ຕາມໂຕເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ຫວຽດນາມ

ວົງ​ເງິນ​ການ​ສົ່ງ​ອອກ​ຂົງເຂດຕໍ່າແຜ່ນ​ຕັດ​ຫຍິບ ຫວຽດນາມ ລື່ນ​ກາຍ 4 ຕື້ໂດລາ

ວົງ​ເງິນ​ການ​ສົ່ງ​ອອກ​ຂົງເຂດຕໍ່າແຜ່ນ​ຕັດ​ຫຍິບ ຫວຽດນາມ ລື່ນ​ກາຍ 4 ຕື້ໂດລາ
ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ຕາມໂຕເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ຫວຽດນາມ ໃຫ້ຮູ້ວ່າ, ວົງເງິນການສົ່ງອອກຂົງເຂດຕໍ່າແຜ່ນຕັດຫຍິບໃນເດືອນກໍລະກົດ ບັນລຸເກືອບ 4,3 ຕື້ໂດລາ,

 

ເພີ່ມຂຶ້ນຫຼາຍກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນີ້ແມ່ນເດືອນທຳອິດໃນປີທີ່ວົງເງິນການສົ່ງອອກໃນຂົງເຂດຕໍ່າແຜ່ນຕັດຫຍິບລື່ນກາຍໂຕເລກ 4 ຕື້ໂດລາ ແລະ ກໍເປັນເດືອນທີ່ມີວົງເງິນສົ່ງອອກສູງທີ່ສຸດນັບແຕ່ເດືອນສິງຫາ ປີ 2022.

ຂ່າວລະບຸວ່າ: ຍອດວົງເງິນການສົ່ງອອກຂອງຂະແໜງຕໍ່າແຜ່ນຕັດຫຍິບ ໃນ 7 ເດືອນຕົ້ນປີ ບັນລຸເກືອບ 24 ຕື້ໂດລາ, ເພີ່ມຂຶ້ນເກືອບ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ປັດຈຸບັນ ຫວຽດນາມ ສົ່ງອອກສິນຄ້າຕໍ່າແຜ່ນຕັດຫຍິບໄປຍັງ 113 ປະເທດ ແລະ ເຂດແຄ້ວນ, ໃນນັ້ນ, ຕະຫຼາດຕົ້ນຕໍຍັງແມ່ນ ອາເມຣິກາ, ສະຫະພາບເອີຣົບ (EU), ຍີ່ປຸ່ນ, ສ ເກົາຫຼີ ແລະ ຈີນ.

ນັບແຕ່ປັດຈຸບັນຈົນຮອດທ້າຍປີ ແມ່ນລະດູຈຸດສຸມໃນການຊື້ເຄື່ອງ. ບັນດາວິສາຫະກິດພວມພະຍາຍາມຍົກອອກຫຼາຍຜະລິດຕະພັນໃໝ່ກ່ຽວກັບວັດຖຸດິບ, ຮູບແບບເພື່ອຕອບສະໜອງບັນດາມາດຖານທີ່ເຂັ້ມງວດຂອງຄູ່ຮ່ວມມືເພື່ອບັນລຸການສົ່ງອອກຂອງຂະແໜງແມ່ນ 44 ຕື້ໂດລາ ໃນປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 10 ສິງ​ຫາ ຜ່ານມາ, ລາ​ຄາ​ນ້ຳ​ມັນ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ນັບ​ມາ​ຮອດ​ເວ​ລາ​ປິດ​ຕະຫຼາດ​ໃນ​ມື້​ດຽວ​ກັນ, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​​ທີ່ສັ່ງ​ຊື້​ລ່ວ​ງ​ໜ້າ​ ຊຶ່ງ​ຈະ​ສົ່ງມອບ​ໃນ​ເດືອນ​ກັນ​ຍາ​ ໃນ​ຕະຫຼາດ​​ຊື້-​ຂາຍ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 3.95 ໂດ​ລາ ​ມາ​ຢູ່​ທີ່ 82.13 ໂດ​ລາ, ເພີ່ມ​ຂຶ້ນ 5.05%; ລາ​ຄາ​ນ້ຳ​ມັນ​ດິບແບ​ຣນ​ລອນດອນ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ ຊຶ່ງຈະ​ສົ່ງມອບ​ໃນ​ເດືອນ​ຕຸ​ລາ​​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 4.17 ໂດ​ລາ ມາ​ຢູ່​ທີ່ 87.72 ໂດ​ລາ, ເພີ່ມ​ຂຶ້ນ 4.99%.
ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫານີ້ວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລັດຖະບານໂກລົມບີໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດໃນມື້ດຽວກັນ. ອີງຕາມຖະແຫຼງການຫຼ້າສຸດທີ່ລັດຖະບານໂກລົມບີເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ຫຼາຍປະເທດໄດ້ຮັບຜົນກະທົບຈາກສະພາບອາກາດຮຸນແຮງ

