການກໍ່ສ້າງນາຍທະຫານຂອງກອງທັບເຮົາ ໃນແຕ່ລະໄລຍະ. ພ້ອມທັງຮຽກຮ້ອງໃຫ້ ນັກຮຽນ-ນັກສຶກສາແຕ່ລະເປົ້າໝາຍ ຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງຂອງຕົນກໍຄືການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ແລະ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ເພື່ອໃຫ້ກາຍເປັນນັກສຶກສາດີເດັ່ນ ແລະ ໃຫ້ກາຍເປັນພະນັກງານສືບທອດໃນອະນາຄົດ.
(ຂ່າວ: ບິກໄຊ ສົມພູ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