ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ
ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ; ກະຊວງ​ການ​ຄ້າ​ກຳປູ​ເຈຍ​ລາຍ​ງານ​ວ່າ: ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ, ນ້ຳມັນແອັດຊັງ ​ແລະ ​ອາຍ​ແກ໊ສທີ່ສາມາດ​ເຜົາ​ໄໝ້​ໄດ້ (combustion gas)ຂອງ​ກຳປູ​ເຈຍ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025 ​​ຫຼຸດ​ລົງ 13.2%.

 

ມູນຄ່າການນຳເຂົ້າເຊື້ອໄຟທັງ 3 ປະເພດແມ່ນປະມານ 1.24 ຕື້ໂດລາ ໃນໄລຍະເວລາດັ່ງກ່າວຫຼຸດລົງ 13.2% ຈາກປະມານ 1.43 ຕື້ໂດລາ ໃນໄລຍະດຽວກັນຂອງປີ 2024.

ບົດລາຍງານເປີດເຜີຍວ່າ, ກຳປູເຈຍໄດ້ໃຊ້ງົບປະມານ 680 ລ້ານໂດລາ ໃນການນຳເຂົ້ານ້ຳມັນກາຊວນ ຫຼຸດລົງ 10%, ນຳເຂົ້ານ້ຳມັນແອັດຊັງ 395 ລ້ານໂດລາ ຫຼຸດລົງເກືອບ 23% ແລະ ນຳເຂົ້າອາຍແກ໊ສ 167.6 ລ້ານໂດລາ, ເພີ່ມຂຶ້ນ 2.43%.

ປັດຈຸບັນ, ກຳປູເຈຍແມ່ນອາໄສການນຳເຂົ້ານ້ຳມັນ ແລະ ອາຍແກ໊ສ ທັງໝົດ. ເນື່ອງຈາກຍັງບໍ່ມີການຂຸດເຈາະບໍ່ມີນ້ຳມັນ ແລະ ອາຍແກັສສຳຮອງຢູ່ໃຕ້ທະເລ, ໂດຍ ກະຊວງບໍ່ແຮ່ ແລະ ພະລັງງານຂອງກຳປູເຈຍຄາດວ່າຄວາມຕ້ອງການນ້ຳມັນ ແລະ ອາຍແກ໊ສພາຍໃນປະເທດຈະເພີ່ມຂຶ້ນເປັນ 4.8 ລ້ານໂຕນໃນປີ 2030, ຈາກ 2.8 ລ້ານໂຕນໃນປີ 2020.

ຄໍາເຫັນ

ຂ່າວຕ່າງປະເທດ

ຟີລິບປິນ ອະນຸຍາດໃຫ້ເຊົ່າທີ່ດິນໄດ້ 99 ປີ

ຟີລິບປິນ ອະນຸຍາດໃຫ້ເຊົ່າທີ່ດິນໄດ້ 99 ປີ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຟີ​ລິບ​ປິນ ອະນຸຍາດ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຊົ່າ​ທີ່​ດິນໄດ້​ເປັນ​ເວ​ລາ 99 ປີ, ເພື່ອຊຸກ​ຍູ້​ການ​ລົງ​ທຶນ​ພາຍ​ໃນ​ປະ​ເທດ​ດ້ວຍສັນຍາເຊົ່າ​​ໄລ​ຍະ​ຍາວ.
ສິງກະໂປ ພົບຜູ້ຕ້ອງສົງໄສ ເກືອບ 50 ຄົນ ໃຊ້ຢາສູບຊອມບີ້

ສິງກະໂປ ພົບຜູ້ຕ້ອງສົງໄສ ເກືອບ 50 ຄົນ ໃຊ້ຢາສູບຊອມບີ້

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສາທາລະນະສຸກຂອງສິງກະໂປ ລາຍງານວ່າ, ສະຖາບັນເບິ່ງແຍງສຸຂະພາບສາທາລະນະທົ່ວສິງກະໂປ ກວດພົບຜູ້ຕ້ອງສົງໄສສູບຢາສູບໄຟຟ້າທີ່ປະສົມສານ Etomidate ຊຶ່ງຖືກຂະໜານນາມວ່າ “ຢາສູບຊອມບີ້” ເກືອບ 50 ຄົນ ໃນໄລຍະ 6 ອາທິດ ຊຶ່ງເລີ່ມນັບຕັ້ງແຕ່ວັນທີ 9 ກໍລະກົດ ເປັນຕົ້ນມາ.
ສ ເກົາຫຼີ ຍົກເວັ້ນວີຊານັກທ່ອງທ່ຽວຈີນທີ່ເດີນທາງມາເປັນກຸ່ມ

