ບົດ​ຮຽນດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ຈີນ​ ສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ

ບົດ​ຮຽນດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ຈີນ​ ສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ

ບົດ​ຮຽນດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ຈີນ​ ສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ
ເມື່ອ​ບໍ່​ດົນ​ມາ​ນີ້, ມູນ​ນິ​ທິ​ອະ​ນຸ​ລັກ​ປາ​ຂ່າ​ປາຍ​ຈີ້ ທີ່​ນະ​ຄອນ​ອູ​ຮັ້ນຂອງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ເຕັກ​ໂນ​ໂລ​ຊີ​ຕິດ​ຕາມວິ​ເຄາະສຽງ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊຂອງ​ຈີນ​ ໄດ້​ຖືກ ​ນໍ​າ​ໃຊ້​ເຂົ້າ​ໃນ​ການ​ຕິດ​ຕາມ ແລະ ອະ​ນຸ​ລັກ​ປາໝູ​ອີ​ຣະ​ວະ​ດີ​ແມ່​ນ້ຳ​ຂອງ​ຢູ່ກຳ​ປູ​ເຈຍ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ບົດ​ຮຽນ​ດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊ​ຂອງ​ຈີນ​ກຳ​ລັງ​ກ້າວ​ໄປ​ສູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື​ທົ່ວ​ໂລກ​ເທື່ອ​ລະ​ກ້າວຊຶ່ງ​ເປັນ​ການສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ.

 

ການອະນຸລັກປາຂ່າແມ່ນ້ຳຢາງເຊ ຊຶ່ງເປັນປະເພດສັດທີ່ສຳຄັນຍິ່ງໃນລະບົບນິເວດແມ່ນ້ຳຢາງເຊໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບຍຸດທະສາດອະນຸລັກແມ່ນ້ຳຢາງເຊໄດ້ຮັບການຈັດຕັ້ງປະຕິດບັດຢ່າງເລິກເຊິ່ງ, ການອອກກົດໝາຍວ່າດ້ວຍການອະນຸລັກແມ່ນ້ຳຢາງເຊ, ການເກືອດຫ້າມການຫາປາຢູ່ແມ່ນໍ້າຢາງເຊເປັນໄລຍະເວລາ 10 ປີ ແລະ ມາດຕະການອື່ນໆໄດ້ຮັບການຈັດຕັ້ງປະຕິບັດ, ສາຍພັນປາຂ່າແມ່ນ້ຳຢາງເຊໄດ້ຢຸດຕິການຫຼຸດລົງ ແລະ ຟື້ນຟູການເພີ່ມຂຶ້ນ. ອີງຕາມຜົນການສຳຫຼວດວິທະຍາສາດປາຂ່າແມ່ນ້ຳຢາງເຊ ຄັ້ງທີ 4 ໃນປີ 2022 ໃຫ້ຮູ້ວ່າ: ກຸ່ມປາຂ່າໃນແມ່ນ້ຳຢາງເຊໄດ້ມີເຖິງ 1,249 ໂຕ, ເພີ່ມຂຶ້ນ 23.4% ເມື່ອທຽບໃສ່ປີ 2017. ຜົນງານດັ່ງກ່າວບໍ່ແມ່ນງ່າຍທີ່ຈະໄດ້ມາ ແລະ ເປັນຜົນງານອັນສຳຄັນຂອງຈີນໃນຂົງເຂດອະນຸລັກສັດນ້ຳ.

ຜົນສຳເລັດການອະນຸລັກປາຂ່າແມ່ນ້ຳຢາງເຊຂອງຈີນ ແມ່ນປາສະຈາກການຄ້ຳປະກັນ ແລະ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີບໍ່ໄດ້. ເຕັກນິກຕິດຕາມວິເຄາະສຽງປາໝູອີຣະວະດີແມ່ນ້ຳຂອງທີ່ນຳໃຊ້ຢູ່ກຳປູເຈຍໃນຄັ້ງນີ້ ແມ່ນບົນພື້ນຖານຄວາມຄ້າຍຄືກັນດ້ານລະບົບສຽງລະຫວ່າງປາຂ່າແມ່ນ້ຳຢາງເຊແລະ ປາໝູອີຣະວະດີ. ເຕັກນິກດັ່ງກ່າວແມ່ນພັດທະນາໂດຍມູນນິທິອະນຸລັກປາຂ່າປາຍຈີ້, ສະຖາບັນຄົ້ນຄວ້າສັດນ້ຳຂອງສະຖາບັນວິທະຍາສາດຈີນ ແລະ ບໍລິສັດວິທະຍາສາດເຕັກໂນໂລຊີແຫ່ງໜຶ່ງຢູ່ນະຄອນອູຮັ້ນ ຂອງຈີນ. ໂດຍຜ່ານອຸປະກອນວິຊາສຽງ, ສາມາດຕິດຕາມການແຈກຢາຍ ແລະ ການເຄື່ອນທີ່ຂອງປາໝູ ເພື່ອສະໜອງຫຼັກອ້າງອີງດ້ານວິທະຍາສາດໃຫ້ແກ່ການວາງນະໂຍບາຍອະນຸລັກ. ການນຳໃຊ້ເຕັກນິກດັ່ງກ່າວຢ່າງມີຜົນສຳເລັດ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງລະດັບນຳໜ້າຂອງຈີນໃນດ້ານເຕັກນິກຕິດຕາມສັດນ້ຳເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມຫວັງໃໝ່ໃຫ້ແກ່ການອະນຸລັກປາໝູອີຣະວະດີ ແມ່ນ້ຳຂອງອີກດ້ວຍ.

