ບົດລາຍງານລະບຸວ່າ: ນັບຕັ້ງແຕ່ວັນ 1 ເມສາ ນີ້, ລາຄານໍ້າມັນແອັດຊັງ ຢູ່ທີ່ 5,450 ຣຽວຕໍ່ລິດ, ເພີ່ມຂຶ້ນ 9% ຈາກ 5,000 ຣຽວ ໃນໄລຍະສາມມື້ຜ່ານມາ. ລາຄານໍ້າມັນກາຊວນຢູ່ທີ່ 7,500 ຣຽວຕໍ່ລິດ, ເພີ່ມຂຶ້ນ 4.16% ຈາກ 7,200 ຣຽວ ແລະ ລາຄາແກ໊ສປີໂຕຣລຽມແຫຼວ (LPG) ຢູ່ທີ່ 3,900 ຣຽວຕໍ່ລິດ, ເພີ່ມຂຶ້ນ 14.7% ຈາກ 3,400 ຣຽວ.
ນອກຈາກນັ້ນ, ລາຄານໍ້າມັນແອັດຊັງ, ນໍ້າມັນກາຊວນ ແລະ LPG ໃນກໍາປູເຈຍ ຊຶ່ງອາໄສການນໍາເຂົ້າເປັນຫຼັກ ໄດ້ເພີ່ມຂຶ້ນ 41.5%, 94.8% ແລະ 95% ຕາມລໍາດັບ ນັບຕັ້ງແຕ່ເກີດການຂັດແຍ່ງໃນຕາເວັນອອກກາງ. ເຮັດໃຫ້ລັດຖະບານກໍາປູເຈຍໄດ້ຫຼຸດພາສີນໍາເຂົ້າ ແລະ ພາສີອື່ນໆສໍາລັບຜະລິດຕະພັນນໍ້າມັນເຊື້ອໄຟ ນັບຕັ້ງແຕ່ວັນທີ 20 ມີນາ ຜ່ານມາ.
ນອກຈາກນີ້, ລັດຖະບານກໍາປູເຈຍຍັງໄດ້ຕັດສິນໃຈຫຼຸດພາສີນໍາເຂົ້າລົດໄຟຟ້າ (EVs), ລົດໂດຍສານໄຮບຣິດ ປລັກອິນ (PHEVs), ເຕົາໄຟຟ້າ ແລະ ອຸປະກອນພະລັງງານແສງຕາເວັນ ນັບຕັ້ງແຕ່ວັນທີ 28 ມີນາ ເປັນຕົ້ນມາ.
ຄໍາເຫັນ