ສ ເກົາຫຼີ ຍົກເວັ້ນວີຊານັກທ່ອງທ່ຽວຈີນທີ່ເດີນທາງມາເປັນກຸ່ມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ສ ເກົາຫຼີ​ ໄດ້​ປະກາດ​ໂຄງການ​ຍົກ​ເວັ້ນວີ​ຊາ​ຊົ່ວຄາວ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງມາ​ເປັນ​ກຸ່ມ, ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ປະ​ເທດ. ຂະນະທີ່ນັກ​ວິ​ເຄາະ​ຄາດ​ວ່າ​ການ​ທ່ອງ​ທ່ຽວ​ຈະ​ເພີ່ມ​ຂຶ້ນ​ໃນ​ຕົ້ນ​ເດືອນ​ຕຸລາ ຈະມາເຖິງນີ້ ​ຍ້ອນຈີນມີ​ວັນ​ພັກຍາວເນື່ອງໃນ​ວັນ​ຊາດ​​.
ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ເລັ່ງສ້າງບົດລາຍງານໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ

ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ເລັ່ງສ້າງບົດລາຍງານໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກວດກາ, ສືບຕໍ່ຊຸກຍູ້ການຜັນຂະຫຍາຍໂຄງການເສັ້ນທາງລົດໄຟຄວາມໄວສູງສາຍເໜືອ - ໃຕ້ ແລະ ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.
ຈີນຢືນຢັນວ່າ SCO ແມ່ນການຮ່ວມມືທີ່ເປັນຮູບປະທຳ

ຈີນຢືນຢັນວ່າ SCO ແມ່ນການຮ່ວມມືທີ່ເປັນຮູບປະທຳ

ກອງປະຊຸມຖະແຫຼງການກ່ຽວກັບຜົນກອງປະຊຸມສຸດຍອດ SCO ປີ 2025 ເຊິ່ງຈັດຂຶ້ນທີ່ ນະຄອນທຽນຈິນ ຫວ່າງມໍ່ໆມານີ້ ທີ່ຫ້ອງປະຊຸມຊຽນເຫີ່ ສະໂມສອນສາກົນປັກກິ່ງ ໃນວັນທີ 8 ກັນຍານີ້ ໂດຍການເປັນປະທານຂອງທ່ານ ຝ່ານ ຊ່ຽນຣົງ ( Fan Xianrong)
WB ແລະ ADB ຈ່າຍ​ເງິນ 12 ຕື້ກວ່າໂດລາ ໃຫ້​​ໂຄງ​ການ​ສີ​ຂຽວ​ໃນ​ອາ​ຊຽນ

WB ແລະ ADB ຈ່າຍ​ເງິນ 12 ຕື້ກວ່າໂດລາ ໃຫ້​​ໂຄງ​ການ​ສີ​ຂຽວ​ໃນ​ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຟາດິລລາ ຟາດິລລາ ຮອງນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ: ທະນາຄານໂລກ (WB) ແລະ ທະນາຄານພັດທະນາອາຊີ (ADB) ຈະສະໜອງເງິນຈຳນວນ 12.5 ຕື້ໂດລາ ໃຫ້ແກ່ອາຊຽນ ເພື່ອຜັນຂະຫຍາຍບັນດາໂຄງການສີຂຽວໃນພາກພື້ນ.
ອາຫານທີ່ດີ ແລະ ສິນຄ້າທີ່ມີຄຸນນະພາບ ເຮັດໃຫ້ຍີ່ປຸ່ນກາຍເປັນຈຸດໝາຍທີ່ຄົນຢາກໄປທ່ຽວອີກ

