ແລະ ໝາຍຄວາມວ່າ ວັກຊິນນີ້ແມ່ນມີຄຸນນະພາບທີ່ດີ, ປອດໄພ ແລະ ມີປະສິດທິຜົນສູງ. ບັນດາອົງການຂອງ ສປຊ ກໍອີງຕາມຂັ້ນຕອນນີ້ກ່ອນທີ່ຈະຊື້ຜະລິດຕະພັນການແພດ. ຕໍ່ກັບເຫດການດັ່ງກ່າວໄດ້ເປີດເສັ້ນທາງໃຫ້ແກ່ບັນດາປະເທດພວມພັດທະນາສາມາດເຂົ້າເຖິງວັກຊິນຕ້ານພະຍາດໝາກສຸກລີງ, ໃນສະພາບການທີ່ຫຼາຍປະເທດຍັງບໍ່ມີເຕັກໂນໂລຊີ ແລະ ແຫຼ່ງກຳລັງເພື່ອກວດກາຄວາມປອດໄພ ແລະ ປະສິດທິຜົນຂອງວັກຊິນຢ່າງເຂັ້ມງວດ.
ທ່ານ ເທໂດຣສ ອາດານອມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ WHO ຖືວ່າ: ວັກຊິນຕ້ານພະຍາດໝາກສຸກລີງໄດ້ຮັບການອະນຸມັດຜ່ານໃນເບື້ອງຕົ້ນ ແມ່ນບາດກ້າວສຳຄັນໃນການຕ້ານພະຍາດທີ່ພວມແຜ່ລະບາດຢ່າງຮ້າຍແຮງຢູ່ໃນຫຼາຍປະເທດອາຟຣິກາ ກໍຄືໃນທົ່ວໂລກ.
ຄໍາເຫັນ