ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ
ວັນທີ 11 ສິງຫານີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ຈັດກອງປະຊຸມເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນພາຍໃຕ້ການເປັນປະທານຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີອະດີດຮອງລັດຖະມົນຕີພ້ອມດ້ວຍຫົວ​ໜ້າ​ກົມ, ຮອງ​ກົມ, ​ແຂກ​ຮັບເຊີນ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸທ້ອງຖິ່ນໃນທົ່ວປະເທດ ແລະ ນັກ​ຂ່າວ​ຈາກ​ບັນ​ດາ​ແຂວງ ແລະ​ ນະ​ຄອນຫຼວງ​ວຽງຈັນເຂົ້າຮ່ວມ.

 

ວສລ ເສວະ​ນາ​ໃນ​ຫວ​ຂສງ​ທາ​ທາຍ ແລະ ທດ​ທາງ​ພດ​ທະນາ​ວຽກງານວ​ທະ​ຍໃນ​ຍກ​ດ​ຈ​ຕອນ - image 1
 

ທ່ານ ບົວໄລ ພານຸວົງ ກ່າວວ່າ: ການກຳເນີດເກີດຂຶ້ນ ແລະ ພັດທະນາມາເປັນເວລາ 65 ປີຂອງ ວສລ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ນັບແຕ່ມື້ກຳເນີດເກີດຂຶ້ນມາເຖິງປັດຈຸບັນ ວສລ ເປັນອາວຸດອັນແຫຼມຄົມຂອງພັກເພື່ອໂຄສະນາປຸກລະດົມຈິດໃຈຮັກຊາດປະກອບສ່ວນໃນພາລະກິດປົດປ່ອຍປະເທດຊາດຢ່າງສະຫງ່າງາມ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ວສລ ເປັນພາຫານະສື່ມວນຊົນທີ່ກະຈາຍຄື້ນໄປໄດ້ກວ້າງໄກເຖິງເຂດຫ່າງໄກສອກຫຼີກ ແລະ ໄປເຖິງຫຼາຍປະເທດໃນໂລກ, ທັງເປັນເວທີສະແດງຄວາມຄິດເຫັນຂອງມະຫາຊົນໄດ້ກາຍເປັນສາຍໃຍຜູກພັນລະຫວ່າງພັກ-ລັດກັບປະຊາຊົນ. ໃນສະພາບທີ່ມີການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ສື່ອອນລາຍມາແຮງເຮັດໃຫ້ພຶດຕິກຳຄວາມນິຍົມຕິດຕາມຂໍ້ມູນຂ່າວສານຂອງຜູ້ບໍລິໂພກສື່ປ່ຽນໄປ. ສະນັ້ນ, ພວກເຮົາມີຄວາມຈຳເປັນຕ້ອງໄດ້ຄົ້ນຄວ້າຢ່າງພາວະວິໃສໃນການພັດທະນາວຽກງານວິທະຍຸໃນຕໍ່ໜ້າ, ຄວນຈະປັບປຸງດ້ານເຕັກນິກຄືແນວໃດ, ຮູບແບບການຜະລິດລາຍການ, ການຜະລິດຂ່າວ ແລະ ລາຍງານຂ່າວຈະດຳເນີນຄືແນວໃດນັ້ນເປັນບັນຫາທີ່ຈະຕ້ອງໄດ້ຄົ້ນຄວ້າພິຈາລະນາຮ່ວມກັນຕໍ່ໜ້າ.

ທ່ານ ບົວໄລ ພານຸວົງ ກ່າວຕື່ມອີກວ່າ: ການຈັດງານຄັ້ງນີ້ເພື່ອຮັບຟັງການປະກອບຄຳຄິດເຫັນຂອງບັນດາວິທະຍຸທັງສູນກາງ ແລະ ທ້ອງຖິ່ນເພື່ອນຳໄປຄົ້ນຄວ້າພິຈາລະນາ ແລະ ກຳນົດເປັນທິດທາງ, ວິທີການພັດທະນາວຽກງານວິທະຍຸໃນຕໍ່ໜ້າໃນຍຸກດີຈີຕອນໃຫ້ມີຄວາມເຂັ້ມແຂງ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.

