ຈາກ “ການເຂົ້າເມືອງເພື່ອທ່ອງທ່ຽວ” ໄປສູ່ “ການເຂົ້າເມືອງເພື່ອຊື້ສິນຄ້າ” ທ່າອ່ຽງໃໝ່ແຫ່ງການບໍລິໂພກດ້ານການທ່ອງທ່ຽວຢູ່ຈີນ

ຈາກ “ການເຂົ້າເມືອງເພື່ອທ່ອງທ່ຽວ” ໄປສູ່ “ການເຂົ້າເມືອງເພື່ອຊື້ສິນຄ້າ” ທ່າອ່ຽງໃໝ່ແຫ່ງການບໍລິໂພກດ້ານການທ່ອງທ່ຽວຢູ່ຈີນ

ຈາກ “ການເຂົ້າເມືອງເພື່ອທ່ອງທ່ຽວ” ໄປສູ່ “ການເຂົ້າເມືອງເພື່ອຊື້ສິນຄ້າ” ທ່າອ່ຽງໃໝ່ແຫ່ງການບໍລິໂພກດ້ານການທ່ອງທ່ຽວຢູ່ຈີນ
ຊຸມປີມໍ່ໆມານີ້, ຄຽງຄູ່ກັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຢູ່ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການເຂົ້າເມືອງຈີນເພື່ອທ່ອງທ່ຽວທັງຈັດຊື້ສິນຄ້າ ພວມກາຍເປັນທ່າອ່ຽງໃໝ່ໃນດ້ານການບໍລິໂພກ, ຕົວຢ່າງ: ສາມາດທ່ອງທ່ຽວປະເທດຈີນທີ່ມີຫຼາກຫຼາຍສີສັນຍ້ອນມີນະໂຍບາຍຍົກເວັ້ນວີຊາ, ຈັດຊື້ສິນຄ້າຢູ່ທ້ອງຖິ່ນຍັງສາມາດຄືນເງິນພາສີຢູ່ກັບທີ່


ແລະ ອື່ນໆ. ຄຽງຄູ່ກັບຈີນປັບປຸງນະໂຍບາຍການທ່ອງທ່ຽວໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, “ການທ່ຽວເມືອງຈີນ” ມີມົນສະເໜ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ນັກທ່ອງທ່ຽວຕ່າງປະເທດນັບມື້ນັບຫຼາຍໄດ້ເລີ່ມນິຍົມຈັດຊື້ສິນຄ້າຢູ່ຈີນໄປພ້ອມກັບການທ່ຽວຊົມທິວທັດທີ່ສວຍງາມຂອງຈີນ.
ການສະໜັບສະໜູນດ້ານນະໂຍບາຍແມ່ນໜຶ່ງໃນປັດໄຈສຳຄັນທີ່ຊຸກຍູ້ກະແສນິຍົມການເຂົ້າເມືອງຈີນເພື່ອທ່ອງທ່ຽວທັງຈັດຊື້ສິນຄ້າ. ປີ 2025, ລັດຖະບານຈີນໄດ້ປັບປຸງນະໂຍບາຍເພື່ອຄືນເງິນພາສີໃນຕອນອອກເມືອງໃຫ້ສົມບູນຕື່ມອີກ ໂດຍໄດ້ປັບຫຼຸດຈໍານວນພື້ນຖານທີ່ສາມາດຄືນເງິນພາສີຈາກ 500 ຢວນລົງມາເປັນ 200 ຢວນ, ທັງໄດ້ປັບຈຳນວນເງິນສູງສຸດໃນການຄືນເງິນສົດພາສີຈາກ 1 ໝື່ນຢວນຂຶ້ນເປັນ 2 ໝື່ນຢວນ, ການປັບປຸງນະໂຍບາຍດັ່ງກ່າວໄດ້ຍົກສູງຄວາມຕ້ອງການຈັດຊື້ສິນຄ້າຂອງນັກທ່ອງທ່ຽວຕ່າງປະເທດ, ນັກທ່ອງທ່ຽວຕ່າງປະເທດຈຳນວນໜຶ່ງຍັງພົບເຫັນວ່າ ລາຄາສິນຄ້າຢູ່ຈີນພຽງເທົ່າກັບເຄິ່ງໜຶ່ງຂອງລາຄາຢູ່ປະເທດຕົນ, ການຈັດຊື້ສິນຄ້າແທນລູກຄ້າໃນປະເທດຕົນໄດ້ກາຍເປັນທ່າອ່ຽງໃໝ່ດ້ານການບໍລິໂພກ. ພ້ອມກັນນັ້ນ, ການຊຸກຍູ້ຄວາມສະດວກສະບາຍໃນດ້ານການຊຳລະເງິນ ໄດ້ສະໜອງການສະໜັບສະໜູນຢ່າງແຂງແຮງໃຫ້ແກ່ການເຂົ້າເມືອງຈີນເພື່ອທ່ອງທ່ຽວ ແລະ ຈັດຊື້ສິນຄ້າ. ປັດຈຸບັນ, ການຊໍາລະເງິນຜ່ານວີແຊັດ ແລະ ອາລີເພ ໄດ້ເປີດໃຫ້ບໍລິການທີ່ຜູກຕິດກັບບັດທະນາຄານສາກົນ, ຈຳນວນການບໍລິໂພກສະເລ່ຍຕໍ່ມື້ຂອງນັກທ່ອງທ່ຽວຕ່າງປະເທດໄດ້ເພີ່ມຂຶ້ນ 136% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ຍອດມູນຄ່າການບໍລິໂພກຢູ່ແຂວງກວາງຕຸ້ງໄດ້ເພີ່ມຂຶ້ນທົບເທົ່າ. ການປະດິດສ້າງຮູບແບບການຊຳລະເງິນແບບນີ້ບໍ່ພຽງແຕ່ໄດ້ເພີ່ມຄວາມສະດວກສະບາຍໃນການຈັດຊື້ສິນຄ້າເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ສົ່ງເສີມຄວາມກະຕືລືລົ້ນດ້ານການບໍລິໂພກຂອງນັກທ່ອງທ່ຽວຕ່າງປະເທດຕື່ມອີກ.
