ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ
ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ ອະດີດປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ມໍລະນະກຳ ໃນເວລາ 22 ໂມງ 51 ນາທີ ຂອງວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ.

 

ຕາມຂໍ້ມູນຈາກສະພາວິຊາສະເພາະຮັກສາສຸຂະພາບພະນັກງານສູນກາງ, ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ ອະດີດປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເກີດເມື່ອວັນທີ 5 ພຶດສະພາ 1937, ພາຍຫຼັງເປັນພະຍາດໄລຍະໜຶ່ງ ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດຈາກພັກ, ລັດ, ໝູ່ຄະນະສາສະດາຈານ, ແພດໝໍ, ການເບິ່ງແຍງດູແລຈາກຄອບຄົວ, ແຕ່ຍ້ອນມີອາຍຸສູງ, ເພິ່ນໄດ້ເຖິງແກ່ມໍລະນະກຳ ໃນເວລາ 22 ໂມງ 51 ນາທີ ຂອງວັນທີ 20 ພຶດສະພາ 2025 ຢູ່ເຮືອນຂອງເພິ່ນເອງ ລວມອາຍຸໄດ້ 88 ປີ.

ພິທີໄວ້ອາໄລ ແລະ ງານຊາປະນະກິດສົບ ທ່ານ ເຈິ່ນດຶກເລືອງ ຈະໄດ້ລາຍງານໃຫ້ຊາບພາຍຫຼັງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຫວ່າງມໍ່ໆມານີ້, ຜົນການສຳຫຼວດຄວາມຄິດເຫັນສາກົນສະບັບໜຶ່ງໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມມີສະເໜ່ຂອງຈີນຕໍ່ໂລກໄດ້ເພີ່ມຂຶ້ນເປັນ 8,8 ຄະແນນ, ຜົນການສຳຫຼວດຄວາມຄິດເຫັນສາກົນຫຼາຍສະບັບໃນຊຸມປີຜ່ານມາ ລ້ວນແຕ່ໄດ້ເບິ່ງຈີນດ້ວຍທ່າທີທີ່ເປັນມິດ ແລະ ດ້ານດີນັບມື້ນັບຫຼາຍຂຶ້ນ ແລ້ວຄວາມມີສະເໜ່ຂອງຈີນເປັນຄືແນວໃດ?
ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ວັນທີ 10 ກໍລະກົດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນໃນມື້ດຽວກັນ.
ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ໄດ້ເປີດເຜີຍໃນວັນທີ 10 ກໍລະກົດ ຜ່ານມາວ່າ: ບໍລິສັດຜະລິດລົດຂອງຍີ່ປຸ່ນ ໄດ້ຫຼຸດລາຄາລົດທີ່ຈະສົ່ງອອກໄປ ສະຫະລັດ ອາເມຣິກາ ໃນອັດຕາທີ່ຫຼາຍທີ່ສຸດແບບບໍ່ເຄີຍມາກ່ອນ ຊຶ່ງເປັນສັນຍານວ່າບໍລິສັດຍີ່ປຸ່ນຍອມເສຍຜົນກຳໄລເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ເນື່ອງຈາກມາດຕະການອັດຕາພາສີຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳລົດ.
ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ຜ່ານມາວ່າ: ທ່ານ ກັນ ຄິມຢົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການທຶນຊ່ວຍເຫຼືອເພື່ອການປັບຕົວທາງທຸລະກິດ (Business Adaptation Grant) ພາຍໃນເດືອນຕຸລາ 2025 ນີ້ ເພື່ອຊ່ວຍໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂປັບຕົວເຂົ້າກັບການປ່ຽນແປງຂອງອັດຕາພາສີ.
ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ກໍລະກົດນີ້ວ່າ: ສັນຍາວ່າດ້ວຍການຍົກເວັ້ນວີຊາຕໍ່ຜູ້ຖືໜັງສືຜ່ານແດນທາງລັດຖະການ ແລະ ໜັງສືຜ່ານແດນທົ່ວໄປຂອງກັນ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານມາເລເຊຍ ຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 17 ກໍລະກົດນີ້ເປັນຕົ້ນໄປ.
ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນຫວຽດ ນາມ ໃນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 (AMM-58) ທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະ AMM-58 ຢູ່ສູນກອງປະຊຸມກົວລາລຳເປີ (Kuala Lumpur) ປະເທດມາເລເຊຍ.
ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ວັນທີ 10 ກໍລະກົດນີ້, ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.
ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ຂ່າວສານຊີອາໄອລາຍງານວ່າ: ນັບ​ມາ​ຮອດ​ວັນ​ທີ 8 ກໍ​ລະ​ກົດ ຜ່ານມານີ້, ໄ​ພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 111 ຄົນ, ນອກ​ນີ້​ຍັງ​ມີ​ຜູ້​ຫາຍ​ສາບ​ສູນ 172 ຄົນ​.
ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ກໍລະກົດ ຜ່ານມາວ່າ: ບໍລິສັດ​ນ້ຳມັນ​ແຫ່ງ​ລັດ ​ແລະ ບໍລິສັດ​ກະສິກຳ ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພື່ອເພີ່ມ​ການຊື້​ພະລັງງານ ​ແລະ ຜະລິດ​ຕະພັນ​ກະສິກຳ ​ຂອງ​ ສະຫະລັດ ອາ​ເມ​ລິ​ກາ ​ເພື່ອ​ຫຼີກ​ເວັ້ນຜົນກະທົບຈາກການປະກາດ​ເກັບ​ພາສີນຳເຂົ້າ 32% ຂອງ​ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ.
ເພີ່ມເຕີມ