ຂ່າວ: ວສລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ໃນວັນທີ 27 ຕຸລາ ນີ້ ທີ່ສູນ Deepal ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີແນະນຳລົດໄຟຟ້າຫຼູ Deepal ສູ່ໂລກແຫ່ງພະລັງງານສະອາດ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ນາງ ລີຊີເສີນ ທີ່ປຶກສາສະຖານທູດຈີນປະຈຳ ສປປ ລາວ, ທ່ານ ກວນ ສິນ ຮອງປະທານເຂດອາ ຊີຕາເວັນອອກສ່ຽງໃຕ້, ພ້ອມຜູ້ຕາງໜ້າບໍລິສັດ Chan An Automobile, ບັນດາແຂກຖືກເຊີນເຂົ້າ ຮ່ວມ.
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ຈຳກັດ ສະໜັບສະໜູນທີມນັກກິລາເຕະບານ ທີມຍິງ-ຊາຍ ແລະ ຟຸດຊໍ ເຈົ້າພາບນະຄອນຫຼວງວຽງຈັນ (ນວ) 500 ລ້ານກີບ ກຽມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ສກລ ສະຫວັນນະເຂດ ມີເງິນສະສົມກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ 20 ກວ່າຕື້ກີບ

ສກລ ສະຫວັນນະເຂດ ມີເງິນສະສົມກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ 20 ກວ່າຕື້ກີບ

ສະຫາຍ ຄຳເກິ່ງ ສຸດທິເດດ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ກ່ຽວກັບບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນ ກໍາມະບານແຂວງສະໄໝທີ VIII ຕໍ່ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງສະຫວັນນະເຂດຄັ້ງທີ IX ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ໂດຍສະຫາຍໄດ້ໃຫ້ຮູ້ວ່າ:
ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ

ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ

​ ຄວາມປອດໄພ ແລະ ສຸຂະພາບແຮງງານຖືເປັນສິ່ງສຳຄັນຕໍ່ຊາວຜູ້ອອກແຮງງານລາວ ຊຶ່ງພວກເຂົາເຫຼົ່ານັ້ນໄດ້ນໍາເອົາຜົນປະໂຫຍດອັນມະຫາສານມາໃຫ້ປະເທດຊາດ ຕາມຄຳຂວັນຂອງສາກົນທີ່ວ່າ: ພວກເຮົາບໍ່ສາມາດຖິ້ມຜູ້ໃດໄວ້ຂ້າງຫຼັງ ພວກເຮົາສົ່ງເສີມວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳຕໍ່ໝົດທຸກຄົນ.
ເຜີຍແຜ່ລະບຽບການຄຸ້ມຄອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ທົ່່ວເມືອງໄຊບູລີ

ເຜີຍແຜ່ລະບຽບການຄຸ້ມຄອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ທົ່່ວເມືອງໄຊບູລີ

ຂະແໜງຊົນລະປະທານ ພະແນກກະສິກຳ ແລະ ສິແວດລ້ອມແຂວງສະຫວັນນະເຂດ ຈັດກອງປະຊຸມເຜີຍແຜ່ລະບຽບການຄຸ້ມຄອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ທົ່່ວເມືອງຂຶ້ນ ໃນວັນທີ 24 ຕຸລາຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສຸພາລັກ ອາດບັນດິດ ຄະນະພັກ-ຄະນະພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ.
ການນໍາແຂວງ ລົງຊຸກຍູ້ວຽກງານການປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ

ການນໍາແຂວງ ລົງຊຸກຍູ້ວຽກງານການປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ

ເມື່ອບໍ່ດົນມານີ້ ທີ່່ສະໂມສອນເມືອງຫຼວງນໍ້າທາ, ທ່ານ ພິມແກ້ວ ທໍາມະສິນ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ ໂດຍມີ ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ໃນໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນກໍາມະບານແຂວງສາລະວັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານຍຸດທະສາດ. ສະຫາຍ ຈິດຕະກອນ ສາຍສະໝຸດປະທານສະຫະພັນກໍາມະບານແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້: “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ໃນວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ” ໃນວັນທີ 27 ຕຸລາ ນີ້ ວ່າ: ສະຫະພັນກໍາມະບານແຂວງສາລະວັນ ມີການຈັດຕັ້ງກໍາມະບານທັງໜົດ 336 ພາກສ່ວນການຈັດຕັ້ງກໍາມະບານ ຊຶ່ງປະກອບມີ 13 ສະຫະພັນກໍາມະບານ, ໃນນັ້ນມີ 8 ສະຫະພັນກຳມະບານເມືອງ, 5 ສະຫະພັນກຳມະບານພະແນກການ, ມີ 40 ກຳມະບານຮາກຖານອ້ອມຂ້າງແຂວງ, ປັດຈຸບັນມີສະມາຊິກກຳມະບານທັງໝົດ 8,580 ຄົນ ຍິງ 4,376 ຄົນ, ສະມາຊິກກຳມະບານເປັນພະນັກງານ-ລັດຖະກອນ 7,547 ຄົນ, ເປັນນັກສຶກສາ ແລະ ກໍາມະກອນຈໍານວນ 1,033 ຄົນ, ມີຄະນະບໍລິຫານງານໃນທົ່ວແຂວງ ມີ 221 ຄົນ ຍິງ 55ຄົນ, ໃນນີ້ ຄະນະບໍລິຫານງານສະຫະພັນກຳມະບານແຂວງ 33 ຄົນ ຍິງ 12 ຄົນ, ມີພະນັກງານກໍາມະບານອາຊີບທັງໜົດ 65 ຄົນ ຍິງ 33 ຄົນ, ໃນນີ້ ປະຈໍາການຢູ່ສະຫະພັນກໍາມະບານແຂວງ 17 ຄົນ ຍິງ 8 ຄົນ, ປະກອບມີ 4 ຂະແໜງການ ຂຶ້ນກັບ ຄື: ຂະແໜງບໍລິຫານ, ຈັດຕັ້ງ-ກວດກາ ແລະ ຂະບວນການ, ໂຄສະນາອົບຮົມ-ຂ່າວສານ ແລະ ປົກປ້ອງແຮງງານ.
ບໍລິການລົດເມໂດຍບໍ່ເສຍຄ່າໃນງານບຸນພະທາດຫຼວງ