ໃນເວລາດຽວກັນ, ຄວາມນິຍົມຊົມຊອບຂອງການເຂົ້າມາເມືອງຈີນເພື່ອທ່ອງທ່ຽວ ແລະ ຈັດຊື້ສິນຄ້າກໍໄດ້ຂະຫຍາຍຕົວກວ້າງອອກຢ່າງບໍ່ຢຸດຢັ້ງ. ນອກຈາກຜະລິດຕະພັນທີ່ມີເອກະລັກທ້ອງຖິ່ນແລ້ວ, ນັກທ່ອງທ່ຽວຕ່າງປະເທດນັບມື້ນັບຫຼາຍເລີ່ມສົນໃຈນຳຜະລິດຕະພັນເອເລັກໂຕຣນິກ, ຜະລິດຕະພັນທາງວັດທະນະທຳທີ່ສ້າງສັນ ແລະ ເຄື່ອງນຸ່ງທີ່ໄດ້ຮັບຄວາມນິຍົມ ຫຼື ແຟຊັ່ນຂອງຈີນ. ຕົວຢ່າງ: ໂທລະສັບມືຖືຫົວເຫວີຍ, ຫຸ່ນຍົນທຳຄວາມສະອາດພື້ນ ແລະ ນະວັດຕະກຳອື່ນໆໄດ້ກາຍເປັນສິນຄ້າທີ່ໄດ້ຮັບຄວາມິຍົມຊົມຊອບຫຼາຍ, ໃບສັ່ງຊື້ສິນຄ້ານຳຕະຫຼາດສິນຄ້ານ້ອຍຢີ້ອູ່, ຕະຫຼາດຮົວຊຽງເປີຍເສີ່ນເຈີ້ນ ແລະ ອື່ນໆໄດ້ເພີ່ມຂຶ້ນ 1.5 ເທົ່າ. ນອກນີ້, ເຄື່ອງລະນຶກ ແລະ ເຄື່ອງຫັດຖະກຳທີ່ມີສີສັນພິເສດດ້ານວັດທະນະທຳຂອງຈີນກໍໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຕ່າງປະເທດນັບມື້ນັບຫຼາຍຂຶ້ນ.