ນອກຈາກການປະດິດສ້າງໃໝ່ດ້ານເຕັກໂນໂລຊີແລ້ວ, ຈີນຍັງໄດ້ສະສົມບົດຮຽນດ້ານການຄຸ້ມຄອງ ແລະ ອະນຸລັກໃນຂະບວນການອະນຸລັກປາຂ່າແມ່ນ້ຳຢາງເຊອີກດ້ວຍ. ຍົກຕົວຢ່າງຄື: ຈີນໄດ້ສ້າງເຂດອະນຸລັກທຳມະຊາດ ແລະ ເຂດອະນຸລັກຍົກຍ້າຍຫຼາຍແຫ່ງ ຊຶ່ງເປັນເຄືອຂ່າຍອະນຸລັກຢ່າງສົມບູນຄົບຖ້ວນ; ເຮັດໃຫ້ກໍລະນີປາຂ່າຖືກບາດເຈັບ ແລະ ຕາຍຫຼຸດໜ້ອຍລົງຢ່າງມີປະສິດທິຜົນ ໂດຍຜ່ານການເພີ່ມທະວີການຄຸ້ມຄອງການເຄື່ອນໄຫວດ້ານການປະມົງຢ່າງເຂັ້ມງວດ; ປະຕິບັດວຽກງານບູລະນະລະບົບນິເວດ ເພື່ອປັບປຸງສິ່ງແວດລ້ອມທີ່ຢູ່ອາໄສຂອງປາຂ່າໃຫ້ດີຂຶ້ນ; ຊຸກຍູ້ການສຶກສາ ແລະ ການໂຄສະນາເຜີຍແຜ່ດ້ານວິທະຍາສາດໃຫ້ແກ່ມວນຊົນເພື່ອຍົກສູງສະຕິ ແລະ ການມີສ່ວນຮ່ວມດ້ານການອະນຸລັກປາຂ່າຂອງທົ່ວສັງຄົມ ແລະ ອື່ນໆ. ບົດຮຽນເຫຼົ່ານີ້ ໄດ້ກາຍເປັນບົດຮຽນທີ່ລ້ຳຄ່າສໍາລັບປະເທດ ແລະ ເຂດແຄວ້ນອື່ນໃນການອະນຸລັກສັດປະເພດປາວານສາຍພັນນ້ອຍ.

ເມື່ອບໍ່ດົນມານີ້, ທ່ານນາງ ຈັນທະສອນ ສີຫານາດ ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່ໄດ້ເດີນທາງມາຈີນເພື່ອເຂົ້າຮ່ວມການສຳພາດຮ່ວມ “ທ່ຽວປະເທດຈີນ, ຊອກຮູ້ອູຮັ້ນ” ກ່າວວ່າ: “ບົດຮຽນດ້ານການອະນຸລັກປາຂ່າແມ່ນ້ຳຢາງຊີກຽງຂອງຈີນ ເປັນບົດຮຽນທີ່ດີສຳລັບປະເທດລາວ. ເຖິງແມ່ນວ່າປາຂ່າຢູ່ລາວໄດ້ສູນພັນແລ້ວກໍຕາມ, ແຕ່ຢູ່ໃນແມ່ນ້ຳຂອງຍັງມີສັດນ້ຳຫຼາກຫຼາຍຊະນິດທີ່ຕ້ອງການໃຫ້ພວກເຮົາອະນຸລັກໃນໄລຍະຍາວນານ.” ຈາກແມ່ນ້ຳຢາງເຊຮອດແມ່ນ້ຳຂອງ, ບົດຮຽນການອະນຸລັກປາຂ່າຂອງຈີນໄດ້ກ້າວໄປສູ່ທົ່ວໂລກ, ນີ້ບໍ່ພຽງແຕ່ເປັນການປະກອບສ່ວນຢ່າງຕັ້ງໜ້າຂອງຈີນເຂົ້າໃນການອະນຸລັກຄວາມຫຼາກຫຼາຍດ້ານຊີວະນານາພັນຂອງທົ່ວໂລກເທົ່ານັ້ນ, ແຕ່ຍັງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນໃນການສ້າງຄວາມສິວິໄລດ້ານລະບົບນິເວດອີກດ້ວຍ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