ບໍລິການລົດເມໂດຍບໍ່ເສຍຄ່າໃນງານບຸນພະທາດຫຼວງ

ຂ່າວດີມີບໍລິການລົດເມໂດຍບໍ່ເສຍຄ່າ ໃນງານບຸນພະທາດຫຼວງວຽງຈັນປະຈຳປີ 2025 ໃນລະຫວ່າງວັນທີ 1-5 ພະຈິກ 2025 ເລີ່ມແຕ່ເວລາ 17:00 ໂມງ ຫາ 22:30 ໂມງ * ຊຶ່ງຈຸດບໍລິການເຊື່ອມຕໍ່ລົດເມ BRT ວິວມໍ-ທາດຫຼວງ: 1. ສາຍທາງ: 21 ດົງໂດກ-ວິວມໍ 2. ສາຍທາງ: 23 ທ່າງ່ອນ-ວິວມໍ 3. ສາຍທາງ: 29 ດົງໂດກ-ວິວມໍ
ເຮືອແຟມມິລີ່-LDB ຊະນະເລີດໃນງານຊ່ວງເຮືອປະຈຳປີ 2025 ຂອງແຂວງວຽງຈັນ

ເຮືອແຟມມິລີ່-LDB ຊະນະເລີດໃນງານຊ່ວງເຮືອປະຈຳປີ 2025 ຂອງແຂວງວຽງຈັນ

ງານບຸນຊ່ວງເຮືອປະຈໍາປີ 2025 ຂອງແຂວງວຽງຈັນ ໄດ້ຈັດຂຶ້ນທີ່ທ່ານ້ຳບ້ານເກິນກາງ (ຫາດຊາຍທຽມ) ເມືອງທຸລະຄົມ ມີກໍານົດຄົບງັນ 7 ວັນ. ໃນນັ້ນ, ວັນທີ 25 ຕຸລາ 2025 ເປັນການແຂ່ງຂັນເຮືອກິລາ ປະເພດ 12 ສີພາຍ,​ ມີເຮືອເຂົ້າຮ່ວມຈໍານວນ 20 ລໍາ, ສໍາລັບວັນທີ 26 ຕຸລາ 2025 ເປັນມື້ເປີດງານບຸນ ແລະ ແຂ່ງຂັນຊ່ວງເຮືອຍາວປະເພນີ ປະເພດ 55 ສີພາຍ ມີເຮືອເຂົ້າຮ່ວມແຂ່ງຂັນຈໍານວນ 13 ລໍາ.
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ

ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ

ໃນວັນທີ 26 ຕຸລານີ້, ແຂວງຄໍາມ່ວນ ຮ່ວມກັບ ເມືອງບົວລະພາ ແລະ ສະມາຄົມຂີ່ລົດຖີບພາຍໃນແຂວງໄດ້ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ (ໃນວັນທີ 13 ກໍລະກົດ 2025) ແລະ ເປັນມໍລະດົກໂລກທາງທໍາມະຊາດ ຮ່ວມຊາຍແດນແຫ່ງທໍາອິດ ລະຫວ່າງ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງ ຫຍ່າ ແກບາງ ສສ ຫວຽດນາມ ຊຶ່ງກິດຈະກໍາດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນຕາຫຼອງ ເມືອງບົວລະພາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີການນໍາຂັ້ນແຂວງ, ຂັ້ນເມືອງ, ສະມາຄົມຂີ່ລົດຖີບຂອງແຂວງ, ມີນັກຂີ່ລົດຖີບຈາກພາກສ່ວນບໍລິສັດ, ລັດວິສາຫະກິດ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ.
ເພີ່ມເຕີມ