ຫຼາຍປະເທດໄດ້ຮັບຜົນກະທົບຈາກສະພາບອາກາດຮຸນແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ໃນຫຼາຍມື້ຜ່ານມາ, ບັນດາປະກົດການອາກາດຮຸນແຮງ ພວມເກີດຂຶ້ນຢູ່ຫຼາຍພາກພື້ນໃນທົ່ວໂລກ.
7 ເດືອນ​ຕົ້ນ​ປີ​ ການ​ຄ້າ​​ຈີນ-ອາ​ຊຽນ​ ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ

7 ເດືອນ​ຕົ້ນ​ປີ​ ການ​ຄ້າ​​ຈີນ-ອາ​ຊຽນ​ ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍໂຕ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, 7 ເດືອນ​ຕົ້ນ​ປີ​ນີ້, ການ​ຄ້າ​ລະ​ຫວ່າ​ງ​ຈີນ-ອາ​ຊຽນ ໄດ້​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​​ທີ່​ແຂງ​ແຮງ ໂດຍ​ບັນ​ລຸ​ເຖິງ 5,140 ຕື້ຢວນ, ເພີ່ມ​ຂຶ້ນ 20% ຊຶ່ງສູງກວ່າ​ລະ​ດັບ​ການ​ຄ້າ​ໂດຍລວມ​ຂອງ​ຈີນ​ໃນ​ໄລ​ຍະ​ດຽວ​ກັນ, ອາ​ຊຽນ​ສືບ​ຕໍ່​ຄອງ​ຖາ​ນະ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຂອງ​ຈີນ.
ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ເຖິງວ່າຕ້ອງປະເຊີນໜ້າກັບການຜັນຜວນດ້ານເສດຖະກິດໂລກ ກໍຄືຮົ້ວກີດຂວາງດ້ານເຕັກນິກທີ່ເຄັ່ງຄັດຈາກບັນດາຕະຫຼາດບໍລິໂພກໃຫຍ່ກໍຕາມ, ໃນ 7 ເດືອນຕົ້ນປີ 2026 ການສົ່ງອອກ, ນຳເຂົ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕຢ່າງຕັ້ງໜ້າ.
“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດຈຸບັນ, ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຈຸດສຸມຂອງການປະຕິຮູບອຸດສາຫະກໍາທົ່ວໂລກ. ວົງການພາຍນອກມີຄວາມເຫັນໂດຍທົ່ວໄປວ່າ: ໂດຍອີງໃສ່ຕະຫຼາດຂະໜາດໃຫຍ່ພິເສດ, ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ ແລະ ລະບົບນິເວດດ້ານການຮ່ວມມືແບບເປີດກວ້າງ, ຈີນໄດ້ສະໜອງບົດຮຽນອັນລໍ້າຄ່າໃຫ້ແກ່ທົ່ວໂລກກ່ຽວກັບຫົວຂໍ້ຈຸດສຸມດັ່ງກ່າວ. ອີງຕາມການຈັດອັນດັບຫຼ້າສຸດທີ່ເປີດເຜີຍໂດຍ Nature Index ສະແດງໃຫ້ເຫັນວ່າ: ຈີນຄອງອັນດັບໜຶ່ງຂອງໂລກດ້ານການປະກອບສ່ວນຄົ້ນຄວ້າວິທະຍາສາດໃນປີ 2025.
EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດອາ​ຊີ - ເອີ​ຣົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ ທີ່ປະເທດກີ​ກິດ​ສະ​ຖານ (Kyrgyzstan), ເພື່ອສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດໄດ້ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື.
ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຈາກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນ ປະກາດໃນວັນທີ 7 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ໄດ້ບັນລຸເກີນ 30,000 ຕື້ຢວນ ເປັນຄັ້ງທຳອິດໃນໄລຍະດຽວກັນຂອງປະຫວັດສາດ ຊຶ່ງສະແດງໃຫ້ເຫັນເຖິງທ່າອ່ຽງການເຕີບໂຕທີ່ດີຢ່າງຕໍ່ເນື່ອງ.
ເພີ່ມເຕີມ