ນອກຈາກສູນການຄ້າຂະໜາດໃຫຍ່ແລ້ວ, ຮ້ານນ້ອຍ ແລະ ສະຖານທີ່ສຳຜັດວັດທະນະທຳທີ່ມີເອກະລັກຈຳນວນໜຶ່ງກໍໄດ້ກາຍເປັນຈຸດສຸມແຫ່ງການຈັດຊື້ສິນຄ້າ. ຕົວຢາງ: ຮ້ານ POP MART ສາຂາຫຼັກລະດັບໂລກຢູ່ນະຄອນຊຽງໄຮ້ໄດ້ດຶງດູດນັກທ່ອງທ່ຽວທີ່ເປັນຊາວໜຸ່ມຈຳນວນຫຼວງຫຼາຍຈາກຕ່າງປະເທດ, ພວກເຂົາເຈົ້າໄດ້ຈັດຊື້ກ່ອງສ່ຽງໂຊກ ແລະ ຫຸ່ນຈຳລອງ GK ຊຶ່ງເປັນຮູບແບບການບໍລິໂພກອັນໃໝ່ທີ່ໄດ້ຮັບຄວາມນິຍົມຫຼາຍໃນການທ່ອງທ່ຽວ. ຢູ່ເມືອງຈິງເຕີເຈີ້ນແຂວງຈ່ຽງຊີ່, ນັກທ່ອງທ່ຽວຕ່າງປະເທດໄດ້ສຳຜັດກັບການຜະລິດເຄື່ອງປັ້ນດິນເຜົາ ດ້ວຍການເຮັດເບົ້າຫຼໍ່ ແລະ ແຕ້ມຮູບຢ່າງມີຄວາມອົດທົນ. ຢູ່ເມືອງລິນຊ່າງ ແຂວງຢຸນນານ, ນັກທ່ອງທ່ຽວຕ່າງປະເທດໄດ້ຊົມການສະແດງວັດທະນະທຳຂອງເຜົ່າວາ ທັງໄດ້ຈັດຊື້ເຄື່ອງຫັດຖະກຳທີ່ມີເອກະລັກຂອງເຜົ່າດັ່ງກ່າວ. ຮູບແບບ “ການຈັດຊື້ສິນຄ້າ + ສຳຜັດກັບວັດທະນະທຳທ້ອງຖິ່ນ” ແນວນີ້ໄດ້ເຮັດໃຫ້ການທ່ອງທ່ຽວມີເນື້ອໃນທີ່ອຸດົມສົມບູນຂຶ້ນ, ທັງໄດ້ຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳຂອງທ້ອງຖິ່ນ.
ນອກນີ້, ໃນຕົວເມືອງຈຳນວນໜຶ່ງໄດ້ສ້າງຮູບແບບການບໍລິໂພກທີ່ມີເອກະລັກພິເສດ, ໄດ້ຍົກສູງແຮງຈູງໃຈສຳລັບນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງ ທ່ຽວ ແລະ ຈັດຊື້ສິນຄ້າຢູ່ຈີນ. ຕົວຢ່າງ: ຫຼັກສູດແຕ່ງອາຫານເສສວນຢູ່ນະຄອນເສີງຕູ່ໄດ້ປະສົມປະສານ “ການຊື້ຜັກໃນຕະຫຼາດ + ການສອນແຕ່ງກິນ + ການຊິມ ແລະ ໃຫ້ຄວາມເຫັນຕໍ່ອາຫານ” ເຊິ່ງກາຍເປັນຈຸດນິຍົມໃໝ່ດ້ານການບໍລິໂພກໃນການທ່ອງທ່ຽວວັດທະນະທຳຂອງນັກທ່ອງທ່ຽວຕ່າງປະເທດ; ໃນໄລຍະພັກວັນກຳມະກອນສາກົນ, ຢູ່ທົ່ງນາຂັ້ນໄດໂລງຈີເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, “ເທສະການເລີ່ມໄຖນາ” ທີ່ມີເອກະລັກພິເສດໄດ້ດຶງດູດນັກທ່ອງທ່ຽວຕ່າງປະເທດຈຳນວນຫຼວງຫຼາຍ. ຮູບແບບການບໍລິໂພກທີ່ສຳຜັດກັບວັດທະນະທຳຢ່າງເລິກເຊິ່ງແບບນີ້ ເຮັດໃຫ້ນັກທ່ອງທ່ຽວສາມາດລົງເລິກສຳຜັດກັບວັດທະນະທຳ ແລະ ວີຖີການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນໄປພ້ອມກັບການຈັດຊື້ສິນຄ້າ.
ວັນທີ 19 ພຶດສະພາ ຜ່ານມາເປັນ “ວັນທ່ອງທ່ຽວຈີນ” ຄັ້ງທີ 15, ກິດຈະກຳນຳສະເໜີການທ່ອງທ່ຽວສຳລັບຄົນຕ່າງປະເທດກໍແມ່ນຈຸດເດັ່ນສຳຄັນໃນກິດຈະກຳ “ວັນທ່ອງທ່ຽວຈີນ” ປີນີ້. ໃນອະນາຄົດ, ຄຽງຄູ່ກັບການຊຳລະເງິນແບບເຄື່ອນທີ່ຂ້າມຊາດໄດ້ຮັບການປັບປຸງເລື້ອຍໆ ແລະ ນະໂຍບາຍ “ຈັດຊື້ສິນຄ້າແລ້ວໄດ້ຮັບເງິນຄືນພາສີທັນທີ” ສຳລັບນັກທ່ອງທ່ຽວຕ່າງປະເທດ, ການທີ່ “ມາຈັດຊື້ສິນຄ້າຢູ່ຈີນ” ຈະກາຍເປັນທ່າອ່ຽງໃໝ່ສຳລັບນັກທ່ອງທ່ຽວຕ່າງປະເທດທີ່ມາ ທ່ຽວຈີນ.
ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ເພີ່ມເຕີມ