ອາຫານທີ່ດີ ແລະ ສິນຄ້າທີ່ມີຄຸນນະພາບ ເຮັດໃຫ້ຍີ່ປຸ່ນກາຍເປັນຈຸດໝາຍທີ່ຄົນຢາກໄປທ່ຽວອີກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ບໍລິສັດ Dentsu Inc., ບໍລິສັດໂຄສະນາຊັ້ນນໍາ ເປີດເຜີຍການສໍາຫຼວດລ້າສຸດວ່າ: ຍີ່ປຸ່ນ ໄດ້ຮັບເລືອກເປັນຈຸດໝາຍປາຍທາງທີ່ຜູ້ຄົນຕ້ອງການກັບໄປຢ້ຽມຢາມຫຼາຍທີ່ສຸດ ຊຶ່ງສ່ວນໜຶ່ງແມ່ນຍ້ອນອາຫານ ແລະ ສິນຄ້າທີ່ມີຄຸນນະພາບສູງຂອງປະເທດອາຊີ ແຫ່ງນີ້.
ຈີນ ວາງແຜນຈະສະກັດດາວເຄາະນ້ອຍ ເພື່ອທົດສອບແຜນປ້ອງກັນບໍ່ໃຫ້ດາວເຄາະນ້ອຍຕຳໃສ່ໂລກ

ຈີນ ວາງແຜນຈະສະກັດດາວເຄາະນ້ອຍ ເພື່ອທົດສອບແຜນປ້ອງກັນບໍ່ໃຫ້ດາວເຄາະນ້ອຍຕຳໃສ່ໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ກອງປະຊຸມເວທີປຶກສາຫາລືສາກົນທ່ຽນຕູ່ ກ່ຽວກັບການສຳຫຼວດອະວະກາດຊັ້ນເລິກ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນເຫີຝຸຍ ເທດສະບານແຂວງອ່ານຮຸ່ຍ ຂອງຈີນ. ທ່ານ ອູເຫວີຍເຣີ໋ນ ບັນດິດສະພາບັນດິດວິສະວະກຳຈີນ ທັງເປັນຫົວໜ້າໃຫຍ່ນັກອອກແບບໂຄງການສຳຫຼວດດວງຈັນຂອງຈີນ ໄດ້ລາຍງານໃຫ້ຮູ້ວ່າ: ຈີນພວມວາງແຜນດຳເນີນພາລະກິດສາທິດທົດສອບການຍິງເພື່ອຫັນປ່ຽນທິດທາງໂຄຈອນຂອງດາວເຄາະນ້ອຍດ້ວຍແຮງເດີນເຄື່ອນ ເພື່ອທົດສອບຄວາມເປັນໄປໄດ້ຂອງແຜນການປ້ອງກັນໄພບໍ່ໃຫ້ດາວເຄາະນ້ອຍພຸ່ງຕຳໂລກ.
8 ເດືອນ​ຕົ້ນ​ປີ ທຶນ FDI ຂອງຫວຽດນາມ ບັນ​ລຸ​ 15,4 ຕື້ໂດລາ

8 ເດືອນ​ຕົ້ນ​ປີ ທຶນ FDI ຂອງຫວຽດນາມ ບັນ​ລຸ​ 15,4 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນທ້າຍອາທິດຜ່ານມາວ່າ: ຕາມບົດລາຍງານຂອງກົມສະຖິຕິ ກະຊວງການເງິນ ຫວຽດນາມ ທີ່ຫາກໍປະກາດຫວ່າງມໍ່ໆມາ, ໃນ 8 ເດືອນຕົ້ນປີ, ຫວຽດນາມ ສືບຕໍ່ດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢ່າງແຮງ ດ້ວຍຍອດຈຳນວນມູນຄ່າຈົດທະບຽນບັນລຸ 26.14 ຕື້ໂດລາ, ເພີ່ມຂຶ້ນ 27.3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ອົສຕຣາລີ ວາງແຜນຈຳກັດການເຂົ້າເຖິງເຕັກໂນໂລຊີທີ່ໃຊ້ໃນການລ່ວງລະເມີດ

ອົສຕຣາລີ ວາງແຜນຈຳກັດການເຂົ້າເຖິງເຕັກໂນໂລຊີທີ່ໃຊ້ໃນການລ່ວງລະເມີດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກັນຍາ ຜ່ານມາວ່າ: ລັດຖະບານອົສຕຣາລີປະກາດວ່າຈະດໍາເນີນມາດຕະການຈໍາກັດການເຂົ້າເຖິງເຕັກໂນໂລຊີທີ່ນຳໄປສູ່ການລ່ວງລະເມີດ ຊຶ່ງລວມທັງເຄື່ອງມືປັນຍາປະດິດ (AI) ທີ່ສາມາດສ້າງຮູບພາບລາມົກອະນາຈານໄດ້.
ເພີ່ມເຕີມ