ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ວປກ ໃຫ້ຮູ້ວ່າ: ຕະຫຼອດໄລຍະການຮໍ່າຮຽນໃນສົກຮຽນນີ້

ວປກ ປິດສົກຮຽນປະຈຳປີ 2023-2024

ວປກ ປິດສົກຮຽນປະຈຳປີ 2023-2024
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີປິດສົກຮຽນປະຈຳປີ 2023-2024 ໃນວັນທີ 18 ມິຖຸນາ ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການວິທະຍາຄານ, ມີຄະນະກົມວິຊາສະເພາະ, ບັນດາວິທະຍາຄານ, ໂຮງຮຽນ, ພະນັກງານຄູ-ອາຈານ,ຄະນະຊ່ຽວຊານຕ່າງປະເທດ ແລະ ນັກສຶກສາທຸກລະບົບເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ວປກ ໃຫ້ຮູ້ວ່າ: ຕະຫຼອດໄລຍະການຮໍ່າຮຽນໃນສົກຮຽນນີ້ ຄະນະພັກ-ຄະນະອຳນວຍການ ໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາຢ່າງເປັນປົກກະຕິ ດ້ວຍຫຼາຍຮູບການ ແລະ ເນື້ອໃນແຕກຕ່າງກັນ, ໂດຍຖືເອົາໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຕົວຈິງເປັນເງື່ອນໄຂ ແລະ ມາດຖານໃນການສຶກສາອົບຮົມ, ຫັນທຸກການເຄື່ອນໄຫວວຽກງານ, ການດຳລົງຊີວິດ ແລະ ຄົ້ນຄວ້າຮ່ຳຮຽນເຂົ້າສູ່ລະບົບແບບແຜນ, ຄຸ້ມຄອງບໍລິຫານດ້ວຍຂໍ້ກຳນົດກົດລະບຽບ-ກົດໝາຍຂອງລັດ, ຫຼັກການນໍາພາຂອງພັກ, ຊີ້ນຳຄຸ້ມຄອງ, ກວດກາຈັດຕັ້ງວຽກງານຮອບດ້ານຂອງວິທະຍາຄານ, ຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ,ທັດສະນະການອອກ

ແຮງງານ, ຄູ-ອາຈານໄດ້ຖ່າຍທອດຄວາມຮູ້, ບາງບົດຮຽນພຶດຕິກຳ, ເປັນແບບຢ່າງທີ່ດີ, ຄົ້ນຄວ້າ, ສິດສອນແນະນຳ, ນຳພາປະຕິບັດການຮຽນ-ການສອນດ້ວຍຄວາມຮັບຜິດຊອບ ແລະ ບັນລຸໄດ້ຕາມຈຸດປະສົງ, ຄາດໝາຍ ທັງປະລິມານ ແລະ ຄຸນນະພາບ. ນັກສຶກສາທີ່ມາບຳລຸງ-ກໍ່ສ້າງນາຍທະຫານນໍາພາ-ບັນຊາ ແລະພາສາຕ່າງປະເທດ ຢູ່ ວປກ ມີ 15 ເປົ້າໝາຍທີ່ຮຽນຈົບໃນສົກ ຮຽນ 2023-2024 ຊຶ່ງປະກອບມີ: ກໍ່ສ້າງເລັ່ງລັດຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XX, ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ ຊຸດທີ XV, ກໍ່ສ້າງປະລິນຍາໂທ ການເມືອງ ລະບົບ 2 ປີຊຸດທີ XV, ກໍ່ສ້າງປະລິນຍາຕີການທະຫານ ລະບົບ 3 ປີ, ຊຸດທີ XII, ກໍ່ສ້າງປະລິນຍາຕີການທະຫານ ລະບົບ 2 ປີ, ຊຸດທີ XIII, ກໍ່ສ້າງປະລິນຍາຕີການເມືອງ ລະບົບ 3 ປີຊຸດທີ XII, ກໍ່ສ້າງເລັ່ງລັດການທະຫານຂັ້ນກອງພັນໃຫຍ່ລະບົບ 1 ປີຊຸດທີ IX, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນນ້ອຍລະບົບ 1 ປີ, ຊຸດທີ IX, ກໍ່ສ້າງຄູການທະຫານ ຂັ້ນຈໍທຮ-ຊໍທຮ ລະບົບ 1 ປີ, ຊຸດທີ II,ບຳລຸງການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ IX,ກໍ່ສ້າງພາສາຫວຽດນາມ ຊັ້ນສູງ ລະບົບ 3 ປີ, ຊຸດທີ XI, ກໍ່ສ້າງພາສາຣັດເຊຍຊັ້ນສູງ ລະບົບ 3 ປີ ຊຸດທີ V, ກໍ່ສ້າງພາສາຈີນ ຊັ້ນສູງ ລະບົບ 4 ປີ, ຊຸດທີ VI, ກໍ່ສ້າງພາສາອັງກິດ ຊັ້ນສູງ ລະບົບ4 ປີ XVI ແລະ ກໍ່ສ້າງພາສາອັງກິດ ລະບົບ 1 ປີ ຊຸດທີ XVII ຊຶ່ງລວມມີນັກຮຽນທັງໝົດມີ 349 ສະຫາຍ, ມີໜ້າປ້ອງກັນບົດ ແລະສອບເສັງຈົບຊັ້ນຕົວຈິງ 342 ສະຫາຍຍິງ 7 ສະຫາຍ. ຈາກນັ້ນ, ກໍໄດ້ມອບໃບປະກາສະນີຍະບັດໃຫ້ສຶກສາທຸກລະບົບ.

ໂອກາດນີ້, ສະຫາຍພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ນັກສຶກສາທຸກລະບົບ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ພາຍຫຼັງກັບຄືນກົມກອງ ຈົ່ງນໍາເອົາບົດຮຽນທີ່ໄດ້ຮໍ່າຮຽນ ທີ່ຄູ-ອາຈານ ຖ່າຍທອດໃຫ້ໃນຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງໃຫ້ແທດເໝາະ, ມີຫົວຄິດປະດິດສ້າງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ.

(ຂ່າວ-ພາບ: ນົກ ບຸນມາເລີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